ສຳເລັດການກວດກາບົວລະບັດທາງລົດໄຟຈີນ-ລາວຂະໜາດໃຫຍ່ເປັນຄັ້ງທຳອິດ ເພື່ອກະກຽມການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ

ຕອນເຊົ້ນຂອງວັນທີ 26 ທັນວານີ້, ລົດໄຟພິເສດກວດກາບົວລະບັດທາງລົດໄຟຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີບໍ່ເຕ່ນຂອງທາງລົດໄຟ ລາວ-ຈີນ ຕອນປະເທດລາວ ແລະ ຂຶ້ນເໜືອໄປສູ່ນະຄອນຄຸນມີງຂອງຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ວຽກງານກວດກາບົວລະບັດທາງລົດໄຟຈຈີນ-ລາວຂະໜາດໃຫຍ່ເປັນຄັ້ງທໍາອິດທີ່ດຳເນີນມາເປັນເວລາ 4 ເດືອນໄດ້ສິ້ນສຸດລົງຢ່າງຈົບງາມ, ເຊິ່ງເປັນການຮັບປະກັນອັນໜັກແໜ້ນໃຫ້ແກ່ວຽກງານຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ 2025 ທີ່ໃກ້ຈະໝູນວຽນມາເຖິງ.
ພາກສ່ວນທາງລົດໄຟລະຫວ່າງຈີນ-ລາວໄດ້ຮ່ວມມືຢ່າງໃກ້ຊິດນັບແຕ່ເດືອນກັນຍາປີນີ້ເປັນຕົ້ນມາ ໂດຍໄດ້ຮ່ວມກັນວາງແຜນດຳເນີນງານກວດກາບົວລະບັດທີ່ລະອຽດເຖິງຖອງ. ຝ່າຍຈີນໄດ້ສະໜອງກົນຈັກບົວລະບັດຂະໜາດໃຫຍ່ 5 ຄັນ ແລະ ສົ່ງນັກວິຊາການ 200 ກວ່າຄົນ, ສ່ວນຝ່າຍລາວໄດ້ສົ່ງນັກວິຊາການ 60 ກວ່າຄົນ ແລະ ກົນຈັກບົວລະບັດຂະໜາດໃຫຍ່ 2 ຄັນ. ພະນັກງານທາງລົດໄຟສອງປະເທດໄດ້ກວດກາບົວລະບັດຢ່າງຂະໜາດໃຫຍ່ຕໍ່ທາງໃຫຍ່ ແລະ ທາງແຍກທັງໝົດຂອງທາງລົດໄຟຈີນ-ລາວ, ເພື່ອຮັບປະກັນໃຫ້ທາງລົດໄຟຈີນ-ລາວໝູນເດີນຢ່າງປອດໄພ ແລະ ສະດວກສະບາຍ.
ທີ່ມາ: CMG




