ໃນລະຫວ່າງວັນທີ 31 ທັນວາ 2024-2 ມັງກອນ 2025 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມແຂວງຊຽງຂວາງ ໂດຍການຕ້ອນຮັບຂອງ ທ່ານບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາການນໍາແຂວງ ແລະ ເດີນທາງໄປຢ້ຽມຢາມ,ຊຸກຍູ້ສົ່ງເສີມ ພໍ່ແມ່ປະຊາຊົນບ້ານຫໍກາງ ເມືອງຜາໄຊ ກ່ຽວກັບການປູກເຂົ້າໄກ່ນ້ອຍ.
ທ່ານ ສົມສະໝອນ ຜະລິຈັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ຮູ້ກ່ຽວກັບການປູກຝັງ-ລ້ຽງສັດ ເຊິ່ງເປັນທ່າ ແຮງໃນການພັດທະນາຂອງປະຊາຊົນພາຍໃນຊຽງຂວາງ ພົ້ນເດັ່ນກວ່າໝູ່ແມ່ນການປູກເຂົ້າໄກ່ນ້ອຍ, ການລ້ຽງງົວ, ຄວາຍ, ມ້າ, ຜັກ, ປູກສາລີ, ໝາກເພັດນ້ອຍ, ກາເຟແລະ ຜັກທຽມ ເຊິ່ງສາມາດສະໜອງພາຍໃນແຂວງ ແລະ ສົ່ງອອກໄປຕ່າງແຂວງ ເປັນຕົ້ນ ແມ່ນນະຄອນຫລວງວຽງຈັນ. ນອກນີ້, ຍັງສົ່ງອອກໄປຕ່າງປະເທດ ຕື່ມອີກ. ສໍາລັບເຂົ້າໄກນ້ອຍ ແມ່ນສາ ມາດປູກໄດ້ຢູ່ 5 ເມືອງ ມີ 7 ສາຍພັນຄື: ເຂົ້າໄກ່ນ້ອຍດຳ, ລາຍ, ເຫລືອງ, ແດງດໍ, ແດງປີ, ແດງລາຍແຊກ ແລະ ແດງເມັດໃຫຍ່. ທົ່ວແຂວງມີເນື້ອທີ່ປູກເຂົ້າໄກ່ນ້ອຍ 12.500 ເຮັກຕາ, ສາມາດຜະລິດໄດ້ 55.000 ໂຕນ, ສົ່ງອອກ ສສ ຫວຽດນາມ 5.000 ໂຕນ. ນອກ ນັ້ນ, ແມ່ນບໍລິໂພກພາຍໃນແຂວງແລະ ສົ່ງອອກສູ່ນະຄອນຫລວງວຽງຈັນ.
ທ່ານ ສີວັນ ຫົວໜ້າກຸ່ມປູກເຂົ້າໄກ່ນ້ອຍ ບ້ານຫໍກາງ ໄດ້ໃຫ້ຮູ້ວ່າ: ການປູກເຂົ້າໄກ່ນ້ອຍຢູ່ພາຍໃນບ້ານ ແມ່ນໄດ້ຈັດຕັ້ງເປັນກຸ່ມ ໂດຍໄດ້ຕິດຕາມ ແລະ ເອົາໃຈໃສ່ແຕ່ມື້ເລີ່ມຕົ້ນຈົນເຖິງເກັບ ກ່ຽວ,ຕິດຕາມປະລິມານນ້ຳ, ຝຸ່ນ(ຝຸ່ນຄອກ), ສັດຕູພືດ, ອາກາດ ແລະ ການເກັບແນວພັນ ເຊິ່ງປະຊາຊົນບ້ານຫໍກາງ ປູກເຂົ້າໄກ່ນ້ອຍມີ 4 ສາຍພັນຄື: ເຂົ້າໄກ່ນ້ອຍດຳ, ເຫລືອງ, ລາຍ ແລະ ເຂົ້າໄກ່ນ້ອຍແດງ, 1 ເຮັກຕາສາມາດຜະລິດໄດ້ 3,8-4 ໂຕນ, ຜະລິດໄດ້ແຕ່ລະດູດຽວ ເນື່ອງຈາກບ້ານບໍ່ມີນ້ຳພຽງພໍໃນລະ ດູແລ້ງ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ມີຄຳຄິດເຫັນໂອ້ລົມ ໂດຍເນັ້ນໃຫ້ເອົາໃຈໃສ່ຮັກສາແນວພັນເຂົ້າໄກ່ນ້ອຍ, ສັບຊ່າວຂະຫຍາຍເນື້ອທີ່, ຮັກສາຄຸນນະພາບ, ຄຸນລັກຊະນະຂອງເຂົ້າ, ສົ່ງເຂົ້າແຕ່ລະສາຍພັນ ເພື່ອວິໄຈຢູ່ຕ່າງປະເທດ, ຖອດຖອນບົດຮຽນເຕັກນິກການປູກ, ກົນຈັກ ແລະ ການເກັບແນວພັນນຳຊ່ຽວຊານຫວຽດ ນາມ, ເຂົ້າໄກ່ນ້ອຍ ແມ່ນໄດ້ຮັບຄວາມນິຍົມຈາກທົ່ວໂລກ. ສະ ນັ້ນ, ຈົ່ງສົ່ງເສີມຊຸກຍູ້ການປູກໃຫ້ຫລາຍຂຶ້ນ.
ໃນໂອກາດດຽວກັນ, ທ່ານຮອງປະທານປະເທດ ຍັງໄດ້ຮ່ວມພິທີເປີດ ບຸນປະເພນີກິນຈຽງເຜົ່າມົ້ງ ປະຈຳປີ 2024 ຢູ່ເດີ່ນສະມາຄົມກິລາ-ວັນນະຄະດີພື້ນເມືອງ ແລະ ອະນຸລັກຮີດຄອງບຸນປະເພນີກິນຈຽງ ແຂວງຊຽງຂວາງ, ເຮັດພິທີສາສະໜາຢູ່ສຸສານ ທ່ານ ຕູ້ຢ່າໄຊຈູ ແລະ ພີ່ນ້ອງຢູ່ເມືອງໜອງແຮດ, ກວດກາເບິ່ງການກໍ່ສ້າງວັດສາມັກຄີໄຊຍະຣາມ ບ້ານຖ້ຳໄຊ ເມືອງໜອງແຮດ ແລະ ຮ່ວມພິທີສວດມົນຂ້າມປີຢູ່ວັດສັນຕິພາບເມືອງແປກ ຕື່ມອີກ.
ຂ່າວ: ບຸນມີ ແສງທຸມມີ






