ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດບ້ານໃຫຍ່ຈຸນລາ ເປັນຕົວເມືອງນ້ອຍໃນຊົນນະບົດ

Dec 29, 2024

ປະກາດບ້ານໃຫຍ່ຈຸນລາ ເປັນຕົວເມືອງນ້ອຍໃນຊົນນະບົດ
ເມືອງທ່າແຕງ ແຂວງເຊກອງ ປະກາດບ້ານໃຫຍ່ຈຸນລາ ເປັນຕົວເມືອງນ້ອຍໃນຊົນນະບົດ ບ້ານທໍາອິດຂອງເມືອງ ກໍຄືຂອງແຂວງ ໃນວັນທີ 27 ທັນວາ 2024 ໂດຍການເຂົ້າຮ່ວມ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ແສງລາຕີ ຫລອມຍະເດດ ເຈົ້າເມືອງທ່າແຕງ, ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍພະແນກການກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ທ່ານ ແສງເພັດ ວິໄລວົງ ເລຂາຄະນະພັກຮາກຖານບ້ານໃຫຍ່ຈຸນລາ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມ, ການສ້າງບ້ານໃຫຍ່ຈຸນລາ ເປັນຕົວເມືອງນ້ອຍໃນຊົນນະບົດ ຊຶ່ງບ້ານໃຫຍ່ຈຸນລາ ມີທີ່ຕັ້ງຫ່າງຈາກເທສະບານເມືອງທ່າແຕງ ປະມານ 18 ກິໂລແມັດ, ມີເນື້ອທີ່ການຄຸ້ມຄອງ 3.038 ເຮັກຕາ, ປະກອບ ດ້ວຍ 410 ຫລັງຄາເຮືອນ 586 ຄອບຄົວ, ມີພົນລະເມືອງ 2.244 ຄົນ, ຍິງ 1.136 ຄົນ, ພາຍໃນບ້ານມີຄອບຄົວວັດທະ ນະທໍາ 502 ຄອບຄົວ ກວມເອົາ 85,66%, ຄອບຄົວປອດຄະດີ 512 ຄອບຄົວ ກວມເອົາ 87,3%, ຄອບຄົວພົ້ນທຸກ 583 ຄອບຄົວ ກວມເອົາ 96% ແລະ ຄອບຄົວພັດທະນາ 583 ຄອບ ຄົວ ກວມເອົາ 96%. ບ້ານໃຫຍ່ຈຸນລາ ປະກອບມີ 5 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ, ເຜົ່າສ່ວຍ, ເຜົ່າຕຣຽງ, ເຜົ່າຮາຣັກ ແລະ ເຜົ່າກະຕູ, ປະຊາຊົນ ມີອາຊີບເຮັດນາ, ເຮັດສວນ ແລະ ບໍລິການຄ້າຂາຍ. ຜົນສໍາເລັດການສ້າງບ້ານໃຫຍ່ຈຸນລາ ເປັນຕົວ ເມືອງນ້ອຍໃນຊົນນະບົດ ຊຶ່ງຜ່ານການກວດກາ ແລະ ການປະ ເມີນ ຕາມດໍາລັດ 348 ໂດຍອີງໃສ່ 16 ມາດຖານຕົວຊີ້ວັດ ຂອງຄະນະຮັບຜິດຊອບຂັ້ນເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ: ບ້ານໃຫຍ່ຈຸນລາ ມີເງື່ອນໄຂຄົບຖ້ວນ ຂອງການສ້າງບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ ເຊັ່ນ: ເປັນບ້ານພັດທະນາ, ບ້ານທີ່ມີຫົວໜ່ວຍການຜະລິດເປັນສິນຄ້າ, ການບໍລິການ, ສະຫະກອນ ຫລື ກຸ່ມຜະລິດທີ່ມີປະສິດທິຜົນ, ເປັນໃຈກາງທາງດ້ານເສດຖະກິດ-ສັງຄົມຢູ່ຊົນນະບົດ ແລະ ເປັນບ້ານທີ່ມີການຄົມມະນາຄົມສະດວກດີ, ມີຕະຫລາດຖາວອນ, ສູນບໍລິການໄປສະນີ, ສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້, ສຸກສາລາ ຫລື ໂຮງໝໍນ້ອຍ, ມີນໍ້າປະປາໃນຊຸມຊົນ, ຕາຂ່າຍໄຟຟ້າໃນລະ ບົບ, ໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ, ພ້ອມນີ້ ຍັງມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ອັນສໍາຄັນ ແມ່ນປະ ຊາຊົນມີວຽກເຮັດງານທໍາ ແລະ ມີລາຍໄດ້ທີ່ໝັ້ນຄົງ.
ໂອກາດນີ້, ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງເຊ ກອງ ວ່າດ້ວຍການຢັ້ງຢືນຮັບຮອງບ້ານໃຫຍ່ຈຸນລາ ເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ກຽດຂຶ້ນມອບໃບຢັ້ງຢືນ, ລັ່ນຄ້ອງ, ຕັດແຖບຜ້າ ແລະ ເປີດປ້າຍ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ.
ຂ່າວ-ພາບ: ສັນຍາ