ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

324 ຄອບຄົວຢູ່ເມືອງຊະນະຄາມໄດ້ຮັບການຊ່ວຍເຫຼືອ

Dec 29, 2024

324 ຄອບຄົວຢູ່ເມືອງຊະນະຄາມໄດ້ຮັບການຊ່ວຍເຫຼືອ
ໃນລະຫວ່າງວັນທີ 26-27 ທັນວາ 2024, ອົງການກາແດງແຫ່ງຊາດລາວໄດ້ຈັດພິທີມອບເງິນສົດແບບບໍ່ມີເງື່ອນໄຂໃຫ້ປະຊາຊົນບ້ານນາປາຝາ 153 ຄອບຄົວແລະ ບ້ານ ນາສັກ 171 ຄອບຄົວຂອງເມືອງ ຊະນະຄາມ ແຂວງ ວຽງຈັນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຮືອນຊານ, ໄຮ່, ນາ, ຮົ້ວສວນ ໃນເດືອນກັນຍາທີ່ຜ່ານມາ ໃນນັ້ນໄດ້ແບ່ງອອກເປັນ3ລະດັບໃນການຊ່ວຍເຫຼືອຄື: ຄອບຄົວທີ່ມີຈຳນວນຄົນແຕ່ 01-05 ຄົນ ໄດ້ຮັບເງິນ1,2 ລ້ານກີບ ມີ 185 ຄອບຄົວ , 6-10 ຄົນ ໄດ້ຮັບເງິນ 2 ລ້ານກີບ ມີ 137 ຄອບຄົວ ແລະ 11 ຄົນຂຶ້ນໄປ ໄດ້ຮັບເງິນ 2,6 ລ້ານກີບ ມີ 2 ຄອບຄົວ ລວມມູນຄ່າການຊ່ວຍເຫຼືອທັງໝົດ 501,200,000 ກີບ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ພາຍໃຕ້ໂຄງການ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດໂດຍຜ່ານກອງທຶນຕອບໂຕ້ໄພພິບັດສຸກເສີນ.
ເປັນກຽດມອບຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງ ຊາດລາວ, ມີທ່ານ ແກ້ວ ພິມມະວົງ ເຈົ້າເມືອງເມືອງຊະນະຄາມ ແຂວງວຽງຈັນ, ມີຄະນະນຳກາແດງແຂວງ, ພະນັກງານ,ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.