ຄົນລາວ ເປັນຄົນທີ່ມີຄວາມດຸໝັ່ນ, ອົດທົນ ໃນການອອກແຮງງານ ເພີ່ມພູນຜະລິດຜົນ, ຫາລ້ຽງຄອບຄົວ ແລະ ຜະລິດສົ່ງ ອອກຂາຍຕະຫຼາດພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ຈຶ່ງກ້າວໄປສູ່ຕົວແບບຂອງຊາວໜຸ່ມ ໃນການ ລ້ຽງນົກກະທາຂາຍ.
ໃນກອງປະຊຸມ ສະຫຼຸບວຽກງານການເຄື່ອນໄຫວ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນຈັນ ພົງພັກດີ ຮອງຫົວໜ້າພະແນກສັງລວມຂໍ້ມູນຂ່າວສານ ກົມຄຸ້ມຄອງພະນັກງານໄຟຟ້າລາວ, ທັງເປັນຕົວແບບຊາວໜຸ່ມ ຂອງໄຟຟ້າລາວ, ປັດຈຸບັນ ຢູ່ບ້ານນາສ້າງໄຜ່ ເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນ ລາຍງານວ່າ: ຂ້າພະເຈົ້າ ຖືເອົາການສ້າງເສດ ຖະກິດຄອບຄົວ ດ້ວຍການເຮັດ “ຟາມນົກກະທາ ແສນທະວີສຸກ”, ເລີ່ມລ້ຽງປີ 2018, ກ່ອນຈະລ້ຽງ ແມ່ນເຮັດຕູ້ຟັກໄຂ່ຂາຍ (ສື່ໂຄສະນາ) ແມ່ນຕູ້ຟັກໄຂ່ ຊຸດປະຢັດ ກະເສດພໍພຽງ ບັນຈຸ 50-60 ໜ່ວຍ, 60-70 ໜ່ວຍ, 90-100 ໜ່ວຍ.
ແນວຄິດລິເລີ່ມ ແມ່ນຂໍຊື້ໄຂ່ນົກກະທານໍາລູກຄ້າ ມາລອງຟັກ ຈໍານວນ 200 ໜ່ວຍ (ໄດ້ ນົກນ້ອຍ 150 ໂຕ). ພາຍຫຼັງລອງລ້ຽງ ເຫັນວ່າມັນລ້ຽງງ່າຍໃຫຍ່ໄວ ຈຶ່ງໄປຊອກຊື້ໄຂ່ມາຟັກອີກ ຈໍານວນ 1,000 ໜ່ວຍ (ໄດ້ນົກນ້ອຍແຕ່ 500 ໂຕ) ເມື່ອເຫັນວ່າ ການຊື້ໄຂ່ມາຟັກບໍ່ໄດ້ຕາມຈໍານວນທີ່ຕ້ອງການ ຈຶ່ງກັບມາຄິດ ແລະ ສຶກສາຕື່ມວ່າ ເຮົາລ້ຽງເອງ-ຂະຫຍາຍພັນເອງ ຄືຈະດີກວ່າ ທີ່ຈະໄປຊື້ໄຂ່ນໍາຄົນອື່ນມາຟັກ ເພາະວ່າມີຕູ້ຟັກໄຂ່ຢູ່ແລ້ວ ຈຶ່ງຄິດຢາກລ້ຽງ-ຂະຫຍາຍເປັນທຸລະກິດຄອບຄົວ.
ຈາກນັ້ນ, ຈຶ່ງລ້ຽງນົກ ຄຽງຄູ່ກັບການລ້ຽງໄກ່, ປາດຸກ ແລະ ເຮັດຕູ້ຟັກໄຂ່ຂາຍ.
