ໃນບົດລາຍງານທີ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນວ່າ: ເພື່ອສືບຕໍ່ແກ້ໄຂບັນຫາດ້ານເສດຖະກິດຂອງປະເທດໃຫ້ນັບມື້ດີຂຶ້ນ ລັດຖະບານຈະສຸມໃສ່ 9 ວຽກງານສໍາຄັນ ດັ່ງນີ້:

1). ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກແລ້ວນັ້ນໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກ່ວາເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາສໍາເລັດ ແລະ ເວລາ ລາຍງານຄືນໃຫ້ລະອຽດ.
2). ສືບຕໍ່ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ (GDP ຂະຫຍາຍຕົວຢູ່ໃນລະດັບ 4.8%) ດ້ວຍການຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເຂົ້າສູ່ລວງເລິກ ເຊັ່ນ: ຜະລິດປຸ໋ຍຊີວະພາບ, ຫົວອາຫານລ້ຽງສັດ, ວັດສະດຸກໍ່ສ້າງ, ເຄື່ອງ ອຸປະໂພກ-ບໍລິໂພກ ໄປຄຽງຄູ່ກັບການປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
3). ສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ ດ້ວຍການດໍາເນີນນະໂຍບາຍເງິນຕາແບບຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນຢ່າງມີປະສິດທິພາບ, ຄຸ້ມຄອງເງິນ ຕາຕ່າງປະເທດ ຈາກການລົງທຶນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນໍາໃຊ້ສະກຸນເງິນທ້ອງຖິ່ນກັບປະເທດໃກ້ຄຽງ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ, ສືບຕໍ່ປ່ອຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃຫ້ມີປະສິດທິຜົນສູງ.
4). ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ເປັນປີທີ 5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດໃຫ້ມີລາຍຮັບເກີນດຸນ ຕາມຄາດໝາຍ ສອຈ ວາງອອກ ໂດຍລັດຖະບານ ຈະສຸມທຸກກໍາລັງແຮງເຂົ້າໃນການເກັບລາຍຮັບຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້, ເລັ່ງການຫັນເປັນທັນສະໄໝ ແລະ ຂະ ຫຍາຍຖານລາຍຮັບໃໝ່, ຈຳກັດການຍົກເວັ້ນພັນທະຕ່າງໆ ທີ່ບໍ່ເປັນການກະຕຸ້ນ ຫລື ສົ່ງເສີມການລົງທຶນ. ລາຍຈ່າຍງົບປະມານ ແມ່ນໃຫ້ສຸມໃສ່ວຽກງານບູລິມະສິດຂອງລັດຖະບານ ບົນຈິດໃຈປະຢັດມັດທະ ຍັດ, ນໍາໃຊ້ແຫຼ່ງລາຍຮັບພາຍໃນ ເພື່ອແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ພ້ອມ ທັງ ຫຼຸດຜ່ອນການກູ້ຢືມລົງຢ່າງຕັ້ງໜ້າ.
5). ສໍາລັບແຜນການລົງທຶນຂອງລັດ ປະຈໍາປີ 2025, ແຜນຈັດສັນງົບປະມານ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈຳປີ 2025 ມີທຶນ 6,250 ຕື້ກີບ ເພີ່ມຂຶ້ນ ປະມານ 25% ທຽບໃສ່ແຜນປະຈໍາປີ 2024 (ປີ 2024 ມີ 5,000 ຕື້ກີບ), ໃນນີ້: ບ້ວງລົງທຶນປົກກະຕິ 5,450 ຕື້ກີບ; ບ້ວງປະກອບທຶນ ແລະ ໜີ້ສ່ວນຫຼຸດ 800 ຕື້ກີບ ໄດ້ຈັດສັນໃຫ້ 2 ກຸ່ມແຜນງານໃຫຍ່ ຄື: ກຸ່ມທີ 1: ຈັດສັນໃຫ້ບັນດາແຜນງານ/ໂຄງການບູລິມະສິດຂອງ ລັດຖະບານ (9 ເປົ້າໝາຍບູລິມະສິດ) ແລະ ກຸ່ມທີ 2: ຈັດສັນໃຫ້ບັນດາໂຄງການປົກກະຕິ ແລະ ໂຄງການເປົ້າໝາຍ ສະເພາະຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ ເຊິ່ງກອງປະຊຸມກົມການເມືອງ ຮ່ວມກັບຄະນະ ເລຂາທິການສູນກາງພັກ ເຫັນດີຮັບຮອງທາງດ້ານຫຼັກການ.
6). ສືບຕໍ່ດັດສົມຈໍານວນບໍລິສັດນໍາເຂົ້າ-ສົ່ງອອກ, ຈຳກັດການ ນໍາເຂົ້າສິນຄ້າ ທີ່ສາ ມາດຜະລິດເອງໄດ້ ແລະ ຕີຖອຍການຄ້ານອກລະບົບ ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ເພື່ອຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຫຼຸດໜ້ອຍຖອຍລົງ.
7). ສືບຕໍ່ປັບປຸງກົນໄກ, ລະບຽບການສົ່ງເສີມການລົງທຶນ ແລະ ການດໍາເນີນທຸລະ ກິດໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ສຸມໃສ່ຕິດຕາມກວດກາ ບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ກໍ່ໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງກຳນົດເວລາໃຫ້ບໍລິສັດໄປແກ້ໄຂ, ຖ້າແກ້ ໄຂບໍ່ໄດ້ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດສັນຍາ ໂດຍສະເພາະໂຄງການກໍ່ສ້າງທາງດ່ວນ ແລະ ໂຄງການບໍ່ແຮ່.
. ເລັ່ງຫັນການໂຄງການທົດລອງແຮ່ທາດ ໄປສູ່ກົນໄກປົກກະຕິຕາມກົດໝາຍກຳນົດ, ພ້ອມກັນນັ້ນ ຈະໄດ້ສຸມໃສ່ມາດຕະການຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ, ແຮ່ຫາຍາກ ແລະ ອື່ນໆ ທັງຈະໄດ້ຮີບ ຮ້ອນຄົ້ນຄວ້ານະໂຍ ບາຍຕົວຈິງຈໍານວນໜຶ່ງ ເພື່ອໃຫ້ມີການສ້າງໂຮງງານປຸງແຕ່ງແຮ່ສໍາເລັດຮູບຢູ່ລາວ.
9). ສຸມໃສ່ຍູ້ແຮງການສົ່ງເສີມການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາ ເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫຼາຍ; ສືບຕໍ່ສົ່ງເສີມຈຸນລະວິ ສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ແຂງແຮງກວ່າເກົ່າ ແລະ ສືບຕໍ່ປະຕິບັດປະຕິຮູບລັດວິສາຫະກິດໃຫຍ່ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.


