ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະພາແຫ່ງຊາດ ພະນັກງານໃນຂົງເຂດສື່ມວນຊົນ

Dec 29, 2024

ປະທານສະພາແຫ່ງຊາດ ພະນັກງານໃນຂົງເຂດສື່ມວນຊົນ
ໃນໂອກາດວັນອອກໜັງສືພິມຜູ້ແທນປະຊາຊົນ ສະບັບທີ 1.000 ແລະ ວັນສ້າງຕັ້ງສື່ມວນຊົນ ສະພາແຫ່ງຊາດ ຄົບຮອບ 28 ປີ, ໃນວັນທີ 27 ທັນວາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ໂອ້ລົມນັກຮົບສື່ມວນຊົນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ບັນດາສື່ມວນຊົນ ຂອງກະຊວງ-ອົງການ, ຄະນະທີ່ປຶກສາ ວຽກງານສື່ມວນຊົນ ຂອງສະພາແຫ່ງຊາດ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ຍ້ອງຍໍຊົມເຊີຍມາຍັງບັນດາສື່ມວນຊົນທີ່ສາມາດຍາດໄດ້ຜົນສໍາເລັດໃນການເຄື່ອນໄຫວວຽກງານ, ປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ ແລະ ເອກະສານສໍາຄັນ ຂອງພັກ-ລັດ ໄດ້ຮັບຜົນສໍາເລັດເປັນຢ່າງດີຕະຫຼອດມາ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຂົງເຂດສື່ມວນຊົນສືບຕໍ່ເອົາໃຈໃສ່ ຄື:
1). ການເຄື່ອນໄຫວວຽກງານສື່ມວນຊົນ ຕ້ອງຮັບປະກັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ.
2). ວຽກງານສື່ມວນຊົນ ເປັນວຽກງານທີ່ມີຄວາມສໍາຄັນ, ເປັນປາກກະບອກສຽງ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ລວມທັງການເຄື່ອນໄຫວວຽກງານ ຂອງສູນກາງພັກ, ສະພາແຫ່ງຊາດ ກໍຄື ລັດຖະ ບານ ໃຫ້ພະນັກງານ, ທະຫານຕໍາຫຼວດ ກໍຄືປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ, ນໍາເອົາໝາກຜົນແຫ່ງການສ້າງສາພັດທະນາເສດຖະກິດ-ສັງຄົມ ມາສູ່ປະເທດຊາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ດີຂຶ້ນ. ໝາຍຄວາມວ່າ ສື່ມວນຊົນປະເພດຕ່າງໆ ມີບົດບາດສໍາຄັນຫຼາຍໃນການນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ໄປເຜີຍແຜ່ໃຫ້ປະຊາຊົນຢູ່ ບັນດາແຂວງ, ເມືອງ, ບ້ານ ລວມທັງເຂດຫ່າງໄກສອກຫຼີກ ໂດຍຜ່ານສື່ປະເພດຕ່າງໆ ເປັນຕົ້ນ ໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ, ສື່ສັງຄົມອອນລາຍ.
3). ການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ມີຄວາມສໍາຄັນຫຼາຍ ໂດຍສະເພາະ ການດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ການເຄື່ອນໄຫວຕິດຕາມກວດກາການປະຕິບັດກົດໝາຍ ແລະ ອື່ນໆ ເນື່ອງຈາກວ່າ ສະພາແຫ່ງຊາດ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເປັນອົງການສູງສຸດແຫ່ງອໍານາດລັດ; ສະພາປະຊາຊົນຂັ້ນແຂວງ ກໍເປັນອົງການຕົວແທນ ຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ຈຶ່ງມີໜ້າທີ່ຕ້ອງໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນຂັ້ນແຂວງ ໃຫ້ເກີດໝາກຜົນຕໍ່ປະເທດຊາດ. ສະນັ້ນ, ຈຶ່ງສະເໜີມາຍັງສື່ມວນຊົນຈົ່ງໄດ້ເອົາໃຈໃສ່ເກັບກໍາ, ຄົ້ນຄວ້າ, ວິເຄາະວິໄຈ ວຽກງານຕ່າງໆ ໃຫ້ເລິກເຊິ່ງ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນປະເພດຕ່າງໆ ຢ່າງກວ້າງຂວາງ, ທົ່ວເຖິງເປົ້າໝາຍຕ່າງໆ.