ຈຸດປະສົງ ເພື່ອນໍາໃຊ້ເວລາວ່າງໃຫ້ເກີດປະໂຫຍດສູງສຸດແກ່ຕົນເອງ ແລະ ຄອບຄົວ ໂດຍການນໍາໃຊ້ເວລາກ່ອນໄປວຽກ ແລະ ຫຼັງຈາກເລີກວຽກລັດ, ສ້າງລາຍໄດ້ເພີ່ມ ເພື່ອນໍາລາຍຮັບເຂົ້າມາໝູນໃຊ້ໃຫ້ກັບຄອບຄົວ ໄດ້ມີຢູ່-ມີກິນ ແລະ ມີລາຍຮັບເພີ່ມ ນອກຈາກເງິນເດືອນຂອງລັດ ແລະ ເພື່ອເປັນຕົວແບບ ແລະ ເປັນບ່ອນສຶກສາ ໃຫ້ພໍ່ ແມ່ ປະຊາຊົນ ທີ່ຕ້ອງການຢາກລ້ຽງສັດດັ່ງກ່າວ ເຂົ້າມາສຶກສາ ແລະ ໃຫ້ເປັນທຸລະກິດແບບຄົບວົງຈອນ ຫຼື ເຂົ້າຄົ້ນຫາ ຟາມນົກກະທາ ແສນທະວີສຸກ.
ການລ້ຽງ ຕ້ອງກະກຽມໂຮງເຮືອນແບບປິດ ເພື່ອປ້ອງກັນສັດຈະເຂົ້າມາລົບກວນ ແລະ ກິນນົກກະທາ, ເຮັດຄອກອະນຸບານນົກນ້ອຍ ແຕ່ 1-21 ມື້, ຄອກນົກໄຂ່ ແມ່ນອາຍຸ 35 ມື້, ຕູ້ຟັກໄຂ່, ຂະໜາດຄອກນົກໄຂ່, ຈໍານວນນົກພໍ່, ແມ່ພັນ, ນົກໄຂ່, ລວມລາຍຮັບຕໍ່ມື້ 1,458,000 ກີບ, ລວມລາຍຮັບຕໍ່ເດືອນ 43,740,000 ກີບ, ຂີ້ນົກແຫ້ງ 1 ມື້ໄດ້ 2 ເປົາ, ລາຄາຂາຍ 20 ພັນກີບ/ເປົາ ລວມລາຍຮັບ 40 ພັນກີບ/ມື້, ລວມລາຍຮັບ 1,200,000/ເດືອນ. ຈຸດດີຂອງນົກກະທາ ລ້ຽງງ່າຍ, ໃຫຍ່ໄວ, ໄດ້ກຳໄລໄວ ແລະ ໄດ້ທຶນໄວ. ຜູ້ທີ່ບໍ່ເຄີຍລ້ຽງນົກມາກ່ອນ ກໍສາມາດລ້ຽງໄດ້, ລ້ຽງພຽງ 5 ອາທິດ ກໍເອົາອອກຂາຍໄດ້ແລ້ວ ແລະ 7 ອາທິດກໍເລີ່ມໄຂ່, ພື້ນທີ່ໃນການລ້ຽງແມ່ນນ້ອຍ, ມີພູມຕ້ານທານຕໍ່ໂຣກດີກວ່າໄກ່ (ບໍ່ໄດ້ຢອດ ຫຼື ສັກວັກຊິນປ້ອງ ກັນໂຣກກໍໄດ້), ນົກກະທາໂຕນ້ອຍຈຶ່ງກິນຫົວອາຫານໜ້ອຍ ສົ່ງຜົນໃຫ້ຕົ້ນທຶນໃນການລ້ຽງໜ້ອຍ. ຂໍ້ເສຍຂອງນົກກະທາ ສາຍ ຕາຂອງນົກສັ້ນ ແລະ ຮັບຮູ້ໄວຕໍ່ສຽງ ຈຶ່ງເຮັດໃຫ້ນົກກະທາຕົກໃຈງ່າຍ. ບໍ່ທົນຕໍ່ບາດແຜ ເວລາເຈັບໜ້ອຍໜຶ່ງກະຕາຍ, ໂຕຜູ້ຈະຮ້ອງຕະຫຼອດ, ກິ່ນຂອງຂີ້ນົກ ເຮັດໃຫ້ແມງວັນມາລົບກວນ.
