ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມອບລົດຖີບໃຫ້ກັບ 4 ໂຮງ ຮຽນຢູ່ເມືອງອະນຸວົງ ແຂວງໄຊສົມບູນ

Dec 27, 2024

ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມອບລົດຖີບໃຫ້ກັບ 4 ໂຮງ ຮຽນຢູ່ເມືອງອະນຸວົງ ແຂວງໄຊສົມບູນ
ໃນຕອນເຊົ້າຂອງວັນທີ 26 ທັນວາ 2024 ນີ້ ທ່ານ ແດງ ປະ ທຸມທອງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນຳເອົາລົດຖີບ ມາມອບໃຫ້ ກັບນັກຮຽນທີ່ຮຽນເກັ່ງ ແລະ ນັກຮຽນທີ່ຄອບຄົວທຸກຍາກ 4 ໂຮງຮຽນ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໂຮງຮຽນປະຖົມສົມບູນບ້ານຂີ້ຊ້າງ ມີຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງອະນຸວົງ, ອຳນວຍການໂຮງຮຽນ, ຄູອາ ຈານ ຕະຫຼອດຮອດນ້ອງນັກຮຽນທີ່ໄດ້ຮັບລົດຖີບທັັງ 4 ໂຮງ ຮຽນເຂົ້າຮ່ວມ.
ສຳລັບລົດຖີບທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 20 ຄັນ ລວມ ມູນຄ່າທັງໝົດ 29.200.000ກີບ ຊຶ່ງໄດ້ຮັບການສະນັບສະໜູນຈາກ ມູນນິທິຈີນເພື່ອພັດທະນາຊົນນະບົດ ຮ່ວມກັບ ກຸ່ມ ບໍລິສັດອາໂຫຼ ແລະ ມູນນິທິຈົ່ງຢວນຮາຍຢຸນ ເພື່ອນຳໄປມອບໃຫ້ແກ່ 11 ໂຮງຮຽນ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ຊຶ່ງລົດຖີບທີນຳມາມອບໃນຄັ້ງນີ້ມີ ໂຮງຮຽນປະຖົມສົມບູນບ້ານຂີ້ຊ້າງ, ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ, ໂຮງຮຽນປະຖົມສົມບູນບ້ານທົ່ງຮັກ ແລະ ໂຮງຮຽນປະຖົມສົມບູນບ້ານທົ່ງຄູນ ທັງນີ້ ກໍ່ເພື່ອເປັນການສົ່ງເສີມ ພໍ່ແມ່ປະຊາຊົນໂດຍສະເພາະແມ່ນຄອບຄົວຜູ້ທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ, ຄອບຄົວທີ່ທຸກຍາກ ຕະຫຼອດຮອດຫຼານນ້ອຍນັກຮຽນຜູ້ທີ່ຮຽນດີຮຽນເກັ່ງ ເພື່ອໃຫ້ເຂົ້າເຈົ້າມີແຮງຈູງໃຈໃນການຄົ້ນຄວາມຮ່ຳຮຽນ. ຄຽງຄູ່ກັນນັ້ນຍັງໄດ້ແນະນຳການຊົມໃຊ້, ປົກປັກຮັກສາໃຫ້ເກີດປະໂຫຍດ ເພື່ອນຳໃຊ້ໃຫ້ຍາວນານທີ່ສຸດ.
ພາບ-ຂ່າວ: ນາງ ຄຳໝັ້ນ ພຽງພິລາ