ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວແຂວງສະຫວັນນະເຂດຍັງ 155 ບ້ານທີ່ບໍ່ທັນມີເສັ້ນທາງເຂົ້າຫາບ້ານ

Dec 26, 2024

ທົ່ວແຂວງສະຫວັນນະເຂດຍັງ 155 ບ້ານທີ່ບໍ່ທັນມີເສັ້ນທາງເຂົ້າຫາບ້ານ
ໃນໂອກາດທີ່ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ 2 ກ່ຽວກັບການປະກອບຄຳຄິດ ຄຳເຫັນຂອງບັນດາສະມາຊິກສະພາປະຊາຊົນແຂວງໃນຄັ້ງນີ້ມີ 7 ບັນຫາຫລັກທີ່ຈະຕ້ອງໄດ້ແກ້ໄຂໃນປີ 2025ນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ກໍ່ໄດ້ກ່າວຊີ້ແຈງວ່າ : ບັນຫາພື້ນຖານໂຄງລ່າງ ,ຄວາມຫຍຸ້ງຍາກໃນການເດີນທາງ , ບັນຫາເສັ້ນທາງ ,ຂົວຂ້າມ , ຄວາມເດືອດຮ້ອນຂອງພໍ່ແມ່ປະຊາຊົນ ,ທົ່ວແຂວງສະຫວັນນະເຂດຍັງ 155 ບ້ານທີ່ບໍ່ທັນມີເສັ້ນທາງເຂົ້າຫາບ້ານ ແລະຍັງຕ່ຳກວ່າມາດຕະຖານ ປະຊາຊົນຍັງເດີນທາງຕາມເສັ້ນທາງທຳມະຊາດ.
ໃນປີ 2025ນີ້ທາງແຂວງຈະໄດ້ສຸມໃສ່ຄົ້ນຄວ້າແກ້ບັນຫາເສັ້ນທາງໃນນະຄອນໄກສອນພົມວິຫານ ສົມທົບກັບປະຊາຊົນປະກອບທືນໃນການກໍ່ສ້າງເພື່ອເຮັດໃຫ້ນະຄອນໄກສອນພົມວິຫານມີເສັ້ນທາງທີ່ມາດຕະຖານ ,ສຳລັບເສັ້ນທາງພາຍໃນເມືອງໃນປີ 2025 ແມ່ນຈະໄດ້ສຸມໃສ່ບຸກທະລຸເສັ້ນທາງໄປຫາບ້ານທີ່ເສັ້ນທາງຍັງບໍ່ທັນເຂົ້າເຖິງ, ສຳຫລວດຄືນບ້ານໃດທີ່ເສັ້ນທາງພໍໄປໄດ້ເພື່ອຈະແກ້ໄຂໃຫ້ປະຊາຊົນໄດ້ມີເສັ້ນທາງໃນການສັນຈອນໄປມາ ແລະ ບັນຫາອື່ນໆ.
ທີ່ມາ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