ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານແຜນການ ແລະ ການເງິນ
ໃນຕອນບ່າຍ ວັນທີ 27 ທັນວາ 2024 ທີ່ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການເງິນ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງ ປີ 2025; ມີທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ບັນດາທ່ານ ລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຜູ້ຕາງໜ້າພະແນກແຜນການ ແລະ ການລົງທຶນ ແລະ ພະແນກການເງິນ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ເຂົ້າ ຮ່ວມ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານ ກ່ຽວກັບເນື້ອໃນ ແລະ ສະພາບການດຳ ເນີນກອງປະຊຸມຄັ້ງນີ້ ຕະຫຼອດໄລຍະ 2 ວັນທີ່ຜ່ານມາ, ລວມທັງ ຜົນສຳເລັດອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານແຜນ ການ ແລະ ການລົງທຶນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຈາກທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນ ໃນແຕ່ລະດ້ານ ເປັນຕົ້ນ ວຽກແຜນການ, ວຽກການລົງທຶນ (ການລົງທຶນຂອງລັດ, ການລົງທຶນຂອງເອກະຊົນ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ…), ວຽກສະຖິຕິ, ວຽກປະເມີນຜົນ, ວຽກການຮ່ວມມືສາກົນ ແລະ ອື່ນໆ. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ກະຊວງການເງິນ ກໍ່ໄດ້ສືບຕໍ່ລາຍງານໃຫ້ຊາບ ກ່ຽວກັບຜົນການດຳເນີນກອງປະຊຸມໃນຄັ້ງນີ້ ໂດຍສະເພາະ ໃນວຽກງານທີ່ຕິດພັນກັບຂະແໜງການເງິນ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ທີ່ທົ່ວຂະແໜງການເງິນ ສາມາດປະຕິບັດໄດ້ ໃນປີ 2024 ເປັນຕົ້ນ ການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນ, ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານແຫ່ງລັດ, ການຕັ້ງໜ້າໜ້າປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍເຂົ້າສູ່ລວງເລິກ, ສາມາດປະຕິບັດແຜນງົບປະມານແຫ່ງລັດປີ 2024 ໄດ້ລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ, ເຊິ່ງຮອດວັນທີ 24 ທັນວາ 2024)ການຈັດເກັບລາຍຮັບປະຕິບັດໄດ້ 116% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 41%, ຊຶ່ງສາມາດຕີລາຄາໄດ້ວ່າ ການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ແລະ ສາມາດຈັດເກັບໄດ້ເກີນແຜນ 4 ປີຕິດຕໍ່ກັນ;
ພ້ອມກັນນັ້ນ ດ້ານລາຍຈ່າຍ ສາມາດຊໍາລະໄດ້ຕາມພັນທະ ສັນຍາໜີ້ສິນທີ່ຕ້ອງຊໍາລະ ແລະ ບໍ່ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້. ນອກນັ້ນ ຍັງໄດ້ສະເໜີໃຫ້ຊາບ ບັນດາບັນຫາທີ່ກອງປະຊຸມ ໄດ້ຕົກລົງເປັນເອກະພາບ ຕໍ່ທິດທາງແຜນການ ປີ 2025.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດ ໂອ້ລົມ ຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດ ທີ່ທົ່ວຂະແໜງແຜນການ ແລະ ການລົງທຶນ ແລະ ທົ່ວຂະແໜງການເງິນ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ານມາ; ພ້ອມທັງ ຍົກໃຫ້ເຫັນຂໍ້ຄົງຄ້າງບາງດ້ານ ທີ່ຂະ ແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ ໃນຂະແໜງແຜນການ-ການ ລົງທຶນ ແລະ ການເງິນ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດ ຊອບສູງຂຶ້ນ, ບຸກທະລຸທາງດ້ານຈິນຕະນາການ, ສ້າງການຫັນ ປ່ຽນໃນວຽກງານໃຫ້ວ່ອງໄວ, ທັນການ ແລະ ມີຄຸນນະພາບ; ຫັນພະນັກງານຄົນໜຶ່ງເຮັດໄດ້ຫຼາຍໜ້າວຽກ ບົນພື້ນຖານຄວາມເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ, ສ້າງຄວາມເປັນຊ່ຽວຊານ, ຮັກໃນອາຊີບ ແລະ ມີຈັນຍາບັນ, ອົດທົນເສຍສະຫຼະ, ປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ; ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ສົມເຫດສົມຜົນ, ທັງມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ສົ່ງເສີມຄົນເກັ່ງ ແລະ ມີຄຸນ ສົມບັດສິນທໍາປະຕິວັດ, ມີແນວຄິດກ້າວໜ້າ, ແຂ່ງຂັນກັນສ້າງຜົນງານຢ່າງຖືກຕ້ອງ; ໃຫ້ຖືເອົາວຽກງານການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນວຽກບູລິມະສິດຕົ້ນຕໍ ໃນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນປີ 2025; ປັບປຸງລະບົບສະຖິຕິໃຫ້ເຂັ້ມແຂງ ແລະ ລົງເຖິງຮາກ ຖານ.
