ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາສິນຄ້າອຸປະໂພກ ແລະ ບໍລິໂພກ ຢ່າງໃກ້ຊິດ ເພື່ອການປ້ອງກັນ ແລະ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າ ເພື່ອເກັງກຳໄລ ຢູ່ນະຄອນຫລວງວຽງຈັນ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ສາກົນ ຈົນຮອດບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ເນື່ອງຈາກມີບຸນ ແລະ ງານລ້ຽງຕ່າງໆ ເຮັດໃຫ້ຄວາມຕ້ອງການບໍລິໂພກສິນຄ້າຕ່າງໆເພີ່ມຂຶ້ນ ອາດເປັນສາເຫດທີ່ເຮັດໃຫ້ຊາວຄ້າຂາຍ ມັກສວຍໂອກາດຂຶ້ນລາຄາສິນຄ້າຕາມ ລໍາພັງໃຈ. ຖ້າຫາກມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແມ່ນຈະຖືກປັບໃໝຕາມລະບຽບການ.

ທ່ານ ນາງ ໄຊນາລອນ ຈຸນດາຣາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາຢ່າງໃກ້ຊິດ ເພື່ອການຄຸ້ມຄອງລາຄາສິນຄ້າ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ສາກົນ ຈົນຮອດບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໂດຍຈະໄດ້ຈັດຕັ້ງ ຄະນະລົງຕິດຕາມ ກວດກາລາຄາສິນຄ້າ, ການຕິດລາຄາເປັນເງິນກີບ (ເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ຕຳຫລວດ, ອຳນາດການປົກຄອງ) ໃຊ້ມາດຕະການໃນການຕິດຕາມກວດກາ ຖ້າຫາກມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແມ່ນຈະໃຊ້ມາດຕະການປັບໃໝຕາມລະບຽບການ. ສຳລັບຜູ້ດຳເນີນທຸລະກິດ ທີ່ລະເມີດດຳລັດ 474/ນຍ ທີ່ບໍ່ເປັນການກະທຳຜິດທາງອາຍາ ແລະ ພາຍຫລັງໄດ້ຮັບການກ່າວເຕືອນ ແລະ ສຶກສາອົບຮົມແລ້ວ ສອງຄັ້ງ ໂດຍອີງໃສ່ມາດຕາ 26 ຂອງດຳລັດ ຈະຖືກປັບໃໝຕາມແຕ່ລະກໍລະນີ.
ທ່ານ ນາງ ໄຊນາລອນ ຈຸນດາຣາ ກ່າວຕື່ມວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຕິບັດຕາມຫລັກການຂອງລາຄາ ຢູ່ ສປປ ລາວ ຖືກກຳນົດດ້ວຍກົນໄກຕະຫລາດ ທີ່ມີການຄຸ້ມຄອງດັດສົມຂອງລັດ, ລັດເຄົາລົບສິດໃນການກຳນົດລາຄາ ແລະ ການແຂ່ງຂັນທາງດ້ານລາຄາ ຂອງຜູ້ດໍາເນີນທຸລະກິດ ຕາມລະບຽບກົດໝາຍ, ລັດນໍາໃຊ້ມາດຕະການໃນການຄຸ້ມຄອງລາຄາ ຕາມຄວາມຈໍາເປັນບົນພື້ນຖານຫລັກການ ບໍ່ຈຳແນກປະຕິບັດ ແລະ ຄວາມໂປ່ງໃສ. ມາດຕະການຄຸ້ມຄອງລາຄາໄດ້ກຳນົດເປັນ 02 ຮູບແບບຄື: ມາດຕະການຄວບຄຸມລາຄາ ແລະ ມາດຕະການຕິດຕາມ ເຊິ່ງການເໜັງຕີງຂອງລາຄາ (ອີງຕາມມາດຕາ 