ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂ່າວເດັ່ນດ້ານການພົວພັນຮ່ວມມືກັບຕ່າງປະເທດຂອງ ສປປ ລາວ ໃນປີ 2024

Dec 29, 2024

ຂ່າວເດັ່ນດ້ານການພົວພັນຮ່ວມມືກັບຕ່າງປະເທດຂອງ ສປປ ລາວ ໃນປີ 2024
1). ປະຊາຊົນອາຊຽນ ແລະ ຈີນ ເປີດປີແຫ່ງການໄປມາຫາສູ່ກັນໃນວັນທີ 1-2 ກຸມ ພາ 2024, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມພິທີດັ່ງກ່າວ ທີ່ນະຄອນຝູໂຈວ ແຂວງ ຝູ ຈ້ຽນ ຂອງຈີນ. ເພື່ອສົ່ງ ເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ:ດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ກິລາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງ ປະຊາ ຊົນອາຊຽນ ແລະ ຈີນ ພ້ອມທັງເປັນການເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາ ຊຽນ-ຈີນ ເຊິ່ງທັງສອງຝ່າຍໄດ້ຕົກລົງສ້າງຕັ້ງຂຶ້ນນັບແຕ່ປີ 2021 ເປັນຕົ້ນມາ.
ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກ ປ່ຽນການໄປມາຫາສູ່ຂອງປະຊາຊົນອາຊຽນ ແລະຈີນ ເພາະມີຄວາມໝາຍສໍາຄັນໃນການເພີ່ມທະວີຮັດແໜ້ນ ສາຍພົວພັນຮ່ວມມືອາຊຽນ-ຈີນ ແລະ ເປັນການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ. ໃນປີ 2024 ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ປະເທດລາວ ໄດ້ກໍານົດເອົາປີ 2024 ເປັນ “ປີທ່ອງທ່ຽວລາວ” ເປັນການປະກອບສ່ວນສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນອາຊຽນ ແລະ ຈີນ.
2). ວັນທີ 24 ເມສາ 2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ປະຕິວັດລາວ ເດີນທາງໄປຮ່ວມກອງປະຊຸມສຸດຍອດ ຄັ້ງທີ 14 ລະ ຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ນະຄອນຫລວງພະນົມເປັນ,ຣາຊະອານາຈັກກຳປູເຈຍ. ກອງປະຊຸມດັ່ງກ່າວແມ່ນເປັນກົນໄກໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ, ທັງເປັນການປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
3). ລະຫວ່າງວັນທີ 11-12 ມິຖຸນາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມມົງໂກລີທາງລັດຖະກິດ ຕາມຄຳເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີມົງໂກລີ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ-ມົງໂກລີໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ. ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີໃຫ້ສືບຕໍ່ດໍາເນີນການທາງດ້ານຂັ້ນຕອນພາຍໃນ ເພື່ອໃຫ້ສາມາດເປີດຖ້ຽວບິນໂດຍກົງຮ່ວມກັນໃນອະນາຄົດ. ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີມົງໂກລີ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມື3 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິ ການດ້ານການແພດ ລະຫວ່າງກະຊວງສາທາລະນະສຸກຂອງລາວ ແລະ ກະຊວງສາ ທາລະນະສຸກຂອງມົງໂກລີ; ບົດບັນທຶກຄວາມເຂົ້າໃຈການຮ່ວມມືໃນຂົງເຂດວຽກ ງານຄຸ້ມຄອງລັດຖະ ກອນ ລະຫວ່າງກະຊວງພາຍໃນຂອງລາວ ແລະ ສະພາຄຸ້ມຄອງລັດຖະກອນຂອງມົງໂກລີ ແລະ ອະນຸສັນຍາກ່ຽວກັບສຸຂະນາໄມສັດ ສໍາລັບການສົ່ງ ອອກຊີ້ນງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ແລະ ກະຊວງອາຫານ ກະສິກໍາ ແລະ ອຸດສາ ຫະກໍາເບົາຂອງມົງໂກລີ.