ມີການຄົ້ນຄວ້າວິໄຈ ແລະ ສະເໜີແນະ ນະໂຍບາຍຕ່າງໆໃຫ້ແກ່ການນໍາຢ່າງທັນການ; ປັບປຸງການສ້າງແຜນໃນໄລຍະໃໝ່ ໃຫ້ແທດຕົວຈິງຫຼາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນໃໝ່ ໂດຍຈັດລຽງບູລິມະສິດ ແລະ ໂຄງການທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະ ກິດທີ່ແທ້ຈິງ; ເອົາໃຈໃສ່ການສົ່ງເສີມ, ອະນຸມັດ ແລະ ຄຸ້ມຄອງການລົງທຶນ ໃຫ້ມີການຫັນປ່ຽນໃໝ່ຢ່າງເປັນຮູບປະທໍາ ໂດຍສະເພາະ ການປັບປຸງຂອດຂັ້ນ ແລະ ກົນໄກການພິຈາລະນາການລົງທຶນ;
ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງ ໃຫ້ແກ່ການພັດທະນາ; ສືບຕໍ່ຮ່ວມມືຂົນຂວາຍການຊ່ວຍເຫຼືອ ຈາກຕ່າງປະເທດ ທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການລົງທຶນ ໃນແຕ່ລະໄລຍະ, ມີການຕິດຕາມ-ກວດກາເປັນປົກກະຕິ ແລະ ຕ້ອງມີມາດຕະການແກ້ໄຂຈຸດຄົງຄ້າງຢ່າງເຂັ້ມງວດ, ຖ້າປະຕິ ບັດໄດ້ດີກໍ່ຕ້ອງມີການຍ້ອງຍໍຊົມເຊີຍ; ເອົາໃຈໃສ່ຕໍ່ວຽກບໍລິການ, ການປະສານງານ ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ກົມກຽວກັນ; ເລັ່ງຄົ້ນຄວ້າສ້າງ ຫຼື ປັບປຸງນິຕິກໍາຕ່າງໆ ເພື່ອຮັບປະກັນສາມາດຕອບສະໜອງການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນໄລຍະໃໝ່ ຢ່າງທັນການ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ, ລວມທັງ ການສະກັດກັ້ນການຮົ່ວໄຫຼຂອງງົບປະມານ; ເປັນເຈົ້າ ການຄຸ້ມຄອງລາຍຮັບ ຢ່າງແຂງແຮງ ໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ; ເລັ່ງດ່ວນປະຕິຮູບ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ ແລະ ເປັນຮູບປະທໍາ; ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດວຽກງານຕາມທິດສາມສ້າງຂອງຂະແໜງແຜນການ- ການລົງ ທຶນ ແລະ ການເງິນ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດເປັນຮູບປະທໍາ; ການສ້າງແຜນງົບປະມານແຫ່ງລັດ ເລີ່ມປີ 2025 ເປັນຕົ້ນ ໄປ ຕ້ອງໃຫ້ສອດຄ່ອງກັບສະພາບເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ ໂດຍສະເພາະ ທ່າແຮງ, ຈຸດພິເສດຂອງຂະແໜງການ ແລະ ທ້ອງ ຖິ່ນ; ໃຫ້ຂະແໜງການເງິນ ສົມທົບພາກສ່ວນກ່ຽວຂ້ອງ ສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ ດ້ວຍການປັບປຸງນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການລົງທຶນ, ການເກັບລາຍຮັບງົບປະມານ, ສະພາບຄ່ອງເງິນຕາ ຕ່າງປະເທດ, ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ ຕໍ່ກັບສະພາບເສດຖະກິດຂອງປະເທດເຮົາໃຫ້ສູງຂຶ້ນ; ຕ້ອງເດັດຂາດແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງແຜນການ ແລະ ການເງິນຢ່າງແທ້ຈິງ ໂດຍເຄັ່ງຄັດປະຕິ ບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານ ທັງພາກລັດ ແລະ ທຸລະກິດ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.





