ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງພະບາງ ອະໄພຍະໂທດ, ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ ທີ່ມີການປະພຶດດີ.

Dec 27, 2024

ຫຼວງພະບາງ ອະໄພຍະໂທດ, ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ ທີ່ມີການປະພຶດດີ.
ແຂວງຫຼວງພະບາງ ອະໄພຍະໂທດ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ໃນວັນທີ 26 ທັນວາ 2024 ນີ້,ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫຼວງພະບາງ, ປະທານຄະນະກໍາມະການ ອະໄພຍະໂທດລະດັບແຂວງ.
ທ່ານ ສະຫງວນ ເຍຍກົວນໍເຮີວ່າງ ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງ ໄດ້ຂຶ້ນ ຜ່ານບົດສະຫລຸບຕີລາຄາກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກ ງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດລະດັບແຂວງ, ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຜ່ານລາຍຊື່ຂອງນັກ ໂທດ ທີ່ໄດ້ຮັບອະໄພຍະໂທດຫລຸດຜ່ອນໂທດ.
ສໍາລັບປີ 2024 ແຂວງຫຼວງພະບາງ ມີຜູ້ທີ່ໄດ້ຮັບອະໄພຍະໂທດຫລຸດຜ່ອນໂທດ 34 ຄົນ ຍິງ 1 ຄົນ (ມີນັກໂທດຄະດີຢາເສບ ຕິດ 32 ຄົນ ແລະ ນັກໂທດທົ່ວໄປ 2 ຄົນ) ຈໍານວນນັກໂທດດັ່ງກ່າວ, ແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີ່ມີຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈ ຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາ ໂດຍໄດ້ຜ່ານຂັ້ນຕອນໃນການດຳເນີນການຄັດເລືອກນັກໂທດ ຜູ້ທີ່ມີເງື່ອນໄຂ, ມີການຄັດເລືອກຈັດປະເພດປະຈຳອາທິດ, 3 ເດືອນ, 6 ເດືອນ ແລະ 1 ປີ ໂດຍມີການເຂົ້າຮ່ວມຕິດຕາມຂອງເຈົ້າໜ້າ ທີ່ຢ່າງເຂັ້ມງວດ.
ໃນໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ມອບໃບຢັ້ງຢືນ ໃຫ້ຜູ້ທີ່ໄດ້ຮັບການອະໄພຍະໂທດ ພ້ອມທັງມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ຜູ້ທີ່ຖືກອະໄພຍະໂທດຫຼຸດຜ່ອນໂທດ ທຸກຄົນ ໃຫ້ເອົາໃຈໃສ່ເຄົາລົບ, ປະຕິບັດລະບຽບ, ກົດໝາຍ, ວິໄນຂອງຄ້າຍຄຸມຂັງໃຫ້ໄດ້ດີ, ເປັນບຸກຄົນທີ່ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະ ບຽບກົດໝາຍ, ປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ. ສໍາລັບຜູ້ປົກຄອງ ຫລື ຍາດພີ່ນ້ອງນັກໂທດຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກ ໃນຫລາຍດ້ານ ຕໍ່ກັບເຈົ້າໜ້າທີ່ໆກ່ຽວຂ້ອງ ໃນການພົວພັນປະສານງານ ແລະ ການຕອບສະໜອງຂໍ້ມູນຕ່າງໆ ໃຫ້ທັນຕາມກໍານົດເວລາ. ສ່ວນຄະນະນໍາຄ້າຍຄຸມຂັງ ຕ້ອງໄດ້ເພີ່ມທະວີ ສຶກ ສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ທັດສະນະຫລັກໝັ້ນການເມືອງ, ຈັນຍາບັນ-ຈັນຍາທໍາ ແກ່ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເລິກເຊິ່ງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງເອົາໃຈໃສ່ປ້ອງກັນເວນຍາມ ສະຖານທີ່ຄ້າຍຄຸມຂັງໃຫ້ເຂັ້ມງວດ ເພື່ອຮັບປະກັນຄວາມສະຫງົບ ແລະ ປອດໄພ.
ພາບ+ຂ່າວ: ທະນູສິນ ອິດທິພົນ