ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການຟື້ນຟູປ່າໄມ້ ເຂດບ້ານ ພອນມະນີ ເມືອງສະໜາມໄຊ

ວັນທີ 27 ທັນວາ 2024 ນີ້, ທີ່ພະແນກແຜນການ ແລະ ການ ລົງທຶນ ແຂວງອັດຕະປື ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການຟື້ນຟູ ປ່າໄມ້ ໂດຍການປູກໄມ້ອຸດສະຫະກຳ ແລະ ໄມ້ໃຫ້ໜາກໃນເນື້ອທີ່ 100 ເຮັກຕາ ຢູ່ເຂດບ້ານ ພອນມະນີ ເມືອງ ສະໜາມໄຊ ລະຫວ່າງ ອົງການປົກຄອງແຂວງອັດຕະປື ກັບ ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ ແລະສ້ອມແປງເຄຫະສະຖານ ຈຳກັດ ຜູ້ດຽວ, ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍມີ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມ ເປັນໄປໄດ້ ໃນການຟື້ນຟູປ່າໄມ້ໂດຍການປູກໄມ້ອຸດສາຫະກຳ ແລະໄມ້ໃຫ້ໝາກໃນເນື້ອທີ່ 100 ເຮັກຕາ ຢູ່ເຂດບ້ານ ພອນມະນີ ເມືອງ ສະໜາມໄຊ ແຂວງ ອັດຕະປື ເທື່ອນີ້ ຝ່າຍອົງການປົກຄອງ ແຂວງ ມີຈຸດປະສົງຢາກຈະພັດທະນາເສດຖະກິດ ແລະ ເພື່ອສົ່ງ ເສີມການພັດທະນາວຽກງານກະສິກຳ ຢູ່ແຂວງ ໃຫ້ມີການເຕີບ ໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ສຳລັບຝ່າຍບໍລິສັດ ມີຈຸດ ປະສົງທີຈະພັດທະນາໂຄງການໃຫ້ມີການຂະຫຍາຍໂຕ, ເຊິ່ງກິດ ຈະການດັ່ງກ່າວ ຈະເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນ ຢູ່ເຂດບ້ານພອນມະນີ ກໍ່ຄືປະຊາຊົນຊາວເມືອງ ສະໜາມໄຊ ແລະ ທັງສາມາດສ້າງລາຍຮັບໃຫ້ແກ່ພາກລັດ ໄດ້ອີກທາງໜຶ່ງ. ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ຄັ້ງນີ້ ຕາງໜ້າໃຫ້ອົງການປົກຄອງ ແຂວງອັດຕະປື ໂດຍທ່ານ ນາງ ໜູຈອນ ພິມມະເສນ ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ທ່ານ ສັກບັນດິດ ຈັນທະລັງສີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ທອງສະຫວັດ ສິດທີຈັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສົມໄຊ ສຸລິຍະວົງ ຮອງເຈົ້າເມືອງ ສະ ໜາມໄຊ ແລະ ຝ່າຍ ບໍລິສັດ ໂດຍແມ່ນທ່ານ ບຸນຈັນ ຈັນທະວົງ ປະທານບໍລິສັດ ແລະ ທ່ານ ຊົງຍົດ ຈັນທະວົງ ຮອງປະທານ ບໍລິສັດ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ: ວັດທະນາ




