ມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນແກ້ງໂພ ບ້ານແຊລະບຳ

ວັນທີ 27 ທັນວາ 2024 ນີ້: ຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ຮ່ວມກັບ ອົງການປົກຄອງບ້ານພັດທະ ນາແຊລະບຳ (ຄຸ້ມແກ້ງໂພ) ໄດ້ຈັດພິທີ ມອບ-ຮັບໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບເຢຍລະມັນ-ລາວ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ນາງ ພູໄພທອງ ພິມມະວົງສາ ເຈົ້າເມືອງຊະນະສົມບູນ,ທ່ານ ປອ ຄຳລຽນ ພົນເສນາ ປະທານສະມາຄົມມິດຕະພາບ ເຢຍລະ ມັນ-ລາວ, ທ່ານ ນາງ ນິຄອນ ສະເຕັກມັນ ອຸປະທູດເຢຍລະມັນປະຈຳລາວ ມີພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມ.
ພິທີ ທ່ານ ຄຳໄພ ຈູມທິດເມືອງ ນາຍບ້ານພັດທະນາແຊລະບຳ ໃຫ້ກຽດຜ່ານບົດລາຍງານການກໍ່ສ້າງອາຄານໂດຍຫຍໍ້: ລັກສະນະເປັນອາຄານຊັ້ນດຽວ,ມີລະບຽງອ້ອມຮອບດ້ານ, ໂຄງສ້າງເຮັດດ້ວຍເຫຼັກ,ມຸງດ້ວຍແຜ່ນອາລູຊິງ, ແອ້ມດ້ວຍດິນຈີ່,ມີຄວາມກວ້າງ 10 ແມັດກວ່າ, ຄວາມຍາວ 39 ແມັດກວ່າ, ມີ 5 ຫ້ອງຮຽນ, 1 ຫ້ອງການ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງໃນລະຫວ່າງວັນທີ 07 ມີຖູນາ 2023 ແລະ ສໍາເລັດໃນວັນທີ 19 ມິຖຸນາ 2024 ໂດຍນຳໃຊ້ງົບປະມານໄປທັງໝົດ 240 ລ້ານກວ່າກີບ ໃນນັ້ນໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບເຢຍລະມັນ -ລາວຈຳນວນ 170 ລ້ານກວ່າກີບ ແລະ ທຶນສົມທົບຂອງພໍ່ແມ່ປະຊາຊົນພາຍໃຍ ( ຄຸ້ມແກ້ງໂພ ) ຈຳນວນ 68 ລ້ານກວ່າກີບ. ທັງນີ້ກໍ່ເພື່ອເປີດໂອກາດໃຫ້ລູກຫຼານນັກຮຽນ ສາມາດເຂົ້າເຖິງການສຶກສາຢ່າງເທົ່າທຽມ ແລະ ມີຄຸນນະພາບ.
ທ່ານ ປອ ປະດິດ ພົງປະຈິດ ຮອງປະທານສະມາຄົມມິດຕະ ພາບເຢຍລະມັນ-ລາວ ໄດ້ໃຫ້ກຽດກ່າວມອບໂຄງການກໍ່ສ້າງໂຮງ ຮຽນມັດທະຍົມຕອນຕົ້ນແກ້ງໂພ ບ້ານແຊລະບຳ ໂດຍໃຫ້ກຽດກ່າວຮັບຂອງ ທ່ານ ນາງ ພູໄພທອງ ພິມມະວົງສາ ເຈົ້າເມືອງຊະ ນະສົມບູນ ພ້ອມທັງມອບຂອງຂວັນທີ່ລະລຶກໃຫ້ແກ່ສະມາຄົມມິດຕະພາບເຢຍລະມັນ-ລາວ ຕື່ມອີກ.
ຕອນທ້າຍຂອງພິທີສະມາຄົມມິດຕະພາບເຢຍລະມັນ-ລາວ ໄດ້ມອບອຸປະກອນການຮຽນ ແລະ ອຸປະກອນເຄື່ອງຫຼິ້ນກິລາຈຳນວນໜື່ງ ໃຫ້ແກ່ລູກຫຼານນັກຮຽນນຳອີກ ພ້ອມນີ້ ຍັງໄດ້ເຂົ້າ ຮ່ວມພິທີບາສີສູ່ຂວັນຜູກຂໍ່ຕໍ່ແຂນອວຍພອນໄຊອັນປະ ເສີດ ເຊີ່ງກັນ ແລະ ກັນ ເພື່ອໃຫ້ເປັນສີລິມຸງຄຸນ ເນື່ອງໃນໂອກາດສົ່ງ ທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ ຄສ 2025 ອິກດ້ວຍ.
ຂ່າວ-ພາບ: ຊູຊານ ວັນທິເດດ ຫ້ອງການ ຖວທ ເມືອງຊະນະສົມບູນ





