ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລອດຊີວິດ2 ຄົນ ຈາກເຮືອບິນໂດຍສານຢູ່ ສ.ເກົາຫລີ ເກີດອຸບັດເຫດ

Dec 30, 2024

ລອດຊີວິດ2 ຄົນ ຈາກເຮືອບິນໂດຍສານຢູ່ ສ.ເກົາຫລີ ເກີດອຸບັດເຫດ
ສຳນັກ​ຂ່າວຢອນ​ຮັບຂອງ​ ສ.​ເກົາຫລີ ລາຍງານວ່າ: ວັນ​ທີ 29 ທັນວາ 2024, ເກີດອຸບັດເຫດ​ເຮືອບິນ​ໂດຍສານ ​ເຊ​ຈູ​ແອຣ ​ເສຍ​ຫລັກ ແລ່​ນອອກ​ນອກ​ເສັ້ນທາງແລ່ນ ທີ່​ສະໜາມ​ບິນ​ທາງພາກ​ໃຕ້ ຂອງ ສ.​ເກົາຫລີ ເຮັດໃຫ້ມີຜູ້ເສຍຊີວິດ ​179 ຄົນ ແລະ ບາດເຈັບ 2 ຄົນ, ​ຈາກຈຳນວນ​ຜູ້​ໂດຍສານ ແລະ ຈຸບິນ ລວມທັງໝົດ 181 ຄົນ.
ເຮືອບິນ​ໂດຍ​ສານ​ຂອງ ​ເຊ​ຈູ​ແອຣ ຖ້ຽວບິນ 7 ຊີ 2216 ​ໃຊ້​ເຮືອບິນ​ໂບອີ້​ງ 737-800 ​ເດີນທາງ​ຈາກ​ສະໜາມ​ບິນ​ສາກົນ​ສຸວັນນະ​ພູມຂອງ​ໄທ ໄດ້​ເສຍ​ຫລັກ​ແລ່ນ​ອອກ​ນອກ​ທາງແລ່ນແລ້ວຕຳໃສ່​ຮົ້ວ​ກັ້ນທີ່​ສະໜາມ​ບິນ​ສາກົນມູອັນທີ່ຢູ່ພາກ​ໃຕ້ ຂອງ ສ.​ເກົາຫລີ.
ສຳລັບ​ການ​ສືບສວນ​ສອບ​ສວນ ໃນ​ເບື້ອງ​ຕົ້ນ​ພົບ​ວ່າ: ​ເຮືອບິນ​ລຳ​ດັ່ງກ່າວ ປະສົບ​ບັນຫາ​ຖານ​ລໍ້​ລົງ​ຈອດ​ຂັດຂ້ອງ ​ເຮັດ​ໃຫ້​ຄວາມ​ພະຍາຍາມລົງ​ຈອດບໍ່​ສຳ​ເລັດ. ຢ່າງ​ໃດ​ກໍ່ຕາມ ​ເມື່ອ​ລົງຈອດ​ຄັ້ງ​ທີ​ສອງນັກ​ບິນ​ບໍ່​ສາມາດ​ຫລຸດຜ່ອນ​ຄວາມ​ໄວ​ຂອງ​ເຮືອບິນ​ໄດ້ ເຮັດ​ໃຫ້​ເຮືອບິນ​ແລ່ນ​​ໄປ​ຈົນ​ເຖິງ​ທ້າຍທາງແລ່ນແລະ ຕຳ​ເຂົ້າ​ກັບ​ໂຄງ​ສ້າງທີ່​ເປັນ​ຮົ້ວ​ກັ້ນສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ກັບເຮືອບິນ ​ແລະ ສົ່ງ​ຜົນ​ໃຫ້​ເກີດ​ໄຟ​ລຸກ​ໄໝ້​ເຮືອບິນໝົດລຳ.