ການໂຄສະນາເຜີຍແຜ່ ການດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງ ຊາດ ແຕ່ລະຄັ້ງສະເໜີໃຫ້ສື່ມວນຊົນເອົາໃຈໃສ່ການສໍາພາດສະມາຊິກສະພາແຫ່ງ ຊາດຕໍ່ຫົວຂໍ້ຕ່າງໆ ທີ່ຕິດພັນກັບບັນຫາພົ້ນເດັ່ນຂອງສັງຄົມ, ບັນຫາທີ່ສັງຄົມມີຄວາມສົນໃຈຫຼາຍ ເພື່ອໃຫ້ຜູ້ແທນອະທິບາຍ ທີ່ມີເຫດມີຜົນ ໃຫ້ຜູ້ມີສິດເລືອກຕັ້ງໄດ້ເຂົ້າໃຈຕໍ່ບັນຫາຕ່າງໆ; ການຖ່າຍທອດ ການປະກອບຄໍາເຫັນ ຂອງສະມາຊິກສະພາແຫ່ງຊາດ ຢູ່ກອງປະຊຸມ ກໍເປັນວຽກງານທີ່ສໍາຄັນ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ການປະຕິບັດໜ້າທີ່ຕົວແທນ ຂອງສະມາຊິກສະພາແຫ່ງຊາດ ຢູ່ກອງປະຊຸມສະພາແຫ່ງຊາດ.
4). ການເຄື່ອນໄຫວວຽກງານຈຸດສຸມ ຂອງ ສະພາແຫ່ງຊາດ ໃນປັດຈຸບັນແມ່ນການປັບປຸງລັດຖະທໍາມະນູນ ສະບັບປີ 2015 ເຊິ່ງເປັນການຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ ເຂົ້າໃສ່ເນື້ອໃນ ຂອງລັດຖະທໍາມະນູນ ໂດຍສະເພາະການບູລະນະອົງ ການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ.
5). ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງ ສະພາແຫ່ງຊາດ ຊຸດທີ IX ກໍຄື ສະພາປະຊາຊົນຂັ້ນແຂວງ ຊຸດທີ II ມາຮອດປັດຈຸບັນ ໄດ້ກ້າວເຂົ້າສູ່ໄລຍະທ້າຍອາຍຸການແລ້ວ ໃນປີ 2025 ນີ້ ເປັນປີທີ່ຈະມີການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ກໍຄືສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຊິ່ງເປັນປາງບຸນໃຫຍ່ຂອງທົ່ວປວງຊົນລາວທັງຊາດ ເພື່ອເຮັດໃຫ້ການເລືອກຕັ້ງ ບັນລຸຕາມລະດັບຄາດໝາຍ ເປັນຕົ້ນ ເພດ, ເຜົ່າ, ໄວ ນັ້ນ ການໂຄສະນາເຜີຍແຜ່ວຽກງານເລືອກຕັ້ງ ຂອງສື່ມວນຊົນປະເພດຕ່າງໆ ມີຄວາມສໍາຄັນຫຼາຍ ຈຶ່ງສະເໜີໃຫ້ສື່ມວນຊົນຈົ່ງໄດ້ກະກຽມດ້ານເຄື່ອງມື, ຮູບແບບ, ວິທີການໂຄສະນາ ໃຫ້ສອດຄ່ອງກັບທຸກເປົ້າໝາຍ ທັງສາມາດດຶງດູດຄວາມສົນໃຈຂອງປະຊາຊົນ ໃນການຕິດຕາມການໂຄສະນາຂອງພວກເຮົາ.
6). ວຽກງານສື່ມວນຊົນໃນປັດຈຸບັນ ໄດ້ມີການພັດທະນາ, ກ້າວໜ້າ, ຂະຫຍາຍຕົວ ຢ່າງວ່ອງໄວ ໂດຍສະເພາະ ສື່ສັງຄົມອອນລາຍ ເຮັດໃຫ້ອິດທິກໍາລັງປໍລະປັກ ນໍາໃຊ້ສື່ສັງຄົມອອນລາຍ ໃນທາງທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີໃນທາງທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ເຮັດໃຫ້ປະຊາຊົນຈໍານວນໜຶ່ງ ທີ່ມີທັດສະນະຫຼັກໝັ້ນການເມືອງບໍ່ທັນໜັກແໜ້ນ ຫຼົງເຊື່ອ, ສ້າງຄວາມແຕກແຍກພາຍໃນຂອງພວກເຮົາ ເຊິ່ງເປັນໄພອັນຕະລາຍໄລຍະຍາວ.