ເຈົ້າໜ້າທີ່ຕິດຕາມກວດກາລາຄາສິນຄ້າ ແລະ ອາຍຸສິນຄ້າທີ່ຕະຫຼາດ ແລະ ຮ້ານຂາຍສິນຄ້າໃນເທດສະບານນະຄອນປາກເຊ ໃນໄລຍະບຸນປີໃໝ່ສາກົນ 2025

ວັນທີ 26 ທັນວາ 2024 ນີ້ເຈົ້າໜ້າທີ່ກວດກາການຄ້າພາຍ ໃນ ພະແນກອຸດສາ ຫະກໍາ ແລະ ການຄ້າ ແຂວງຈໍາປາສັກເຄື່ອນ ໄຫວຕິດຕາມກວດກາການໝົດອາຍຸຂອງສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າຢູ່ຕະຫຼາດໃໝ່ປາກເຊ ແລະ ບັນດາຮ້ານຂາຍສິນຄ້າຈໍານວນໜຶ່ງໃນເທດສະບານນະຄອນປາກເຊ ເພື່ອເຮັດໃຫ້ຜູ້ຄ້າຂາຍສິນຄ້າປະເພດບໍລິໂພກທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຂາຍສິນຄ້າຕາມລາຄາທີ່ທາງເຈົ້າ ໜ້າທີ່ພາກລັດກໍານົດໄວ້ ເປັນຕົ້ນ: ຊີ້ນໝູ, ຊີ້ນງົວ, ເຂົ້າສານ, ປານິນ, ໄກ່ປອກ, ໄຂ່ໄກ່, ພືດຜັກ.
ພ້ອມນີ້ ເຈົ້າໜ້າທີ່ກໍແນະນໍາໃຫ້ຜູ້ ຂາຍສິນຄ້າຕ້ອງໄດ້ຕິດລາຄາສິນຄ້າເພື່ອວາງຈໍາໜ່າຍ ແລະ ຮັບ ປະກັນສິນຄ້າທີ່ນໍາມາວາງຂາຍຕ້ອງໃໝ່,ສົດ ບໍ່ທັນໝົດອາຍຸການນໍາໃຊ້ (ສິນຄ້າໝົດອາຍຸຫ້າມນໍາມາວາງຂາຍເດັດຂາດ) ແລະ ຫ້າມສວາຍໂອ ກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ພ້ອມນີ້ເຈົ້າໜ້າທີ່ການຄ້າກໍຮຽກຮ້ອງໃຫ້ຜູ້ທີ່ຊື້ສິນຄ້າຈົ່ງໄດ້ເອົາໃຈໃສ່ອ່ານເບິ່ງການກໍານົດເວລາໝົດອາຍຸຂອງສິນຄ້າທຸກປະເພດ ທຸກໆຄັ້ງກ່ອນຊື້ສິນຄ້າ.
ຂ່າວ: ຈັນທະວີສັກ




