ຫຼາຍບໍລິສັດ ມອບເງິນອຸປະຖຳ ໃຫ້ກະຊວງປ້ອງກັນປະເທດ

ວັນທີ 25 ທັນວາ 2024 ນີ້, ບໍລິສັດ ອຸດົມຊັບ ພັດທະນາ ບໍ່ແຮ່ ຈຳກັດ, ບໍລິສັດ ລັດ 20 ມັງກອນ ພັດທະນາ ແລະ ລັດວິສາຫະກິດ ກໍ່ສ້າງຂົວທາງ ຕິດຕັ້ງໄຟຟ້າຄົບວົງ ຈອນໄຊສົມບູນ ໄດ້ມອບເງິນອຸປະຖຳໃຫ້ ກະຊວງປ້ອງກັນປະເທດ ໃນນີ້, ບໍລິສັດ ອຸດົມຊັບ ພັດທະນາ ບໍ່ແຮ່ ຈຳກັດ ມອບຈຳນວນ 3 ຕື້ກີບ ກ່າວມອບໂດຍ ສະຫາຍ ວັນສະເຫຼີມ ທິບມາລາ ປະທານບໍລິສັດ ອຸດົມຊັບພັດທະນາ ບໍ່ແຮ່ ຈຳກັດ; ບໍລິສັດລັດ 20 ມັງກອນ ພັດທະນາ ມອບຈຳນວນ 1,5 ຕື້ກີບ ກ່າວມອບໂດຍ ສະຫາຍ ພັນເອກ ບຸນຍົງ ພັນດານຸວົງ ຜູ້ອຳນວຍການ ບໍລິສັດລັດ 20 ມັງກອນ ພັດທະນາ ແລະ ລັດວິສາຫະກິດ ກໍ່ສ້າງຂົວທາງ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ມອບຈຳນວນ 500 ລ້ານກີບ ກ່າວມອບໂດຍ ສະຫາຍ ພັນເອກ ສີສະຫງວນ ອິນທະຈັກ ຜູ້ອຳນວຍການ ລັດວິສາຫະກິດກໍ່ສ້າງຂົວທາງ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ, ໃຫ້ກຽດກ່າວຮັບການມອບເງິນອຸປະຖໍາຄັ້ງນີ້ໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈ ຕໍ່ ບັນດາບໍລິສັດ, ລັດວິສາຫະກິດ ທີ່ໄດ້ນຳເອົາວັດຖຸປັດໄຈດັ່ງກ່າວ ມາປະກອບສ່ວນຊຸກຍູ້ອຸປະຖຳໃຫ້ກະຊວງປ້ອງກັນປະເທດ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມໝາຍທີ່ເລິກເຊິ່ງ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ທີ່ມາ: ໜັງສືພິມກອງທັບ