ຂໍ້ຄວນເອົາໃຈໃສ່, ຕ້ອງໃຫ້ອາຫານພຽງພໍ, ຕ້ອງໃຫ້ແສງສະ ຫວ່າງໂຮງເຮືອນຕະຫຼອດ 24 ຊົ່ວ ໂມງ, ຕ້ອງໄດ້ອະນາໄມຂີ້ນົກ ແລະ ຖ້ວຍນໍ້າທຸກໆມື້, ຕ້ອງກວດເບິ່ງນໍ້າຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ຂາດນໍ້າ ແລະ ອື່ນໆ. ຕົ້ນທຶນຂອງການລົງທຶນຟາມໃຫຍ່ 350 ລ້ານກີບ ໃຊ້ຈ່າຍ ຄື: ສ້າງໂຮງເຮືອນ 10×25 ແມັດ, ຄ່ານາຍຊ່າງເຮັດໂຮງເຮືອນລ້ຽງນົກກະທາ ແລະ ເຮືອນຢູ່, ຊື້ອຸປະ ກອນມາເຮັດຕູ້ຟັກໄຂ່ ລະບົບໂອໂຕ ຕູ້ຟັກໃຫຍ່ (ຟັກໄຂ່ໄດ້ 10 ພັນໜ່ວຍ), ຊື້ອຸປະກອນຕ່າງໆມາເຮັດຄອກອະນຸບານນົກນ້ອຍ, ຄອກນົກໃຫຍ່ ແລະ ຄອກນົກໄຂ່, ຊື້ຫົວອາຫານມາລ້ຽງນົກ. ປັດ ຈຸບັນມີນົກໃຫຍ່ 4,108 ໂຕ ແລະ ນົກນ້ອຍ 2 ພັນໂຕ, ລາຍຈ່າຍພາຍໃນເດືອນ: ໄຟຟ້າ 1,700,000, ນໍ້າປະປາ 60 ພັນກີບ, ຂີ້ເຫຍື້ອ 40ພັນກີບ, ຢາຕ້ານເຊື້ອ 150 ພັນກີບ, ວິຕາມິນ 150 ພັນກີບ, ລາຍຈ່າຍອື່ນໆ 1 ລ້ານກີບ, ຄ່າພະນັກງານຊ່ວຍຟາມ 2 ລ້ານກີບ, ຄ່າຫົວອາຫານຕໍ່ເດືອນ 33,360,000 ກີບ ລວມລາຍຈ່າຍ 38,460,000 ກີບ. ລວມລາຍຈ່າຍຕໍ່ມື້ 1,282,000ກີບ, ລາຍຮັບຕໍ່ເດືອນ 38,460,000 ກີບ, ລາຍຮັບຕໍ່ປີ 461,520,000 ກີບ. ລວມລາຍຮັບຕໍ່ມື້ 1,036,000 ກີບ, ລາຍຮັບຕໍ່ເດືອນ 31,080,000 ກີບ, ລາຍຮັບຕໍ່ປີ 372,960,000 ກີບ. ແຜນໃນຕໍ່ໜ້າ ຈະສືບຕໍ່ເຮັດຄອກນົກໄຂ່ເພີ່ມ 64 ຄອກ, ຈະສ້າງໂຮງເຮືອນລ້ຽງນົກໃຫຍ່ (ນົກຂຸນ) ເພີ່ມອີກ 1 ໂຮງເຮືອນ, ຈະສືບຕໍ່ສ້າງເຮືອນຢູ່ຊັ້ນ 2, ຈະຊື້ລົດບັນທຸກ ຈໍານວນ 1 ຄັນ. ຖ້າຫາກວ່າ ທ່ານໃດ ຢາກທົດລອງລ້ຽງ ຫຼື ຕ້ອງການຊື້ໄຂ່-ນົກກະທາ, ຄອກນົກ ສາມາດຕິດຕໍ່ໄດ້ທີ່ໂທ ແລະ ແອັບ 020 59658822
ໂດຍ: ແສງຈັນ




