ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດບ້ານໃຫຍ່ສີບຸນເຮືອງເປັນຕົວເມືອງນ້ອຍໃນຊົນນະບົດ

Dec 29, 2024

ປະກາດບ້ານໃຫຍ່ສີບຸນເຮືອງເປັນຕົວເມືອງນ້ອຍໃນຊົນນະບົດ
ເມືອງຮຸນ ແຂວງອຸດົມໄຊ ປະກາດບ້ານໃຫຍ່ສີບຸນເຮືອງ ເປັນຕົວເມືອງນ້ອຍໃນຊົນນະບົດ ບ້ານທໍາອິດຂອງເມືອງ ແລະ ເປັນບ້ານ ທີ 2 ຂອງແຂວງ ໃນວັນທີ 28 ທັນວາ 2024 ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ ພ້ອມດ້ວຍພະແນກການກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ທ່ານ ບຸນທັນ ສຸພັດທອນ ຮອງເຈົ້າເມືອງໆຮຸນ ຫົວໜ້າຄະ ນະຮັບຜິດຊອບການສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດຂອງເມືອງຮຸນ ໄດ້ລາຍງານການພັດທະນາເສດຖະ ກິດ-ສັງຄົມ, ການສ້າງບ້ານສີບຸນເຮືອງ ເປັນຕົວເມືອງນ້ອຍໃນຊົນນະບົດ, ຊຶ່ງບ້ານສີບຸນເຮືອງ ເປັນບ້ານໃຈກາງເປົ້າໝາຍໃນການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ຕັ້ງຢູ່ຫ່າງຈາກເທສະບານເມືອງໄປທາງທິດຕາເວັນຕົກສ່ຽງໃຕ້ 20 ກິໂລແມັດ ມີເນື້ອທີ່ 3.556 ເຮັກຕາ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍກວມປະມານ 75% ຂອງເນື້ອທີ່ທັງໝົດ, ມີ 852 ຄົວເຮືອນ, ມີ 1.281 ຄອບຄົວ, ມີ ພົນລະເມືອງ 4.977 ຄົນ ຍິງ 2.487 ຄົນ ກວມ 88.03%; ຍັງມີຄອບຄົວທຸກ 102 ຄອບຄົວ, ພົນລະ ເມືອງ 598 ຄົນ ຍິງ 294 ຄົນ ກວມເອົາ 11.97% ແລະ ມີຄົວ ເຮືອນພັດທະນາ 746 ຄົວເຮືອນ, ກວມເອົາ 87.56% ຂອງຄົວເຮືອນທັງໝົດ ຖືວ່າຮັບຮອງເປັນບ້ານພັດທະນາ ຕາມດໍາລັດ 348/ລບ.
ພາຍໃນບ້ານໄດ້ແບ່ງອອກເປັນ 49 ໜ່ວຍ ແລະ ປະກອບມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມກວມເອົາ 32%, ເຜົ່າກຶມມຸ 49,5% ແລະ ເຜົ່າມົ້ງ 18,5%, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບການເຮັດການ ກະສິກໍາ ເປັນຕົ້ນ ການປູກພືດເປັນສິນຄ້າ ແລະ ເຮັດນາ ເປັນອາຊີບຕົ້ນຕໍ, ສ່ວນອາຊີບສໍາຮອງແມ່ນການລ້ຽງສັດ, ຄ້າຂາຍ ແລະ ບໍລິການຈໍານວນໜຶ່ງ.
ຜ່ານການກວດກາ ແລະ ການປະເມີນ ຕາມດໍາລັດ 348 ໂດຍອີງໃສ່ 16 ມາດຖານຕົວຊີ້ວັດ ຂອງຄະນະຮັບຜິດຊອບຂັ້ນເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ: ບ້ານໃຫຍ່ສີບຸນເຮືອງ ມີເງື່ອນໄຂຄົບຖ້ວນ ຂອງການສ້າງບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ ເປັນຕົ້ນ ເປັນບ້ານພັດທະນາຢູ່ຊົນນະ ບົດ, ບ້ານມີຫົວໜ່ວຍການຜະລິດເປັນສິນຄ້າ, ການບໍລິການ, ສະຫະກອນ ແລະ ກຸ່ມການຜະລິດ ທີ່ມີປະສິດທິຜົນ, ດ້ານການຄ້າ ແລະ ການບໍລິການ; ເປັນໃຈກາງດ້ານເສດຖະກິດ, ວັດ ທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ບັນດາບ້ານອ້ອມຂ້າງ; ມີເສັ້ນທາງຄົມມະນາຄົມເຊື່ອມຈອດບັນດາບ້ານອ້ອມຂ້າງ ແລະ ເມືອງ ຫລື ເທສະບານຢ່າງສະດວກ, ຊຶ່ງພາຍໃນບ້ານມີເສັ້ນທາງຍາວປະມານ 20,9 ກິໂລແມັດ, ມີພື້ນຖານການຜະລິດ ແລະ ປຸງແຕ່ງເປັນສິນຄ້າ ທີ່ໝັ້ນຄົງ, ມີພື້ນຖານການຜະລິດ ແລະ ປຸງແຕ່ງເປັນສິນຄ້າ ທີ່ໝັ້ນຄົງ ເຊັ່ນ: ການປູກເຂົ້າ, ປູກສາລີ, ຢາງພາລາ, ມັນຕົ້ນ, ການປູກພືດລົ້ມລຸກ, ປູກກ້ວຍຫອມ ແລະ ການລ້ຽງສັດ ສາມາດສົ່ງອອກເປັນສິນຄ້າ; ມີຕະຫລາດຖາວອນ ແລະ ມີການຊື້ຂາຍເປັນປະຈໍາ; ມີສູນບໍລິການໄປສະນີ ຫລື ໂທລະຄົມມະນາຄົມ; ມີໜ່ວຍ ຫລື ສູນບໍລິການເຕັກນິກກະສິກໍາ ແລະ ປ່າໄມ້; ມີໜ່ວຍບໍລິການຂອງທະນາຄານການຄ້າ ຫລື ໜ່ວຍບໍລິການການເງິນຈຸລະພາກ, ສາມາດເຂົ້າເຖິງໜ່ວຍບໍລິການ ຮັບຝາກ ແລະ ໂອນ; ມີໂຮງໝໍນ້ອຍ 1 ແຫ່ງ; ລະບົບນໍ້າປະປາຊຸມຊົນມີນໍ້າລິນສະອາດ 2 ແຫ່ງ; ມີຕາຂ່າຍໄຟຟ້າໃນລະບົບ, ມີການຕິດຕັ້ງ ແລະ ນໍາໃຊ້ໄຟຟ້າຢ່າງເປັນລະບົບ; ມີໂຮງຮຽນ 2 ແຫ່ງ ຊັ້ນອະນຸບານ ຮອດມັດທະຍົມຕອນປາຍ ພ້ອມນີ້ ຍັງມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ ຢ່າງມີປະສິດທິຜົນ ແລະ ຍືນຍົງ ປະຊາຊົນມີລາຍໄດ້ສະເລ່ຍ 7,2 ລ້ານກີບຕໍ່ຄົນຕໍ່ປີ ຜ່ານການປະເມີນສາມາດບັນລຸໄດ້ 94%.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ, ພາບ: ແສງອາທິດ ຈິດຕະບຸບຜາໃບ