4). ສະຫາຍ ໂຕ ເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມລາວທາງລັດຖະກິດລະຫວ່າງວັນທີ 11-12 ກໍລະກົດ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນການພົບປະຢ່າງເປັນທາງການ ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດ ນາມ, ຫວຽດນາມ-ລາວ, ການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍໃນທຸກໆດ້ານໃນໄລຍະຜ່ານມາ ກໍຄື ຜົນສຳເລັດຂອງກອງປະຊຸມລະຫວ່າງສອງລັດຖະບານ ທີ່ໄດ້ເປັນເອກະພາບກັນ. ພາຍຫລັງສໍາເລັດການພົບປະ, ສະຫາຍປະທານປະເທດລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຈໍານວນ 7 ສະບັບ, ໃນນັ້ນມີສັນຍາລະຫວ່າງລັດຖະບານ ຈໍານວນ3 ສະບັບ ແລະ ສັນຍາພາກທຸລະກິດ ຈຳນວນ 4 ສະບັບ. ຈາກນັ້ນ,ສະຫາຍປະທານປະເທດລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມກົດປຸ່ມເປີດໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວຢູ່ລາວ ຢ່າງເປັນທາງ ການ ພ້ອມທັງໄດ້ເຂົ້າຮ່ວມພິທີມອບ-ຮັບພາຫະນະຮັບໃຊ້ໃນການເປັນປະທານອາຊຽນ ປີ 2024 ຂອງລາວຈາກຫວຽດນາມ.
5). ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ XIX ເຊິ່ງຈັດຂຶ້ນລະຫວາງວັນທີ 4 – 5 ຕຸລາ 2024, ທີ່ນະຄອນຫລວງປາຣີ, ຕາມການເຊື້ອເຊີນ ຂອງ ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ. ຝຣັ່ງໂກໂຟນີີ ແມ່ນອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສ້າງຕັ້ງຂຶ້ນໃນປີໃນປີ 1970, ມີສະມາຊິກທັງໝົດ 80 ປະເທດ ແລະ ມີຈຸດປະສົງຕົ້ນຕໍ ເພື່ອສົ່ງເສີມຄວາມຫລາກຫລາຍດ້ານວັດທະນະທຳ ແລະ ພາສາຝຣັ່ງ ແນໃສ່ສົ່ງເສີມສັນຕິພາບ, ປະຊາທິປະໄຕ ແລະ ສິດທິມະນຸດ, ເພື່ອສະໜັບສະໜູນການສຶກສາ, ການຄົ້ນຄວ້າ ແລະ ການພັດທະນາ.
ສຳລັບປະເທດລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັ່ງໂກໂຟນີໃນປີ 1991.
6). ລະຫວ່າງວັນທີ 19-21 ຕຸລາ 2024, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະ ເທດ ໄດ້ຕາງໜ້າໃຫ້ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານລາວ ນໍາພາຄະນະເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕໍາແໜ່ງຂອງທ່ານ ພຣາໂບໂວ ສຸບຽນໂຕ ປະທານາ ທິບໍດີຄົນທີ 8 ຂອງສາທາລະນະລັດອິນໂດເນເຊຍຢ່າງເປັນທາງການ ຕາມການເຊື້ອເຊີນຂອງລັດຖະບານອິນໂດເນເຊຍ ພິທີທາງການໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2024 ທີ່ນະ ຄອນຫລວງຈາກາຕາ ປະເທດອິນໂດເນເຊຍ. ສຳຫຼັບລາວ ແລະ ອິນໂດ ເນເຊຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 30 ສິງຫາ 1957, ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນມາເປັນເວລາ 67 ປີ, ການພົວພັນຮ່ວມມືຂອງສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຂຶ້ນເປັນລຳດັບ ຕາມທ່າອ່ຽງຂອງຍຸກສະ ໄໜ ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ສະພາບການພັດທະນາດ້ານເສດຖະກິດຂອງສອງປະເທດ. ສອງປະເທດລາວ-ອິນໂດເນເຊຍ ມີການຮ່ວມມືອັນດີທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ການສຶກສາ, ປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການ ທ່ອງທ່ຽວ ແລະດ້ານອື່ນໆ. ນອກນີ້, ສອງປະເທດຍັງໄດ້ສ້າງຕັ້ງກົນໄກຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ (ກອງປະ ຊຸມ JCBC) ເຊິ່ງໄດ້ຈັດກອງປະຊຸມຮ່ວມກັນມາແລ້ວ 5 ຄັ້ງ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ສອງຝ່າຍຍັງໄດ້ເຊັນສັນຍາ ແລະ ເຊັນບົດບັນທຶກຄວາມເຂົ້າໃຈຕ່າງໆຮ່ວມກັນ 20 ກວ່າສະບັບ.
7). ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ນຳພາຄະນະຜູ້ ແທນເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ລະຫວ່າງວັນທີ 22-24 ຕຸລາ 2024 ທີ່ ປະເທດຣັດເຊຍ. ກອງປະຊຸມຄັ້ງນີ້, ເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ແກ້ໄຂບັນຫາຕົວຈິງຂອງພາກພື້ນ ກໍຄື ທົ່ວໂລກ ລວມທັງການສ້າງຄວາມເຂັ້ມແຂງ ແລະ ຄວາມພະຍາຍາມຮ່ວມກັນ ໃນການເສີມຂະ ຫຍາຍສາຍພົວພັນ ແລະ ສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິທຳ ແລະ ເປັນປະຊາທິປະໄຕ. ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກໆປີ ເຊິ່ງເລີ່ມມາແຕ່ປີ 2009, ປັດຈຸບັນກຸ່ມ BRICS ປະກອບດ້ວຍ ສະມາ ຊິກ 9 ປະເທດ ຄື: ເບຣຊິນ, ຣັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ, ສະຫະລັດອາຣັບ ເອມິເຣດ ແລະ ມີອີກຫລາຍກວ່າ 45 ປະເທດ ທີ່ສະແດງເຈດຈຳນົງເຂົ້າຮ່ວມກຸ່ມດັ່ງກ່າວ. ສຳລັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ປະເທດເບຣຊິນ.
. ວັນທີ 7 ພະຈິກ 2024, ທີ່ນະຄອນຄຸນໝິງແຂວງຢຸນນານຂອງຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ເປັນປະທານກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 10 ພາຍໃຕ້ຄໍາຂວັນ: “ກ້າວສູ່ການເຊື່ອມຈອດທີ່ໂລ່ງລ່ຽນ ເພື່ອການເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງຄວາມຄືບໜ້າ ແລະ ຕີລາຄາຄືນຜົນງານການຈັດຕັ້ງປະຕິບັດແຜນແມ່ບົດ ACMECS ໄລຍະ 2019-2023, ຮ່ວມກັນເປິກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ສ້າງເງື່ອນໄຂ ເພື່ອການເຊື່ອມຈອດອະນຸພາກພື້ນ ທີ່ມີປະສິດທິພາບ ກໍຄື ການເຊື່ອມໂຍງດ້ານເສດຖະກິດກັບປະເທດສະມາຊິກແອັກແມັກ, ພາກພື້ນ ແລະ ສາກົນ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົານູແວນເຊລັງເຂົ້າເປັນຄູ່ຮ່ວມພັດທະ ນາຂອງ ACMECSຊຸດທີສອງ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງ ການວຽງຈັນຂອງກອງປະຊຸມສຸດຍອດACMECS ຄັ້ງທີ 10 ແລະ ເອກະສານແນວຄິດວ່າດ້ວຍການຄຸ້ມຄອງຊັບພະຍາກອນນໍ້າໃນອະນຸພາກພື້ນແມ່ນ້ຳຂອງ. ກອງປະຊຸມ ໄດ້ມອບການເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ໃຫ້ແກ່ ມຽນມາ
9). ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງການບັນດາພັກການເມືອງໃນອາຊີ (ICAPP) ຄັ້ງທີ 12 ພາຍໃຕ້ຫົວຂໍ້: “ການສະແຫວງຫາສັນຕິພາບ ແລະ ຄວາມປອງດອງ”, ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສະພາວັດທະນະທໍາອາຊີ ຄັ້ງທີ 3, ເວທີສໍາມະນາສື່ມວນຊົນ ICAPP ຄັ້ງທີ 7ແລະ ກອງປະຊຸມເປິກສາຫາລືໂຕະມົນ ລະຫວ່າງ ບັນດາພັກການເມືອງ ທີ່ມາຈາກອາຊີ, ອາຟຣິກາ, ອາເມລິ ກາລາຕິນ ແລະ ກາຣາອິບ, ເອີຣົບ ໃນລະຫວ່າງວັນທີ 21-24 ພະຈິກ 2024 ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.
10). ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມ ຢາມຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ລະຫວ່າງວັນທີ 4-5 ທັນວາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູ ເຈຍ ໃຫ້ເລິກ ເຊິ່ງກວ່າເກົ່າ., ຜູ້ນຳສອງປະເທດ ໄດ້ເປັນສັກຂີພິຍານ ໃນການລົງນາມເອກະສານ ການຮ່ວມມືລາວ-ກຳປູ ເຈຍ ຈຳນວນ 3 ສະບັບ ຄື: ສັນຍາຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ (DTA); ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານກໍາປູເຈຍ ແລະ ລັດຖະ ບານລາວ ກ່ຽວກັບການຮ່ວມມືໃນຂົງເຂດວັດທະນະທຳ ແລະ ສິນລະປະ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂະແໜງການກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ກະ ຊວງກະສິກຳ ປ່າໄມ້ ແລະ ການປະມົງຂອງກຳປູເຈຍ.