ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົດລອງສ້າງບ້ານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ 2 ບ້ານຂອງເມືອງເຟືອງ

Dec 26, 2024

ທົດລອງສ້າງບ້ານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ 2 ບ້ານຂອງເມືອງເຟືອງ
ເມື່ອບໍ່ດົນມານີ້, ກົມພັດທະນາການທ່ອງທ່ຽວ ໄດ້ຮ່ວມມືກັບອົງການໄທກາ, ປະເທດໄທ ແລະ ອົງການບໍລິຫານການພັດທະນາພື້ນທີ່ພິເສດ ເພື່ອການທ່ອງທ່ຽວແບບຍືນຍົງ (ອພທ) ຈັດຕັ້ງປະຕິບັດກິດຈະກຳສົ່ງເສີມ ແລະ ປະຊາສຳພັນການທ່ອງທ່ຽວ ແບບອະນຸລັກຊຸມຊົນ ໂດຍໄດ້ກຳນົດເອົາ ບ້ານນາໃໝ່ ແລະ ບ້ານສາມໝື່ນ ເມືອງເຟືອງ ແຂວງວຽງຈັນ.
ຈຸດປະສົງເພື່ອເປັນການສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກຮີດຄອງປະເພນີ, ວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ ພ້ອມທັງເປັນການຊຸກຍູ້ໃຫ້ປະຊາຊົນ ມີສ່ວນຮ່ວມໃນການທ່ອງທ່ຽວ, ສົ່ງເສີມຜະລິດຕະພັນທ່ອງທ່ຽວ, ແຫລ່ງທ່ອງທ່ຽວ, ສົ່ງເສີມຜະລິດຕະພັນຫັດຖະກຳ ທີ່ເປັນເອກະລັກທ້ອງຖິ່ນ ໃຫ້ປະຊາຊົນມີລາຍຮັບນັບມື້ເພີ່ມຂຶ້ນ.
ຄະນະຮັບຜິດຊອບຈາກໂຄງການ ໄດ້ນຳເອົາວິທະຍາກອນຈາກປະເທດໄທ ມາຝຶກອົບຮົມທາງດ້ານ ການສື່ສານ ແລະ ປະຊາສຳ ພັນການທ່ອງທ່ຽວ ໂດຍມີຫລາຍຫົວຂໍ້ ເປັນຕົ້ນ ຄວາມສຳຄັນຂອງການສື່ສານ, ແນວທາງການສ້າງເນື້ອຫາການທ່ອງທ່ຽວ, ເຕັກນິກການຖ່າຍພາບ-ວີດີໂອ ເບື້ອງຕົ້ນ, ແນະນຳຊ່ອງທາງການສື່ສານເບື້ອງຕົ້ນ ເພື່ອສ້າງເປັນເນື້ອຫາເລື່ອງເລົ່າຕ່າງໆ. ພ້ອມທັງລົງພື້ນທີ່ຕົວຈິງ ຄື: ລົງສ້າງເນື້ອຫາ ເພື່ອການເຜີຍແຜ່ທາງສື່ສັງຄົມອອນລາຍ, ສ້າງສື່ປະຊາສຳພັນເສັ້ນທາງການທ່ອງທ່ຽວ ແນວທາງອະນຸລັກສິ່ງແວດລ້ອມ ບ້ານນາໃໝ່ ໂດຍສະເພາະ ກິດຈະກຳຕົ້ມເຫລົ້າແກບ 100 ປີ, ກຸ່ມຫັດຖະກໍາຈັກສານ, ກຸ່ມຫັດຖະກຳຕ່ຳຫູກ ແລະ ກຸ່ມແຕ່ງກິນ.
ສໍາລັບບ້ານສາມໝື່ນ ມີກິດຈະກຳທ່ຽວຊົມສິມເກົ່າບູຮານ, ຊົມເຮືອນເກົ່າບູຮານ, ກຸ່ມຫັດຖະກຳຕ່ຳຫູກ ແລະ ລ່ອງເຮືອຕາມສາຍນ້ຳລີກ ຊົມສວນໝາກນາວ, ເຊິ່ງການລົງທັດສະນະ ເພື່ອສ້າງກິດຈະກຳ ແລະ ສ້າງເນື້ອຫາຄັ້ງນີ້ ຈະຖືກໂຄສະນາ ອອກສູ່ສື່ສັງຄົມຢ່າງກວ້າງຂວາງ ແລະ ໃນຕໍ່ໜ້າຈະເຮັດໃຫ້ 2 ບ້ານດັ່ງກ່າວນີ້ ເປັນທີ່ຮັບຮູ້ຈາກຄົນໃນສັງຄົມພາຍນອກຫລາຍຂຶ້ນ ພ້ອມທັງຈະເປັນທີ່ສົນໃຈ ໃຫ້ຄົນຢາກມາທ່ຽວຊົມ ເມືອງເຟືອງຫລາຍຂຶ້ນ ເນື່ອງຈາກ ເມືອງເຟືອງມີທິວທັດທຳມະຊາດທີ່ສວຍງາມ, ມີຊັບ ພະຍາກອນທຳມະຊາດ ອັນອຸດົມສົມບູນ ທີ່ສາມາດພັດທະນາເປັນແຫລ່ງທ່ອງທ່ຽວ ໄດ້ຫລາຍແຫ່ງ ເວົ້າລວມ ເວົ້າສະເພາະ ກໍຄື ບ້ານນາໃໝ່ ແລະ ບ້ານສາມໝື່ນ ທີ່ຈະເປັນຈຸດໝາຍປາຍ ທາງຂອງກຸ່ມນັກທ່ອງທ່ຽວໃນອະນາຄົດ.
ຂ່າວ-ພາບ: ຄຳລຸນ ສົມວົງໄຊ