ກອງພັນເຄື່ອນທີ່ ນວ ພ້ອມປ້ອງກັນໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2025

ພັທ ວິລະສອນ ພິໄຂຄຳ ຫົວໜ້າກອງພັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ທິມຂ່າວ ປກສ ໃນວັນທີ 27 ທັນວາ 2024 ວ່າ: ກອງພັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ບັນດາກອງບັນຊາການ ປກສ ເມືອງ, ປກສ ບ້ານ ອ້ອມຂ້າງນະ ຄອນຫຼວງວຽງຈັນ ວາງແຜນກະກຽມໃນດ້ານວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະການສ້າງແຜນລວມ, ແຜນສະເພາະ ເພື່ອເຮັດໃຫ້ການສະເຫຼີມສະຫຼອງໃນນະຄອນຫຼວງວຽງຈັນ ກໍ່ຄືການຈັດງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 (ນັບຖອຍຫຼັງ) ທີ່ຈະຈັດຂຶ້ນຢູ່ທີ່ສວນປະຕູໄຊ ໃຫ້ມີຄວາມສະ ຫງົບປອດໄພ 100% ແລະ ເຕັມໄປດ້ວຍຄວາມເບີກບາກມ່ວນຊື່ນ.
ສະເພາະການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງກອງພັນເຄື່ອນທີ່ ນວ ໃນຂົງ ເຂດຄວາມຮັບຜິດຊອບນັບແຕ່ວັນທີ 29 ທັນວາ 2024-1 ມັງກອນ 2025, ໄດ້ມີການວາງແຜນປະຈຳການລວມສູນ ໃນນີ້ແບ່ງອອກເປັນ 3 ຈຸດໃຫຍ່ ຄື: ຈຸດທີ່ 1: ຢູ່ສູນບັນຊາກອງພັນເຄື່ອນທີ່ ນວ ເພື່ອກຽມຄວາມພ້ອມດ້ານກຳລັງ ແລະ ພາຫະນະດ້ານຕ່າງໆ, ຈຸດທີ 2: ນຳກຳລັງປະຈຳຢູ່ສວນປະຕູໄຊ ແລະ ຈຸດທີ 3 ແມ່ນເຄື່ອນໄຫວກວດກາລາດຕະເວນຢູ່ໃນຂອບເຂດພາຍໃນງານ-ນອກງານ ແລະ ຂອບເຂດນະຄອນຫຼວງວຽງຈັນ ຮັບປະກັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຈະເກີດຂຶ້ນໃຫ້ທັນເວລາ.
ໃນໂອກາດນີ້, ພັທ ວິລະສອນ ພິໄຂຄຳ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນຢ່າງເຂັ້ມງວດ ໃຫ້ມີສະຕິໃນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ 2025 ນີິ້ ເພືີ່ອຫຼີກລ້ຽງບັນຫາປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນໃຫ້ນະຄອນຫຼວງມີຄວາມສະຫງົບປອດໄພ.
ຂ່າວ: ບຸນພະຈັນ




