ໃນວັນທີ 3 ມັງກອນ 2025 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊາອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ພາກສ່ວນທີ່ກ່ຽວ ຂ້ອງລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ).
ໂອກາດນີ້, ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການໄດ້ໃຫ້ຮູ້ວ່າ: ຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆຂອງໂຄງການ ສະເພາະຄວາມຮັບຜິດຊອບເບື້ອງຝ່າຍລາວ ເປັນ ຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງເຂົ້າຫາຂົວ, ຕຶກອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ແລະ ໄດ້ມີການກວດກາຢັ້ງຢືນຜົນສໍາເລັດໃນເດືອນມີນາ 2024 ທີ່ຜ່ານມາ, ສໍາລັບ ບັນດາໜ້າວຽກການກໍ່ສ້າງຂົວກາງນ້ຳ ໄດ້ຈັດຕັ້ງປະຕິ ບັດສໍາເລັດແລ້ວ 94,76% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກ ທີ່ຢູ່ໃນສ່ວນຮັບຜິດຊອບຂອງຝ່າຍລາວ ສາມາດຈັດຕັ້ງປະຕິບັດ ສໍາເລັດສະເລ່ຍ 96,64% ເຊິ່ງເຫັນວ່າ ໂຄງການດັ່ງກ່າວ ມີຄວາມຊັກຊ້າເກີນແຜນການທີ່ກໍານົດໄວ້ເບື້ອງຕົ້ນ ໃນປີ 2024 ເນື່ອງ ຈາກບັນຫາໂຄວິດ-19.
ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນກ່ຽວ ຂ້ອງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ດ້ວຍຄວາມພະຍາຍາມມາໂດຍຕະ ຫລອດ. ພ້ອມທັງ ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ໂດຍສະເພາະ ການກໍ່ສ້າງຂົວກາງນ້ຳ ໃຫ້ສໍາເລັດຕາມແຜນການ ເພື່ອໃຫ້ກ້າວໄປສູ່ການຈັດພິທີເທເບຕົງ ເຊື່ອມຈອດຈຸດໃຈກາງຂອງຂົວໃນເດືອນມີນາ ແລະ ພິທີເປີດນໍາໃຊ້ຂົວດັ່ງກ່າວ ຢ່າງເປັນທາງການ ໃນເດືອນພຶດສະພາ ປີ 2025, ລວມທັງການສ້າງບັນດານິຕິກຳຕ່າງໆທີ່ກ່ຽວ ຂ້ອງ ເພື່ອຮອງຮັບພາຍຫລັງມີການເປີດນຳໃຊ້ຂົວ ເຊິ່ງເປັນ 2 ກິດຈະກໍາ ທີ່ສໍາຄັນໃນການສະເຫລີມ ສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ແລະ ເປັນການຕອບສະໜອງຕໍ່ນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະ ເທດເຊື່ອມໂຍງ-ເຊື່ອມຈອດ ທາງດ້ານຄົມມະນາຄົມ, ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.
ຂ່າວ-ພາບ: ກຕທ






