ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຍົກຍ້າຍເທດສະບານແຂວງຜົ້ງສາລີ ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85%

Jan 2, 2025

ການຍົກຍ້າຍເທດສະບານແຂວງຜົ້ງສາລີ (ໃໝ່) ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85% ຊຶ່ງຄວາມຕ້ອງການພັດທະນາທັງໝົດໃນເທດສະບານແຂວງໃໝ່ ເຊື່ອມກັບເທດສະບານແຂວງເກົ່າລວມມູນຄ່າທັງໝົດ 500 ລ້ານໂດລາ ແຕ່ສະເໜີຫາລັດຖະບານເພິ່ນອະນຸມັດເປັນເງິນກູ້ອີພີຊີຈາກບໍລິສັດໂນເລັນໂກໄດ້ພຽງແຕ່ 200 ລ້ານໂດລາ. ດັ່ງນັ້ນ, ຈຶ່ງມາສຸມໃສ່ສະເພາະໜ້າວຽກທີ່ຈຳເປັນເທົ່ານັ້ນ.
ທ່ານ ຄໍາຜອຍ ວັນນະສານ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພວກເຮົາໄດ້ສຸມໃສ່ 6 ໜ້າວຽກຄື: 1. ສຸມໃສ່ປູກຈິດສຳນຶກ, ໄກ່ເກ່ຍຊົດເຊີຍເວນຄືນຜົນກະທົບໃນໂຄງການ;
2. ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ສັນຍາການຄ້າໃນ 200 ລ້ານໂດລາ ໂດຍມີການກຳນົດໜ້າວຽກຄັກແນ່;
3. ສຸມໃສ່ສ້າງແຜນພັດທະນາຕາມຜັງເມືອງທີ່ໄດ້ກຳນົດໄວ້;
4, ຄຸ້ມຄອງການປຸກສ້າງທີ່ບໍ່ຖືກຕາມຜັງເມືອງ (ຕາມເຕັກນິກ); 5. ສຸມໃສ່ພັດທະນາເທດສະບານເກົ່າຢູ່ເມືອງຜົ້ງສາລີ ຕຶກສຳນັກງານ, ອົງການ, ພະແນກ ການຕ່າງໆ ທີ່ຍ້າຍມາຢູ່ເມືອງບຸນເໜືອຊິເຮັດແນວໃດ. ຕໍ່ບັນຫາດັ່ງກ່າວທາງອົງການປົກຄອງແຂວງໄດ້ຫັນໄປສູ່ 3 ຮູບການຄື: ຮູບການທີ່ 1 ຫັນເປັນສຳນັກງານຫ້ອງການເມືອງຜົ້ງສາລີ ທີ່ເຂົາເຈົ້າບໍ່ພຽງພໍໃຫ້ເຂົາເຈົ້ານໍາໃຊ້; 2. ຫັນໄປຂາຍສິດນໍາໃຊ້ທີ່ເຫັນວ່າບໍ່ມີຜູ້ມາເຊົ່າ ບໍ່ມີຜູ້ມາສຳປະທານ ປະຊາຊົນຕ້ອງການກໍຂາຍໃຫ້; 3. ໂຄສະນາໃຫ້ມີຜູ້ມາເຊົ່າສຳປະທານມາຮອດປັດຈຸບັນຍັງບໍ່ທັນມີ;
6. ກະກຽມເກັບມ້ຽນສິ່ງເສດເຫຼືອຂີ້ເຫຍື້ອຢູ່ໃນເທດສະບານໃໝ່ ຊຶ່ງໄດ້ສະເໜີສະພາເພື່ອສ້າງຕັ້ງຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງ.
ມາຮອດປັດຈຸບັນສາມາດເວົ້າໄດ້ວ່າການຍົກ ຍ້າຍມາຢູ່ເທດສະບານແຂວງໃໝ່ທີ່ເມືອງບຸນເໜືອມີຄວາມຄືບໜ້າ 85% ຊຶ່ງຂໍ້ຫຍຸ້ງຍາກຍ້ອນໄລຍະຈັດຕັ້ງປະຕິບັດໂຄງການຖືກກັບໄລຍະໂຄວິດ-19 ລະບາດ ຈຶ່ງຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ດຽວນີ້ບໍລິສັດທີ່ກູ້ເງິນມາພັດທະນາໄດ້ສະເໜີໃຫ້ລັດຖະບານມີການດັດແກ້ຫົວໜ່ວຍລາຄາ; ຍ້ອນຜົນກະທົບຖືກສິ່ງປຸກສ້າງຂອງປະຊາຊົນ.
ທີ່ມາ: ປະຊາຊົນ
May be an image of 3 people