6 ຂອງດໍາລັດ 474/ນຍ) ໄດ້ມີມາດຕະການຄວບຄຸມລາຄາ (ບັນຊີ ກ ມີ 8 ປະເພດສິນຄ້າ) ມີ: ປະເພດນໍ້າມັນເຊື້ອໄຟ, ອາຍແກັສຫຸງຕົ້ມ, ເຂົ້າກິນ, ຊີ້ນໝູປະເພດ 1, ຊີ້ນໝູປະເພດ 2, ປານິນກະຊັງ, ໄກ່ພັນສາມສາຍເລືອດ, ໄຂ່ໄກ່ພັນ ເບີ 2 ແລະ ເບີ 3 ໄດ້ ກຳນົດລາຄາສູງສຸດ ແລະ ລາຄາຕໍ່າສຸດ ຫລື ຂອບເຂດລາຄາຂອງປະເພດຊີ້ນໝູ, ປານິນກະຊັງ, ເຂົ້າກິນ, ໄກ່ພັນປອກສາມສາຍເລືອດ, ສ່ວນລາຄາຕໍ່າສຸດແມ່ນບໍ່ໄດ້ກຳນົດຄື: ລາຄາໝູໜ້າຟາມສູງສຸດບໍ່ໃຫ້ເກີນ 49.000 ກີບຕໍ່ກິໂລ; ລາຄາໝູສີກ, ຂ້າຄົວແລ້ວສົ່ງເຖິງຕະຫລາດລາຄາສູງສຸດບໍ່ໃຫ້ເກີນ 59.000 ກີບຕໍ່ກິໂລ; ລາຄາຊີ້ນໝູປະເພດ 1 ລາຄາສູງສຸດບໍ່ໃຫ້ເກີນ 85.000 ກີບຕໍ່ກິໂລ, ລາຄາຊີ້ນໝູປະເພດ 2 ລາຄາສູງສຸດບໍ່ໃຫ້ເກີນ 75.000 ກີບຕໍ່ກິໂລ; ລາຄາຂາຍຍົກເຂົ້າສານໜຽວປະເພດ 2 ສົ່ງເຖິງຕະຫລາດລາຄາສູງສຸດ 15.500 ກີບຕໍ່ກິໂລ, ລາຄາຂາຍຍ່ອຍເຂົ້າສານໜຽວປະເພດ 2 ຢູ່ທ້ອງຕະຫລາດທົ່ວໄປລາຄາສູງສຸດ 17.000 ກີບຕໍ່ກິໂລ; ລາຄາປານິນກະຊັງຢູ່ໜ້າຟາມ ສູງສຸດບໍ່ເກີນ 40.000 ກີບຕໍ່ກິໂລ, ລາຄາປານິນກະຊັງຂາຍຍົກສົ່ງເຖິງຕະຫລາດ ສູງສຸດບໍ່ເກີນ 44.000 ກີບຕໍ່ກິໂລ, ລາຄາປານິນກະຊັງຂາຍຍ່ອຍ ສູງສຸດບໍ່ເກີນ 48.000 ກີບຕໍ່ກິໂລ; ລາຄາຂາຍຍົກໄກ່ພັນຊີ້ນ ສາມສາຍເລືອດໄກ່ຍັງບໍ່ຂ້າ, ຄົວ, ໄກ່ເປັນ ສົ່ງເຖິງຕະຫລາດ ລາຄາສູງສຸດ 54.000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍໄກ່ພັນຊີ້ນປອກສາມສາຍເລືອດ ຢູ່ຕາມທ້ອງຕະຫລາດທົ່ວໄປ ລາຄາສູງສຸດ 70.000 ກີບຕໍ່ກິໂລ.
ພ້ອມກັນນີ້, ໃນວັນທີ 03 ຕຸລາ 2024 ຜ່ານມາ ກໍໄດ້ເຮັດບົດບັນທຶກກັບບໍລິສັດ ຊີພີລາວຈຳກັດ, ບໍລິສັດ ເບທາໂກ້ ຈຳກັດຜູ້ດຽວ, ສະຫະກອນ 3 ເອັຟ ຍືນຍົງຂອງລາວ ໃຫ້ນໍາເອົາຊີ້ນໝູອອກຈໍາໜ່າຍຢູ່ໃນຕະຫລາດເປັນປົກກະຕິ, ພ້ອມທັງໃຫ້ເຈົ້າຂອງຕະຫລາດ ແລະ ຄະນະຈັດສັນຕະຫລາດເອົາໃຈໃສ່ຕິດຕາມກວດກາລູກຂຽງ ຫລື ຜູ້ຄ້າຂາຍໃຫ້ຂາຍຕາມລາຄາທີ່ລັດກໍານົດຢ່າງເຂັ້ມງວດ ຖ້າມີການລະເມີດ ແມ່ນຈະໄດ້ປະຕິບັດມາດຕະການປັບໃໝ ຕໍ່ຜູ້ທີ່ລະເມີດ ແລະ ເຈົ້າຂອງຕະຫລາດ. ພ້ອມນີ້, ຖ້າມີການພົບເຫັນການຂຶ້ນລາຄາສິນຄ້າ ຫລື ຕິດລາຄາເກີນກຳນົດ ແລະ ກັກຕຸນສິນຄ້າເພື່ອເກັງກຳໄລ ແມ່ນສາມາດໂທແຈ້ງເຂົ້າເບີ 030 5052 603 – 030 5026 806 ເພື່ອເປັນການໃຫ້ຂໍ້ມູນໄດ້.






