ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມວນຊົນຊາວຫຼວງພະບາງອານຸໂມທະນາບຸນຜ້າປ່າສາມັກຄີ ສົມທົບທືນກໍ່ສ້າງຫໍທຳມະສະພາ

Dec 27, 2024

ມວນຊົນຊາວຫຼວງພະບາງອານຸໂມທະນາບຸນຜ້າປ່າສາມັກຄີ ສົມທົບທືນກໍ່ສ້າງຫໍທຳມະສະພາ
ວັນທີ່ 27 ທັນວາ 2024 ນີ້ ຄະນະສົງອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ສົມທົບກັບອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດງານບຸນແຫ່ຜ້າປ່າສາມັກຄີ ເພື່ອລະດົມທືນສົມທົບການກໍ່ສ້າງຫໍທຳມະສະພາ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ທີ່ກຳລັງກໍ່ສ້າງບໍ່ທັນສຳເລັດ. ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັກຖະມົນຕີ ພ້ອມດ້ວຍການນໍາຂອງແຂວງ, ນະຄອນ ຫຼວງພະບາງ ແລະຊາວພຸດທະສາສະນິກະຊົນຜູ້ໃຈບຸນເຂົ້າຮ່ວມ.
ທ່ານ ບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດແຂວງ ໄດ້ກ່າວເປີດງານວ່າ: ງານບຸນແຫ່ຜ້າປ່າເປັນອີກກິດຈະກຳໜື່ງ ທີ່ຊາວຫຼວງພະບາງໄດ້ສືບທອດກັນມາໄດ້ຫຼາຍປີ ເພື່ອປຸກລະດົມວັດຖຸ ແລະປັດໄຈ ຈາກທົ່ວສັງຄົມຕາມຄວາມສັດທາຂອງຊາວພຸດທະສາສະນິກະຊົນ ເພື່ອຫາແຫຼ່ງທຶນສົມທົບເຂົ້າໃນການສ້າງສາ – ພັດທະນາສີາງສາທາລະນະຕ່າງໆ ເພື່ອຜົນປະໂຫຍດໃຫ້ແກ່ສັງຄົມ ເຊັ່ນ: ການກໍ່ສ້າງໂຮງຮຽນສົງ, ບູລະນະປະຕິສັງຂອນວັດວາ, ອາຮາມ ພາຍໃນແຂວງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ທັງເປັນການດືງດູດເອົານັກທ່ອງທ່ຽວ ມາທ່ອງທ່ຽວຫຼວງພະບາງ ໃຫ້ມີຄວາມຄຶກຄື້ນຂື້ນຕື່ມ.
ພາຍຫຼັງເປີດພິທີທາງການ ໄດ້ເລີ້ມຂະບວນແຫ່ຈາກ ເສັ້ນທາງໃນເດີ່ນກິລາໃນຮົ່ມຂອງແຂວງ ບ້ານນາສ້າງເຫວີຍ ນະຄອນ ຫຼວງພະບາງ ຈົນເຖີງອາຄານກໍ່ສ້າງຫໍທຳມະສະພາ ບໍລິເວນໂຮງຮຽນມັດທະຍົມສົມບູນສົງ ວັດພູຄວາຍໂພຄາຣາມ ແລ້ວມີການຟັງທຳມະເທດສະໜາ ສະຫຼອງກອງຜ້າປ່າ. ໃຫ້ກຽດນຳພາຂະບວນແຫ່ໂດຍ ທ່ານ ສົມສະຫວາດ ເລັດສະຫວັດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂອງແຂວງຫຼວງພະບາງ, ພະແນກການ-ກົມກອງ, ພະນັກງານທະຫານ-ຕ່ຳຫຼວດ, ພະນັກງານລັດຖະກອນ, ເຖົ້າແກ່-ຜູ້ຊົງຄຸນວຸດທິ, ຕະຫຼອດຮອດປະຊາຊົນ ຊາວພຸດທະສາສະນິກະຊົນຜູ້ໃຈບຸນ, ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສຳລັບທືນທີ່ໄດ້ຮັບ ຈາກການຮ່ວມອານຸໂມທະນາບຸນ ຈະມອບໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ເພື່ອປະກອບສ່ວນກໍ່ສ້າງຫໍທະມະສະພາ ໃຫ້ສຳເລັດຕາມແຜນການ.