ເມືອງລະຄອນເພັງ ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024

ວັນທີ 29 ທັນວາ 2024 ນີ້ ຢູ່ທີ່ທ່ານ້ຳຜາມໄຊອ່າງເກັບນ້ຳວັງແຄນ ໄດ້ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງລະຄອນເພັງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະ ທຳ-ສັງຄົມ.
ການການຈັດງານຊ່ວງເຮືອໃນຄັ້ງນີ້ ເພື່ອສ້າງບັນຍາກາດເບີກ ບານມ່ວນຊື່ນຂໍ່ານັບຊົມເຊີຍ ວັນຊາດ ທີ 02 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 104 ປີ ແລະ ປີທ່ອງທ່ຽວລາວ ປີ 2024, ເພື່ອເປັນການອະນຸລັກຮັກສາໄວ້ ຂະນົບທຳນຽມຮີດ ຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ໝັ້ນຄົງ, ເພື່ອເປັນການສ້າງສາຍສຳພັນຄວາມສາມັກ ຄີອັນແໜ້ນແຟ້ນ ລະຫວ່າງ ແຂວງ-ເມືອງ, ອຳເພີໃກ້ຄຽງ, ກົມກອງ-ຫ້ອງການ, ບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ, ເພື່ອປູກຈິດສໍານຶກໃຫ້ຊຸມຊົນ, ເຍົາວະຊົນ-ໄວໜຸ່ມ ຫັນມາຫຼິ້ນກິລາ ເພື່ອສຸຂະພາບ ແລະ ຮ່າງໄກຢາເສບຕິດ, ທັງເປັນການສົ່ງເສີມການທ່ອງທ່ຽວ ແນ່ໃສ່ການດຶງດູດນັກທ່ອງ ທ່ຽວ ເພື່ອສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນໃນທ້ອງຖິ່ນໃຫ້ນັບມື້ນັບຫຼາຍຂື້ນ; ໃນພິທີດັ່ງກ່າວ ຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີຈາກໂຮງຮຽນ ມສ ລະຄອນສີ, ຈາກນັ້ນກໍ່ໄດ້ມີພິທີເປີດງານບຸນຊ່ວງເຮືອປະເພນີ ປະຈຳປີ 2024 ຢ່າງເປັນທາງການ.
ສຳລັບການແຂ່ງຂັນຊ່ວງເຮືອປີນີ້ ມີເຮືອເຂົ້າຮ່ວມທັງພາຍໃນ, ພາຍນອກ ແລະ ຕ່າງເມືອງ, ຕ່າງແຂວງ ທັງໝົດ 50 ຄະນະ, ໃນນັ້ນປະເພດ 5 ສິພາຍຊາຍຈາກບ້ານ-ກົມກອງຫ້ອງການ 15 ຄະ ນະ, 5 ສີພາຍຍິງຈາກບ້ານ-ກົມກອງຫ້ອງການ 6 ຄະນະ, ປະ ເພດ 8 ສີພາຍຊາຍ ຈາກບ້ານ-ກົມກອງຫ້ອງການ 15 ຄະນະ, 8 ສີພາຍຍິງ ຈາກບ້ານ-ກົມກອງຫ້ອງການ 7 ຄະນະ ແລະ ປະເພດ 12 ສີພາຍຊາຍ ທົ່ວໄປ ມີ 7 ຄະນະ.
ຂ່າວ: ສື່ມວນຊົນລະຄອນເພັງ





