ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ອະໄພ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບຮອບ 49 ປີ

Jan 3, 2025

ໃນວັນທີ 3 ມັງກອນ 2025 ນີ້ ແຂວງອັດຕະປື ໄດ້ຈັດພິທີ ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2024 ຄົບຮອບ 49 ປີ ຂື້ນທີ່ຄ້າຍຄຸມຂັງ-ດັດສ້າງ ບ້ານສະເພົາທອງ ແຂວງອັດຕະປື, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ມີ ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າ ອົງການໄອຍະການປະຊາຊົນ ແຂວງອັດຕະປື ແລະ ຫົວໜ້າຄ້າຍຄຸມຂັງ, ມີບັນດາຄະນະກໍາມະການອະໄພຍະໂທດຂັ້ນແຂວງ ພ້ອມດ້ວຍຍາດຕິພີ່ນ້ອງນັກໂທດ ແລະ ອຳນາດການປົກຄອ້ງບ້ານເຂົ້າຮ່ວມ.
ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າ ອົງການໄອຍະການປະຊາຊົນ ແຂວງ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນທີ 2 ທັນວາ ປີ 2024 ຄົບຮອບ 49 ປີ ເຊິ່ງໃນນັ້ນຢູ່ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂມາດຖານແລະ ຜົນງານດີເດັ່ນໃນການປະຕິບັດໂຕໃນຄ້າຍດັດສ້າງຄຸມຂັງສະເໜີໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດມີທັງໜົດ 54 ຄົນ, ຍິງ 6 ຄົນ ແລະ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈຳນວນ 16 ຄົນ, ຍິງ 2 ຄົນ ຈາກນີ້ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກໂທດທີ່ມີຜົນງານຫ້າວຫັນໃນການປະຕິບັດກົດລະບຽບພາຍໃນຄ້າຍຄຸມຂັງ ໂດຍໃຫ້ກຽດມອບຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ພ້ອມດຽວກັນທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດານັກໂທດທີ່ໄດ້ປະກອບສ່ວນສ້າງຜົນງານ, ສ້າງຂະບວນການປະຕິບັດລະບຽບຂອງຄ້າຍຄຸມຂັງໄດ້ຢ່າງເຂັມງວດ ໂດຍເພາະແມ່ນຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫລຸດຜ່ອນໂທດ ແລະ ຖືກປ່ອຍຕົວໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດ ລະດັບແຂວງ ສືບຕໍ່ໂຄສະນາເຜີຍແຜ່, ເຊື່ອມຊຶ່ມ ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ, ຄຳແນະນຳ, ແຈ້ງການຕ່າງໆໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ ພ້ອມຍາດຕິພີ່ນ້ອງ, ນັກໂທດ ແລະສັງຄົມ ທົ່ວໄປ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ. ທີ່ມີດ້ານມະນຸດສະທຳຕໍ່ນັກໂທດຜູ້ທີ່ມີການປ່ຽນແປງທັດສະນະແນວຄິດ, ການກະທຳ ແລະ ຕື່ນຕົວເຄົາລົບລະບຽບກົດໝາຍ ສປປ ລາວ.
ໂດຍ: ສາຍນ້ຳເຊກອງ