ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄາດວ່າຈະມີມວນຊົນເຂົ້າຮ່ວມຟ້ອນລໍາວົງ ເພື່ອສະເຫຼີມສະຫຼອງລໍາວົງລາວເປັນມໍລະດົກໂລກ ຈຳນວນຫລວງຫລາຍ

Dec 29, 2024

ຄາດວ່າຈະມີມວນຊົນເຂົ້າຮ່ວມຟ້ອນລໍາວົງ ເພື່ອສະເຫຼີມສະຫຼອງລໍາວົງລາວເປັນມໍລະດົກໂລກ ຈຳນວນຫລວງຫລາຍ
ງານຟ້ອນລໍາວົງເພື່ອສະເຫຼີມສະຫຼອງລໍາວົງລາວ ເປັນມໍລະດົກໂລກທາງດ້ານວັດທະນະທໍານາມມະທໍາ ທີ່ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທນະຄອນຫຼວງວຽງຈັນ ຈະຈັດຂຶ້ນໃນຄໍ່າຄືນວັນທີ 31 ທັນວາ 2024 ທີ່ເຂດປະຕູໄຊ, ນະຄອນຫລວງວຽງຈັນ ຄາດວ່າຈະມີບໍ່ຫລຸດ 1,500 ຄູ່ ເຂົ້າຮ່ວມຟ້ອນລໍາວົງລາວໃນຄັ້ງນີ້ ເພາະຫລັງ ຈາກທີ່ມີການແຈ້ງລົງທະບຽນມາຮອດຕອນແລງວັນທີ 26 ທັນ ວານີ້ ມີຫລາຍກວ່າ 500 ຄູ່ທີ່ລົງທະບຽນແລ້ວ.
ທ່ານ ນາງ ລັດດາວັນ ດວງດາລາ ຮອງຫົວໜ້າກົມສິລະປະ- ວັດທະນະທໍາ, ກະຊວງ ຖວທ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະ ຈາຍສຽງແຫ່ງຊາດລາວໃນວັນທີ 26 ທັນວາ 2024 ວ່າ: ການຟ້ອນລໍາວົງໃນຄັ້ງນີ້ ແມ່ນຈະຈັດຢູ່ 3 ຈຸດ ຄື: ຈຸດນໍ້າພຸຫລັງເວທີກາງ (ສວນປະຕູໄຊ), ຈຸດນໍ້າພຸ (ຄ້ອງສັນຕິພາບໂລກ) ສວນປະ ຕູໄຊ ແລະ ຈຸດຖະໜົນລ້ານຊ້າງ (ໜ້າອາຄານກົມພັດທະນາການທ່ອງທ່ຽວ) ໂດຍບໍ່ຈໍາກັດອາຍຸ, ເຂົ້າຮ່ວມເປັນຄູ່ຍິງ+ຊາຍ ແລະ ແຕ່ງກາຍຊຸດວັດທະນະທໍາບັນດາເຜົ່າ. ສ່ວນການຟ້ອງ ແມ່ນຟ້ອນຕາມ 8 ຈັງ ຫວະລໍາວົງລາວທີ່ຖືກຮັບຮອງເປັນມໍລະດົກໂລກ ຄື: ຈັງຫວະເຊີນຊວນ, ຈັງຫວະລຳສີພັນດອນ, ຈັງຫວະຕັ່ງຫວາຍ, ຈັງຫວະຂັບທຸ້ມຫຼວງພະບາງ, ຈັງຫວະລຳສາລະວັນ, ຈັງ ຫວະສະຫຼັບຟັນປາ, ຈັງຫວະລຳຄອນສະຫວັນ ແລະ ຈັງຫວະລໍາມະຫາໄຊ.
ນອກຈາກຈະມີການຟ້ອນລໍາວົງລາວ, ພາຍໃນງານຄັ້ງນີ້ ຍັງຈະມີຫລາຍກິດຈະໍາທີ່ໜ້າສົນໃຈ ເຊັ່ນ: ການວາງສະແດງແບບຈໍາລອງໃບຢັ້ງຢືນລໍາວົງລາວຖືກຮັບເປັນມໍລະດົກໂລກ ເຊິ່ງຜູ້ເຂົ້າຮ່ວມງານສາມາດຖ່າຍຮູບກັບໃບຢັ້ງຢືນດັ່ງກ່າວໄດ້. ນອກຈາກນີ້ ຍັງມີການວາງສະແດງແບບຈໍາລອງມໍລະດົກໂລກ ອີກ 2 ຜະລິດຕະພັນ ຄື: ໃບຢັ້ງຢືນສຽງແຄນຄົນເຊື້ອຊາດລາວຖືກຮັບຮອງເປັນມໍລະ ດົກໂລກວັດທະນະທໍານາມມະທໍາ ແລະ ໃບຢັ້ງຢືນລາຍນາກ ຖືກຮັບຮອງເປັນມໍລະດົກໂລກວັດທະນະທໍານາມມະທໍາ, ລວມເຖີງມີການສະແດງສິລະປະທີ່ຫລາກຫລາຍ ແລະ ອື່ນໆ.
ສໍາລັບຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມຟ້ອນລໍາວົງລາວໃນຄັ້ງນີ້ ແມ່ນສາມາດສະໝັກໄດ້ຕາມລິ້ງ