ກອງປະຊຸມສົ່ງເສີມການທ່ອງທ່ຽວເຊື່ຮຮອມຕໍ່ 4 ແຂວງພາກໃຕ້ ເພື່ອເຊື່ອມໂຍງການທ່ອງທ່ຽວ ແລະປະຊາຊົນມີສ່ວນ ຮ່ວມ ຈັດຂຶ້ນທີ່ຫ້ອງວ່າການເມືອງປາກຊ່ອງ ໃນວັນທີ 3 ມັງ ກອນ 2025 ນີ້,ພາຍໃຕ້ການເປັນປະທານຂອງທ່ານຫົວໜ້າພະ ແນກ ແລະ ຮອງພະແນກ ຖວທ 4 ແຂວງ ພາກໃຕ້, ມີບັນດາທ່ານຫົວ,ໜ້າຂະແໜງ ແລະ ວິຊາການທ່ອງທ່ຽວແຂວງ 4 ແຂວງ ພາກໃຕ້: ຈຳປາສັກ,ສາລະວັນ, ເຊກອງ, ອັດຕະປື,ສະມາຄົມທ່ອງ ທ່ຽວ,ບໍລິສັດຜູ້ປະກອບການທ່ອງທ່ຽວ ແລະພະນຫກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ຖວທ ແຂວງ, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ແຂວງຈຳປາສັກ ກ່າວວ່າ: ກອງປະຊຸມສົ່ງ ເສີມການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ ທີ່ເມືອງປາກຊ່ອງ, ໃນຄັ້ງນີ້ເພື່ອປຶກສາຫາລືວຽກງານພັດທະນາການທ່ອງ ທ່ຽວເຊື່ອມຕໍ່ 4 ແຂວງພາກ ເຊິ່ງຈຸດປະສົງຕົ້ນຕໍ ກໍແມ່ນເພື່ອທົບທວນຄືນ ແຜນການເຄື່ອນໄຫວວຽກງານທ່ອງ ທ່ຽວເຊື່ອມຕໍ່ 4 ແຂວງ ທີ່ໄດ້ຮັບຮອງ ໃນກອງປະຊຸມເດືອນກໍລະກົດ 2024 ທີ່ແຂວງສາລະວັນ ວ່າ ມີວຽກງານອັນໃດທີ່ໄດ້ດໍາເນີນການແລ້ວ, ອັນໃດທີ່ຍັງບໍ່ທັນໄດ້ປະຕິບັດ ແລະ ຈະມີແຜນການ ປະຕິບັດແນວໃດທີ່ເປັນອັນລະອຽດຊັດເຈນ ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດແຕ່ຫົວທີ ໃນປີ 2025 ເປັນຕົ້ນ: ການເຊື່ອມໂຍງການທ່ອງທ່ຽວໄປໃນທິດທາງດຽວໃນຂອບເຂດທີ່ເໝາະສົມ ໃນວົງ ຈອນທ່ອງ ທ່ຽວພູພຽງບໍລິເວນ, ການແກ້ໄຂບັນຫາ ແລະ ສິ່ງອັດຕັນໃນ ວຽກເຂົ້າ-ອອກເມືອງ, ການຮ່ວມມືກັນພັດທະນາຜະລິດຕະພັນທ່ອງທ່ຽວໃຫ້ຫຼາກຫຼາຍ, ການ ພັດທະນາເຄື່ອງທີ່ລະນຶກຕິດພັນກັບເອກະລັກຂອງທ້ອງຖິ່ນ, ການໂຄສະນາການທ່ອງທ່ຽວໃຫ້ມີ ຫຼາກຫຼາຍຮູບແບບ ແລະ ເຂົ້າເຖິງຕະຫຼາດການທ່ອງທ່ຽວ, ການ ຮ່ວມມືກັນພັດທະນາບຸກຄະລາ ກອນ ແລະ ການຄຸ້ມຄອງຜູ້ປະ ກອບການທຸລະກິດທ່ອງທ່ຽວໃຫ້ໄປຕາມລະບຽບການ ແລະ ໄປ ລວງດຽວກັນ.
