ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ກວດພົບບາງໂຄງການລົງທຶນຂອງລັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີຜົນເສຍຫາຍ 165,43 ຕື້ກີບ ແລະ 215,850 ໂດລາສະຫາລັດ

Dec 29, 2024

ສະຫວັນນະເຂດ ກວດພົບບາງໂຄງການລົງທຶນຂອງລັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີຜົນເສຍຫາຍ 165,43 ຕື້ກີບ ແລະ 215,850 ໂດລາສະຫາລັດ
ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II ໃນວັນທີ 26 ທັນວາ 2024 ທີ່ຫໍວັດທະນະທໍາໄກສອນພົມວິຫານ ທ່ານ ລຳທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ ໄດ້ລາຍງານກ່ຽວກັບການກວດກາ ການລົງທຶນຂອງລັດປະຈໍາປີ 2024 ເຊິ່ງມີທັງໝົດ 16 ໂຄງ ການ ລວມມູນຄ່າທີ່ສະພາຮັບຮອງທັງໝົດ 68,57ຕື້ກີບ ໃນນີ້ ມີ 12 ໂຄງການທີ່ພະແນກການ ເປັນເຈົ້າຂອງໂຄງການ ແລະ ມີ 4 ໂຄງການມູນຄ່າ 5 ຕື້ກີບລົງມາ ເມືອງເປັນເຈົ້າຂອງໂຄງການ ຜ່ານການຕິດຕາມກວດກາເຫັນວ່າມີ 1ໂຄງການບໍ່ທັນໄດ້ຮັບການຈັດ ຕັ້ງປະຕິບັດ, ວຽກງານຕິດຕາມ ແລະ ຊຸກຍູ້ແກ້ໄຂ ຕິດຕາມການກວດກາການຈັດຕັ້ງປະຕິບັດ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ຕາມມະຕິສະພາປະຊາຊົນແຂວງ ແມ່ນໄດ້ຮັບການແກ້ແລ້ວ ມີ 15 ບັນຫາ, ບັນຫາທີ່ໄດ້ຮັບການແກ້ໄຂ ແຕ່ບໍ່ຂາດຕົວ ມີ 13 ບັນຫາ ແລະ ບັນຫາທີ່ບໍ່ໄດ້ຮັບການແກ້ໄຂ ມີ 3 ບັນຫາ, ການຕິດຕາມການກວດກາ ການແກ້ໄຂ ຜົນຂອງການກວດກາ ບັນດາໂຄງການລົງທຶນຂອງລັດ ມີ ໂຄງການ 10ຕື້ລົງມາ ແລະ 10ຕື້ຂຶ້ນໄປ, ຕິດຕາມກວດກາຊຸກຍູ້ 54 ໂຄງການ ທີ່ປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີຜົນເສຍຫາຍທັງ ໝົດ 165,43ຕື້ກີບ ແລະ 215,850 ໂດລາສະຫາລັດ, ມີ 9 ບັນຫາ ອົງການກວດກາລັດ ໄດ້ແຕ່ງຕັ້ງໜ່ວຍງານສະເພາະ ລົງຊຸກຍູ້ໂຄງການທີ່ໄດ້ຮັບການແກ້ໄຂໂຄງການ ສໍາເລັດແລ້ວ 1 ບັນຫາ ຍັງຄ້າງ1 ບັນຫາ ແລະ ຍັງບໍ່ໄດ້ຮັບການແກ້ໄຂ 7 ບັນຫາ ມູນຄ່າ 40,481ຕື້ກີບ ແລະ 21,508.50ໂດລາ