
ເພື່ອນໆຮູ້ກັນຫຼືຍັງ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຫຼື Vientiane Countdown 2025 ປີນີ້ ຈັດຍິ່ງໃຫຍ່ ກ່ວາ
ທຸກໆປີທີ່ຜ່ານມາ, ໂດຍບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ໃຫ້ການ ສະໜັບສະໜູນຫຼັກ ມູນຄ່າຫຼາຍກ່ວາ 2.5 ຕື້ກີບ, ເພື່ອສ້າງປະສົບການ ທີ່ໜ້າຈົດຈໍາ ໃຫ້ຄົນທີ່ເຂົ້າຮ່ວມງານ.
ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການສະແດງໄຟ ຍ້ອມ ສີປະຕູໄຊ, ການບິນໂດຣນ, ການຈູດພຸ, , ພ້ອມມີໂຊນຖ່າຍຮູບລານຫິມະຈຳລອງ, ອາຫານ, ເຄື່ອງດື່ມ ແລະ ດົນຕີເສບມ່ວນໆຕະຫຼອດງານ.
ຢ່າລືມ ຢ່າພາດ ມາຮ່ວມງານ ແລະ ນັບຖອຍຫຼັງ ເຂົ້າສູ່ປີໃໝ່ ໄປນໍາກັນ ກັບ Vientiane Countdown 2025 ລະຫວ່າງ ວັນທີ 29-31 ທັນວາ 2024 ຢູ່ບໍລິເວນ ປະຕູໄຊ ນະຄອນຫຼວງ ວຽງຈັນ. ເຂົ້າຮ່ວມງານຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ. ລາຍລະ ອຽດເພີ່ມຕື່ມ ທ່ານສາມາດເຂົ້າໄປຕິດຕາມ ອັບເດດກິດຈະກໍາຕ່າງໆ ຂອງງານໄດ້ ທີ່ເຟສບຸກເພຈ: Be lao by Beerlao