ໃນໄລຍະຜ່ານມາ ວຽກງານທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ ກໍໄດ້ມີອົງການຈັດຕັ້ງ ສາກົນ ໄດ້ໃຫ້ການຊ່ວຍເຫຼືອເປັນຕົ້ນ ອົງການສະວິດຄອນແທ້ກ ໄດ້ເຂົ້າມາປະກອບສ່ວນໃນ ວຽກງານພັດທະນາການທ່ອງທ່ຽວໃນພາກໃຕ້ລາວແຕ່ປີ 2013 ເປັນຕົ້ນມາ ມີທັງໝົດ 3 ໄລຍະ ແລະ ໄດ້ປິດລົງໃນປີ 2020 ເຊິ່ງກິດຈະກຳຫຼັກຂອງໂຄງການ ແມ່ນສຸມໃສ່ວຽກງານພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງ, ການພັດທະນາຜະລິດ ຕະພັນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍການພັດທະນາຈຸດໝາຍປາຍທາງການທ່ອງ ທ່ຽວ, ການຕະຫຼາດ ແລະ ການໂຄສະນາສົ່ງເສີມຈຸດໝາຍປາຍ ທາງການທ່ອງທ່ຽວ ແລະ ການ ຝຶກອົບຮົມ. ເຊິ່ງຜົນໄດ້ຮັບທີ່ພົ້ນເດັ່ນແມ່ນ ການສ້າງໂລໂກພາກໃຕ້ລາວ (Southern Laos) ກັບຄູ່ຮ່ວມງານພາກລັດ ແລະ ທຸລະກິດ, ການສ້າງເວັບໄຊພາກໃຕ້ລາວ (www.southern- laos.com) ແລະ ສື່ສັງຄົມອອນລາຍເຊັ່ນ: ເຟສບຸກ: southern Laos Tourism, ອິນສະຕາ ແກຣມ: southern Laos_tourism.
ນອກນີ້ ຍັງສະໜັບສະໜູນວຽກອື່ນໆເຊັ່ນ: ການຖ່າຍຮູບທີ່ ມີຄຸນນະພາບສູງ ກ່ຽວກັບສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ຂອງຈຸດໝາຍປາຍທາງການທ່ອງທ່ຽວໃນ 4 ແຂວງພາກໃຕ້ ເພື່ອໂຄສະນາການທ່ອງທ່ຽວ, ການຂຽນບົດຄວາມໂຄສະນາໃນວາລະສານຈໍາປາເມືອງລາວ, ການ ສ້າງວີດີໂອໂຄສະນາຈຸດໝາຍ ປາຍທາງການທ່ອງທ່ຽວພາກໃຕ້ລາວ, ວີດີໂອໂຄສະນາເສັ້ນທາງຂີ່ລົດຖີບ, ວີດີໂອເສັ້ນທາງ
ການທ່ອງທ່ຽວຕາມເສັ້ນທາງກາເຟ, ການພັດທະນາຜະລິດ ຕະພັນການທ່ອງທ່ຽວ ວິຖີຊີວິດ ຕາມລໍາແມ່ນໍ້າຂອງ, ການທ່ອງ ທ່ຽວຕາມເສັ້ນທາງກາເຟ, ການທ່ອງທ່ຽວສໍາລັບນະຄອນປາກ ເຊ ແລະ ເມືອງຈໍາປາສັກ, ການຝຶກອົບຮົມທັກສະການສ້າງຂີດຄວາມສາມາດໃນດ້ານຕ່າງໆແກ່ ພາກລັດ ແລະ ພາກທຸລະກິດ ແລະ ອື່ນໆ. ນອກນີ້ແລ້ວ ຍັງມີການຊ່ວຍເຫຼືອຈາກທະນາຄານ ພັດທະນາອາຊີ ໂດຍສະເພາະໃນວຽກການທ່ອງທ່ຽວ 4 ແຂວງພາກໃຕ້ ແມ່ນສໍາເລັດການສ້າງ ແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວພາກໃຕ້ຂອງລາວ ສໍາລັບປີ 2020-2025 ເຊິ່ງເປັນແຜນທີ່ໄດ້ສັງລວມຈາກທ່າແຮງ, ຈຸດພິເສດຕົວຈິງຂອງ 4 ແຂວງ.
ໃນກອງປະຊຸມ ຂະແໜງທ່ອງທ່ຽວ 4 ແຂວງ ພາກໃຕ້ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການພັດທະນາ ການທ່ອງທ່ຽວເຂດເຊື່ອມຕໍ່ 4ແຂວງ.ປະກອບຄໍາເຫັນພາກລັດ ແລະ ພາກທຸລະກິດ ເຂົ້າໃນການພັດ ທະນາການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້,ປະກອບຄຳເຫັນປຶກສາຫາລືກຳນົດເນື້ອໃນ, ວາລະກອງປະຊຸມ, ກໍານົດແຜນວຽກ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຂອງການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ພາຍຫຼັງສຳເລັດກອງປະຊຸມ ແລ້ວບັນດາຄະນະນຳພະແນກ ຖວທ ,ຂະແໜງທ່ອງທ່ຽວ 4ແຂວງ ແລະບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມບ້ານຫນອງຢາເທິງ,ຢ້ຽມຢາມແຫຼ່ງທ່ອງທ່ຽວ ພູກະເຕະ(ພູໄຟລ້ານປີ)ທີ່ຫາກໍເປີດບໍລິການໃໝ່)ໃນເຂດພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈຳປາສັກຕື່ມອີກ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ





