ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ຮັບປັດໃຈການຜະລິດກະສິກຳ

ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວກໄດ້ຮັບປັດໃຈການຜະລິດກະສິກຳ ຈາກໂຄງການ ພັດທະນາເສດຖະກິດຊົນນະບົດ ເພື່ອປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນແຂວງບໍ່ແກ້ວ ໄລຍະ 2, ຕ່າງໜ້າໂດຍ ສະມາຄົມແມ່ຍິງຮ່ວມໃຈພັດ ທະນາ. ພິທີມອບ-ຮັບໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ, ທ່ານ ນາງ ອາລາໂຊ່ ຫົວໜ້າໂຄງການ ອົງການແພລນສາກົນ ປະຈໍາ ສປປ ລາວ, ມີແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການພັດທະນາເສດຖະກິດຊົນນະບົດ ເພື່ອປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນແຂວງບໍ່ແກ້ວ ໄລຍະ 2 ໄດ້ຈັດຕັ້ງປະຕິບັດກິດຈະກໍາ ຢູ່ 5 ເມືອງ, ມີ 25 ບ້ານ ແຂວງບໍ່ແກ້ວ. ທ່ານ ກົມແສງ ສີຜາວັນ ຮອງປະທານ ສະມາຄົມແມ່ຍິງຮ່ວມໃຈພັດທະນາ ໃຫ້ຮູ້ວ່າ: ການຕອບສະໜອງ ປັດໃຈການຜະລິດຜະລິດກະສິກຳ ຄັ້ງນິ້, ແມ່ນປະຕິບັດຕາມການມອບໝາຍຂອງອົງການແພລນ ປະຈໍາ ສປປ ລາວ ພາຍ ໃຕ້ສັນຍາການຮ່ວມມື ລະຫວ່າງ ອົງການແພລນ ແລະ ສະມາຄົມແມ່ຍິງ ຮ່ວມໃຈພັດທະນາ.
ອຸປະກອນ ແລະ ປັດໃຈການຜະລິດທີ່ນໍາມາຊ່ວຍເຫຼືອຄັ້ງນີ້, ລວມມີ ຢາວັກຊິນ ແລະ ອຸປະກອນສໍາລັບສັດລ້ຽງມີ 9 ລາຍການ, ສັງກະສີ 360 ແຜນ, ປຸຍເຄມີ 15-15-15 ມີ 50 ເປົາ, ປຸຍເຄມີ 46-00-00 ມີ 50 ເປົາ ແລະ ເບ້ຍໝາກນັດ ພັນສິງກາໂປ 20,000 ເບ້ຍ ລວມມູນຄ່າທັງໝົດ 282,865,000 ກີບ.
ຂ່າວ: ເງິນຫຼົງ ຈິດພູວົງ



