ຄະນະຜູ້ແທນ 4 ປະເທດ ເຂົ້າຮ່ວມຮັບຊົມການສະແດງທາງບົກ-ທາງນໍ້າ ຂອງສູນປະສານງານລາວ-ຈີນ

ວັນທີ 25 ທັນວາ 2024, ຄະນະຜູ້ແທນ 4 ປະເທດ ( ຈີນ, ລາວ,ມຽນມາ ແລະ ໄທ) ໄດ້ເຂົ້າຮ່ວມຮັບຊົມການສະແດງກວດກາ ທາງບົກ – ທາງນ້ຳ ຢູ່ສູນປະສານງານລາວ-ຈີນ ບ້ານມອມ ເມືອງ ຕົ້ນເຜີ້ງ ແຂວງບໍ່ແກ້ວ. ຝ່າຍຈີນນຳໂດຍ ສະຫາຍ ພົນໂທ ລີຫລີ້ ຮອງຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ, ຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ອິນແກ້ວ ມະນີຈັນ ຫົວ ໜ້າການທະຫານກອງບັນຊາການທະຫານແຂວງຫຼວງນ້ຳທາ, ຝ່າຍໄທນຳໂດຍສະຫາຍ ພົນຕີ ນົບໄພສານ ຮອງຜູ້ບັງຄັບບັນຊາຕຳຫຼວດພູທອນພາກ 5, ຝ່າຍມຽນມານຳໂດຍ ສະຫາຍພັນໂທ ເກີເກີລາຍ ຮອງຜູ້ບັນຊາການຕຳຫຼວດນ້ຳທີ 3 ກະ ຊວງພາຍໃນ ມີຄະນະທີມງານສູນກາງການຮ່ວມມືປະຕິບັດກົດໝາຍຮັກສາຄວາມສະຫງົບ ຕາມລຳແມ່ນ້ຳຂອງ – ແມ່ນໍ້າລ້ານຊ້າງ ນະຄອນຊຽງຮຸ່ງ, ສອງກຳລັງ ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 2 ແຂວງບໍ່ແກ້ວ-ຫຼວງນ້ຳທາ ຕະຫຼອດຮອດພະ ນັກງານ-ນັກຮົບ 4 ຝ່າຍເຂົ້້າຮ່ວມ.
ລາຍການທີ່ນຳມາສະແດງໃນຄັ້ງນີ້ປະກອບມີ: ການດັກສະກັດລົດທີ່ມີສິງຜິດກົດ ໝາຍຕາມເສັ້ນທາງ ແລະ ເຂົ້າຄົ້ນເຮືອຂອງໜ່ວຍລາດຕະເວນທາງນ້ຳຂອງ 4 ປະ ເທດທີ່ພົບເຮືອຕ້ອງສົງໄສ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງນ້ຳ. ໃນການມາເຄື່ອນໄຫວຊົມການສະແດງຂອງຄະນະດັ່ງກ່າວ ແມ່ນເພື່ອປະຕິບັດສັນຍາ ວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ເຖິງປະຈຸບັນແມ່ນຄັ້ງທີ 148 ເຫັນໄດ້ເຖິງຜົນສຳເລັດພິເສດຫຼາຍດ້ານນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງ ມູນເຊື້ອອັນດີງາມໃນການແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າ ຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າລ້ານຊ້າງ – ແມ່ນໍ້າຂອງ ຂອງ 4 ປະເທດ ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາ ມັກຄີ, ມິດຕະພາບ ແລະ ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມ ກັນສ້າງຊາຍແດນ (ຈີນ, ລາວ, ມຽນມາ ແລະ ໄທ) ໃຫ້ກາຍເປັນຊາຍແດນສັນຕິພາບ ເພີ່ມຂຶ້ນເທື່ອລະກ້າວ.
ຂ່າວ: ພາກ ສຸທິປັນຍາ






