ໃນຄຳອວຍພອນປີໃໝ່ 2025 ຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ລະບຸວ່າ: “ຕັ້ງແຕ່ໃດມາ, ພວກເຮົາໄດ້ເຕີບໃຫຍ່ຂຶ້ນທ່າມກາງຟ້າຝົນລົມແຮງ ແລະຂະຫຍາຍຕົວເຕີບໃຫຍ່ຂຶ້ນຈາກການຜ່ານຜ່າການທົດສອບຕ່າງໆນານາ, ສະນັ້ນທຸກຄົນຕ້ອງມີຄວາມໝັ້ນໃຈຢ່າງເຕັມປ່ຽມ.” ຈາກຄຳອວຍພອນປີໃໝ່ຂອງ
ທ່ານ ສີຈິ້ນຜິງ, ປະຊາຄົມໂລກໄດ້ເຫັນເຖິງຜົນສຳເລັດຂອງການພັດທະນາທີ່ບໍ່ທຳມະດາຂອງປະເທດຈີນໃນໜຶ່ງປີຜ່ານມາ, ຮູ້ສຶກເຖິງຄວາມໝັ້ນໃຈ ແລະ ຄວາມຫ້າວຫັນຂອງຈີນທີ່ບໍ່ຢ້ານກົວສິ່ງກີດຂວາງ ແລະ ສຸມທຸກຄວາມພະຍາຍາມເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້.
ບໍ່ວ່າຈະທຽບກັນຢູ່ໃນຂອບເຂດທົ່ວໂລກ ຫຼື ແມ່ນຫວນຄືນເຖິງເສັ້ນທາງທີ່ເດີນຜ່ານຕະຫຼອດໄລຍະ 75 ປີແຫ່ງການສະຖາ ປະນາ ສປ ຈີນ ເປັນຕົ້ນມາ, ປະຊາຄົມໂລກມີຄວາມຮັບຮູ້ຢ່າງເປັນເອກະພາບກັນວ່າ: ຄວາມໝັ້ນໃຈຂອງຈີນແມ່ນມີພື້ນຖານທີ່ໜັກແໜ້ນ, ແມ່ນຍາດມາໄດ້ດ້ວຍການບຸກບືນສູ້ຊົນ ແລະ ການເຮັດແທ້ທຳຈິງຕາມແຕ່ລະບາດກ້າວ. ຄວາມໝັ້ນໃຈນີ້ໄດ້ມາຈາກຄຄວາມໝັ້ນໜຽວທີ່ແຂງແຮງໃນການພັດທະນາເສດຖະກິດ, ກໍແມ່ນມາຈາກຄວາມສາມາດດ້ານການປະດິດສ້າງໃໝ່ ທີ່ໄດ້ຊຸກຍູ້ການພັດທະນາເສດຖະກິດ. ຄວາມສາມາດດ້ານການປະດິດສ້າງໃໝ່ຢ່າງເປັນເຈົ້າຕົນເອງຂອງຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ບໍ່ພຽງແຕ່ຈະຊຸກຍູ້ການຍົກສູງຄຸນນະພາບ ແລະ ຍົກລະດັບການພັດທະນາຂອງເສດຖະກິດເທົ່ານັ້ນ, ແຕ່ຍັງຈະເພີ່ມພະລັງຂັບເຄື່ອນອັນໃໝ່ເຂົ້າໃນການຟື້ນຕົວຄືນຂອງເສດຖະກິດໂລກອີກດ້ວຍ.
ຄວາມໝັ້ນໃຈນີ້ຍັງມາຈາກຄວາມມີສະມາທິດ້ານຍຸດທະສາດທີ່ວ່າ ຕ້ອງຍຶດໝັ້ນດຳເນີນການຈົນເຖິງທີ່ສຸດເພື່ອບັນລຸເປົາໝາຍທີ່ໄດ້ວາງໄວ້. ເມື່ອສັງເກດທົ່ວໂລກແລ້ວເຫັນວ່າ: ພັກກຳອຳນາດທີ່ທຳການດຸດດັ່ງພັກກອມມູນິດຈີນທີ່ສາມາດຮັກສາຄວາມໝັ້ນທ່ຽງ ແລະ ຄວາມຕໍ່ເນື່ອງດ້ານນະໂຍບາຍ ທັງສູ້ຊົນຜ່ານຜ່າເປັນຫຼາຍເຊັ່ນຄົນຢ່າງຕໍ່ເນື່ອງ ແມ່ນມີໜ້ອຍຫຼາຍ. ນີ້ແມ່ນຄວາມດີເລີດທາງດ້ານລະບອບຂອງຈີນ ທີ່ສາມາດຮັກສາການພັດທະນາເສດຖະກິດ ແລະ ຄວາມສະຫງົບທາງສັງຄົມເປັນໄລຍະຍາວນານ.
ຄວາມໝັ້ນໃຈນີ້ກໍໄດ້ມາຈາກຊາວຈີນທຸກຄົນທີ່ສູ້ຊົນຜ່ານຜ່າເພື່ອຄວາມຝັນຂອງຕົນເຊັ່ນດຽວກັນ.
“ຈີນຍິນດີຮ່ວມກັນກັບບັນດາປະເທດໃນໂລກ, ເປັນຜູ້ຈັດຕັ້ງປະຕິບັດຕາມການຮ່ວມມືທີ່ມີມິດຕະພາບຕໍ່ກັນ, ເປັນຜູ້ຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ຕ່າງກັນ ແລະ ເປັນຜູ້ເຂົ້າຮ່ວມການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມຂອງໂລກ.” ຄຳຖະແຫຼງແບບນີ້ ເປັນການສະແຫວງຫາ ແລະ ຄວາມປາຖະໜາຂອງຈີນ ແລະ ກໍໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈຮັບຜິດຊອບຂອງຈີນ ທີ່ເປັນປະເທດໃຫຍ່ຢ່າງຈະແຈ້ງ.
ທີ່ມາ: CMG



