ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາເນື້ອໃນຮອບດ້ານຮ່າງລັດຖະທຳມະນູນ

Dec 29, 2024

ກວດກາເນື້ອໃນຮອບດ້ານຮ່າງລັດຖະທຳມະນູນ
ວັນທີ 27 ທັນວາ ຜ່ານມາ ທີ່ເມືອງວຽງຄຳ ແຂວງວຽງຈັນ, ຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນ ສະບັບປີ 2015 (ຄລຊ) ໄດ້ຈັດກອງປະຊຸມຄົ້ນຄວ້າປັບປຸງເນື້ອໃນລັດຖະທໍາມະນູນ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະ ກິດ ແລະ ສັງຄົມແຫ່ງຊາດ, ກຳມະການ ຄລຊ; ມີທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຮອງປະທານ ຄລຊ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການ, ກອງເລຂາ, ອະນຸ ກຳມະການຕ່າງໆ ແລະ ກອງເລຂາຊ່ວຍວຽກຂອງ ຄລຊ ເຂົ້າ ຮ່ວມ 80 ທ່ານ.
ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ຈຸດປະສົງ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ຮຽບຮຽງ ແລະ ກວດກາເນື້ອໃນຮອບດ້ານຂອງຮ່າງລັດຖະທຳມະນູນສະບັບປັບ ປຸງ ຕາມຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ທິດຊີ້ນຳຂອງກອງປະຊຸມຄົບຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ຄັ້ງວັນທີ 24 ທັນວາ 2024 ກ່ອນນຳໄປທາບທາມຄວາມເຫັນຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະ ເທດ ໃນຕົ້ນປີ 2025.
ໃນກອງປະຊຸມໄດ້ຮັບຟັງການສະເໜີສັງລວມຄຳເຫັນຂອງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ສະ ບັບປັບປຸງ 2025 ແລະ ຮ່າງບົດລາຍງານຂອງ ຄລຊ ກ່ຽວກັບການ ປັບປຸງລັດຖະທຳມະນູນ ຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງ ຊາດ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນຕໍ່ການປັບປຸງຮ່າງລັດຖະທຳມະນູນຢ່າງກົງໄປກົງມາ, ພາວະວິໄສ ແລະ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ສອນສັກ ວັນວິໄຊ