ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2024 ປກສ ແຂວງໄຊຍະບູລີ ສາມາດແກ້ໄຂຄະດີຢາເສບຕິດໄດ້ 213 ເລື່ອງ

Jan 3, 2025

ປີ 2024 ປກສ ແຂວງໄຊຍະບູລີ ສາມາດແກ້ໄຂຄະດີຢາເສບຕິດໄດ້ 213 ເລື່ອງ
ພັອ ຄຳສິນ ຜິວວັນນາ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານ ປກສ ປະຈຳປີ 2024 ແລະ ວາງທິດທາງວຽກງານຈຸດສູມ ປີ 2025 ທີ່ຈັດຂຶ້ນໃນວັນທີ 30-31 ທັນວາ 2024 ວ່າ: 1 ປີຜ່ານມາ, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຕັ້ງໜ້າສຸມໃສ່ ເຄື່ອນໄຫວເຮັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດ ຊອບ, ໂດຍສະເພາະແມ່ນປະຕິບັດຕາມ 4 ແຜນງານໃຫຍ່ ແລະ 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ, ຕິດ ພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄດ້ 213 ເລື່ອງ ແລະ ຢຶດຂອງກາງໄດ້ຈຳນວນໜຶ່ງ.
ທ່ານ ຫົວໜ້າກອງບັນຊາການ ປກສ ໄຊຍະບູລີ ກ່າວວ່າ: ບັນຫາອາຊະຍາກຳ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໄດ້ເກີດຂຶ້ນຕໍ່ເນື່ອງ, ໃນປີຜ່ານມາມີຄະດີເກີດຂຶ້ນ 246 ເລື່ອງ (ທຽບໃສ່ປີ 2023 ເພີ່ມຂຶ້ນ 25 ເລື່ອງ); ຫຼາຍກວ່າ ໝູ່ແມ່ນຄະດີລັກຊັບພົນລະເມືອງມີ 136 ເລື່ອງ; ຕໍ່ໜ້າສະພາບການຄືແນວນັ້ນ, ກໍາລັງປ້ອງກັນຄວາມສະຫງົບແຂວງ ສາມາດແກ້ລາຍຄະດີຕ່າງໆໄດ້ 165 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 261 ຄົນ ຍິງ 38 ຄົນ. ສໍາລັບຄະດີຢາເສບຕິດ ສາມາດແກ້ໄດ້ 213 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 252 ຄົນ ຍິງ 32 ຄົນ; ຢຶດຂອງກາງໄດ້: ຢາບ້າ ຈໍານວນ 145.209 ເມັດ ຢາໄອສ໌ kkk-1000 ນໍ້າໜັກ 1.182 ກິໂລກຼາມ ແລະ ວັດຖຸທີ່ກ່ຽວພັນອື່ນໆອີກຈຳນວນໜຶ່ງ.
ພາບ-ຂ່າວ: ບຸນເຫຼືອ