ເນື່ອງໃນໂອກາດປີໃໝ່ສາກົນ 2025 ໃກ້ຈະວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ທາງອິນເຕີເນັດ.ທ່ານໄດ້ສະຫຼຸບເຫດການທີ່ບໍ່ທຳມະດາຂອງປະເທດຈີນກໍຄືຂອງໂລກໃນປີ 2024ຜ່ານມາ ພ້ອມທັງອວຍພອນໃຫ້ທຸກຄົນສົມຫວັງດັ່ງໃຈປາດຖະໜາທຸກປະການ, ມີຄວາມເບິກບານມ່ວນຊື່ນ ແລະ ຜາສຸກຕະຫຼອດໄປ.
ທ່ານ ສີ ຈິ້ນຜິງ ໄດ້ກ່າວເຖິງປີ 2024 ທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກໜ້າອຸທານ ແລະ ລືມບໍ່ລົງດ້ວຍຄຳວ່າ: “ຮ່ວມກັນກ້າວຜ່ານຟ້າຝົນລົມແຮງ ແລະ ຊື່ນຊົມພາບຟ້າຫຼັງຝົນ.” ທ່ານໄດ້ສະຫຼຸບຜົນງານທີ່ຈີນຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາດ້ວຍ 3 ຕົວເລກຄື: ໜຶ່ງ, ລວມຍອດຜະລິດຕະພັນພາຍໃນຫຼື GDP ຄາດວ່າຈະບັນລຸຫຼາຍກວ່າ 130.000 ຕື້ຢວນ, ສະແດງໃຫ້ເຫັນເຖິງເສດຖະກິດຈີນໄດ້ຟື້ນຟູດີຂຶ້ນ; ສອງ, ຜົນຜະລິດພືດພັນທັນຍາຫານໄດ້ລື່ນກາຍ 700 ລ້ານໂຕນ, ສະບຽງອາຫານຂອງຈີນສາມາດກຸ້ມຕົນເອງໄດ້; ສາມ, ປະລິມານການຜະລິດລົດພະລັງງານໃໝ່ໄດ້ລື່ນກາຍ 10.000.000 ຄັນຕໍ່ປີເປັນຄັ້ງທຳອິດ, ອຸດສາຫະກຳໃໝ່, ຮູບແບບອຸດສາຫະກຳໃໝ່ ແລະ ຮູບແບບທຸລະກິດໃໝ່ໄດ້ປາກົດອອກຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນການເຄື່ອນໄຫວຢ້ຽມຢາມຂອງຕົນຢູ່ທ້ອງຖິ່ນຕ່າງໆພາຍໃນປະເທດໃນໜຶ່ງປີຜ່ານມາ, ເມື່ອໄດ້ພົບເຫັນຊີວິດການເປັນຢູ່ຂອງປະຊາຊົນທັງຫຼາຍມີຊີວິດຊີວາ ແລະ ມີຫຼາກຮູບຫຼາຍສີ, ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດເພີ່ມຫຼາຍຂຶ້ນຕື່ມ, ທ່ານຮູ້ສຶກດີໃຈຫຼາຍ. ທ່ານກ່າວວ່າ, ບໍ່ວ່າວຽກບ້ານການເຮືອນ, ວຽກງວມຂອງປະເທດຊາດກໍຄືວຽກງານຂອງໂລກ, ການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ມີຄວາມສຸກແມ່ນເປັນສິ່ງສຳຄັນທີ່ສຸດ.
ກ່ຽວກັບສະພາບການສາກົນ, ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ໂລກປັດຈຸບັນມີຄວາມປັ່ນປ່ວນ ແລະ ຜັນແປໄປຢ່າງສັບສົນ, ປະເທດຈີນໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ໄດ້ຕັ້ງໜ້າຊຸກຍູ້ການປະຕິຮູບການບໍລິຫານໂລກ, ລົງເລິກຄວາມສາມັກຄີ ແລະ ການຮ່ວມມືຂອງບັນດາປະເທດເຂດໂລກໃຕ້. ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ໄດ້ຮັບການເສີມຂະຫຍາຍລົງສູ່ລວງເລິກຢ່າງເປັນຮູບປະທຳ; ໄດ້ຈັດກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາຢູ່ປັກກິ່ງຢ່າງສຳເລັດຜົນ, ສະເໜີຈຸດຢືນຂອງຈີນຢ່າງຊັດເຈນຢູ່ໃນໂອກາດກອງປະຊຸມຂອບສອງຝ່າຍ ແລະ ຫຼາຍຝ່າຍຕ່າງໆ, ໄດ້ເພີ່ມພະລັງທີ່ສ້າງສັນຫຼາຍກວ່າເກົ່າໃຫ້ແກ່ການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.
ເມື່ອ ເບິ່ງປີ 2025, ທ່ານສີຈິ້ນຜິງ ເຕັມໄປດ້ວຍຄວາມໝັ້ນໃຈ. ທ່ານກ່າວວ່າ, ປີ 2025, ຈີນຈະສຳເລັດໜ້າທີ່ຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14ຢ່າງຮອບດ້ານ, ຄວາມທັນສະໄໝແບບຈີນຍ່ອມຈະສາມາດສ້າງອະນາຄົດທີ່ກວ້າງຂວາງກວ່າເກົ່າໃນຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ຈີນຈະຍົກລະດັບການສ້າງສາ ແລະ ຄຸ້ມຄອງສັງຄົມໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ແກ້ໄຂບັນຫານ້ອຍໃຫຍ່ຕ່າງໆທີ່ກ່ຽວຂ້ອງກັບປະຊາຊົນໃຫ້ດີ, ເຮັດໃຫ້ປະຊາຊົນທັງຫຼາຍມີຮອຍຍີ້ມຫຼາຍຂຶ້ນ ແລະ ມີຄວາມຮູ້ສຶກອົບອຸ່ນໃຈຫຼາຍກວ່າເກົ່າ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ, ສະພາບການປ່ຽນແປງໃຫຍ່ໃນຮອບຮ້ອຍປີຜ່ານມາໄດ້ຜັນແປເລັ່ງໄລຂຶ້ນ, ສະນັ້ນຈຶ່ງຕ້ອງການແກ້ໄຂຄວາມຂັດແຍ້ງດ້ວຍຈິດໃຈອັນກວ້າງຂວາງ, ແລະ ມີຄວາມຫ່ວງໃຍນຳຊາຕາກຳຂອງມວນມະນຸດດ້ວຍຄວາມໂອບເອື້ອອາລີ. ຈີນຍິນດີຮ່ວມກັບປະເທດຕ່າງໆໃນການເປັນຜູ້ປະຕິບັດຕົວຈິງແຫ່ງການເສີມຂະຫຍາຍການຮ່ວມມືຢ່າງມີໄມຕີຈິດມິດຕະພາບ, ເປັນຜູ້ຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທຳ ແລະ ເປັນຜູ້ມີສ່ວນຮ່ວມໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມຂອງໂລກ.



