ງານເທດສະການດອກງິ້ວບານ ແມ່ນງານບຸນປາງໃຫຍ່ ໜຶ່ງຂອງຊາວແຂວງບໍ່ແກ້ວ ທີ່ຈະຈັດຢູ່ດອນຊາວ ທີມີຊື່ສຽງໂດ່ງດັງ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ.
ການຈັດງານເທດສະການດອກງິ້ວບານ ເປັນບຸນປາງໃຫຍ່ ຂອງຊາວແຂວງບໍ່ແກ້ວ, ດອນຊາວດັ່ງກ່າວມີຕົ້ນງິ້ວປ່າທີ່ດົກໜາ ຢັ້ງຢາຍຢູ່ໃນເນື້ອທີ່ປະມານ 40 ເຮັກຕາ. ເມື່ອຮອດລະດູໜາວ ດອກງິ້ວກໍເລີ່ມເບັ່ງບານ ແລະ ແດງທົ່ວດອນຊາວ.ຊາວເມືອງຕົ້ນເຜິ້ງໄດ້ຈັດສັນດອນທີ່ງົດງາມແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ນັບມື້ນັບຫຼາຍຂຶ້ນ.
ການຈັດງານ ເທດສະການດອກງິ້ວບານ ຄັ້ງທີ I ແມ່ນໄດ້ເລີ່ມແຕ່ປີ 2000 ເປັນຕົ້ນມາ ແລະ ມີຜົນສໍາເລັດໃນການຈັດງານແລ້ວ 21 ຄັ້ງ, ນັບແຕ່ນັ້ນມາຮອດຍາມດອກງິ້ວເບັ່ງບານ ໃນລະຫວ່າງທ້າຍເດືອນມັງກອນຫາຕົ້ນເດືອນກຸມພາ ຈຶ່ງໄດ້ຈມີການຈັດງານເທດສະການດອກງິ້ວບານຂຶ້ນຂອງທຸກໆປີ.
ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມວຽກງານດ້ານສີລະປະ, ວັດທະນະທຳ, ການນຸ່ງຖື, ແບບແຜນວິຖີຊີວິດ ກໍຄືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວ ໃຫ້ມີຄວາມຍືນຍົງຄຽງຄູ່ກັການ ພັດທະນາທາງດ້ານເສດຖະກິດ ແລະ ທັງເປັນການເຊື່ອມໂຍງເຂົ້າກັບວັດທະນະທຳ-ອະລິຍາທຳອັນດີງາມຂອງຊາດ ແລະ ສາກົນເພື່ອເຮັດໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສຳພັດກັບຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄືດອກງິ້ວໄລຍະທີ່ກໍາລັງເບັ່ງບານ ເຊິ່ງເຕັມໄປດ້ວຍມົນສະເໜ່ ແລະ ຄຸນຄ່າທາງດ້ານຊັບພະຍາກອນທຳມະຊາດ ອັນອຸດົມສົມບູນ, ຊາວລາວເຮົາໄດ້ມີຄວາມເຊື່ອວ່າ ດອກງິ້ວທີ່ເບັ່ງບານ ແມ່ນສະແດງເຖິງຄວາມອຸດົມຮັ່ງມີ, ຄວາມອົງອາດກ້າຫານ ແລະ ຄວາມສະຫງ່າງາມ;
ເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ,ວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດຂອງຊາວແຂວງບໍ່ແກ້ວ ແບບມີສ່ວນຮ່ວມຂອງຊຸມຊົນ ຕິດພັນກັບການສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ໃຫ້ມີການຂະຫຍາຍຕົວ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງແລະ ຂອງຊາດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ທັງເປັນການສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ.
ປັດຈຸບັນແຂວງບໍ່ແກ້ວ ກໍຄືເຂດເສດຖະກິດພິເສດສາມຫຼຽມຄໍາ ແມ່ນໄດ້ເອົາໃຈໃສ່ ກຽມພ້ອມທຸກເງື່ອນໄຂໃນການ ຫ້າງຫາກະກຽມ ຈັດງານເທດສະການດອກງິ້ວບານ ຄັ້ງທີ 22, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 27 ມັງກອນ ຫາ ວັນທີ 2 ກຸມພາ ປີ 2025 ນີ້, ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ພາຍໃນງານມີກິດຈະກຳຫຼາກຫຼາຍເຊັ່ນ:ງານວາງສະແດງຈຳໜ່າຍສິນຄ້າສີ່ປະເທດ ລາວ, ຈີນ, ໄທ ແລະ ມຽນມາ, ງານວາງສະແດງສິລະປະສາກົນສັນຕິພາບສາມຫຼ່ຽມຄຳ ຄັ້ງທີ Ⅱ, ການແຂ່ງຂັນກິລາກ໊ອຟຊີງຂັນດອກງິ້ວຄໍາ ຄັ້ງທີ, ການປະກວດນາງສາວດອກງິ້ວບານ, ຊົມການສະແດງສິລະປະວັນນະຄະດີລາວ-ຈີນ ແລະ ປ່ອຍໂຄມໄຟອວຍໄຊໃຫ້ພອນ. ທັງເປັນການຊຸກຍູ້ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາວລາວ ກໍຄືຊາວແຂວງບໍ່ແກ້ວ, ເພື່ອເຜີຍແຜ່ແຫຼ່ງທ່ອງທ່ຽວອັນສວຍສົດງົດງາມເປັນທີ່ເອກອ້າງທະນົງໃຈໃຫ້ຊາວໂລກໄດ້ຮັບຮູ້.
ເຊີນຊວນບັນດາທ່ານ ແຂກການນໍາ,ພະນັກງານ,ປະຊາຊົນບັນດາເຜົ່າ ແລະ ນັກທ່ອງທ່ຽວທັງໃກ້ ແລະ ໄກ ພາຍໃນ ແລະ ຕ່າງປະເທດ ມາຮ່ວມມ່ວນຊື່ນ ແລະ ສຳພັດກັບຄວາມສວຍງາມຂອງດອກງິ້ວປ່າ ທີ່ເປັນເອກະລັກສະເພາະທາງທຳມະຊາດ ແລະ ເຂົ້າມາຮ່ວມຫຼິ້ນກິດຈະກຳ ມ່ວນຊື່ນ ແລະ ສຳພັດກັບບັນຍາກາດ ພາຍໃນງານໄປພ້ອມໆກັນ ຢ່າລືມຢ່າພາດໂອກາດດີໆປີໜຶ່ງມີເທື່ອດຽວມາທ່ຽວຊົມໃຫ້ຫຼາຍໆເດີ້.
#ສັງລວມບົດໂດຍ: ເງິນຫຼົງ ຈິດພູວົງ.
#ພາບປະກອບ: ນັກຂ່າວເຂດ ເສດຖະກິດພິເສດສາມຫຼ່ຽມຄໍາ, ທ່ຽວທົ່ວລາວ















