ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທ່າແຕງ ໄດ້ຮັບລົດຖີບ ຈໍານວນ 10 ຄັນ

Jan 4, 2025

ວັນທີ 2 ມັງກອນ 2025, ເມືອງທ່າແຕງ, ແຂວງເຊກອງ ໄດ້ມອບລົດຖີບ ຈໍານວນ 10 ຄັນ ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອນໍາໄປມອບໃຫ້ກັບນັກ ຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມຂອງເມືອງ. ໂດຍການມອບຂອງທ່ານ ນາງ ແກ້ວ ອຸດອນ ດວງມະນີວົງ ຮອງເຈົ້າເມືອງ ຊີ້ນໍາວັດທະນະທໍາ-ສັງຄົມຂອງເມືອງ ແລະ ຮັບໂດຍທ່ານ ໄຊສະຫມອນ ເພນພະຈັນ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
ລົດຖີບຈຳນວນ 10 ຄັນ, ແມ່ນໄດ້ຮັບຈາກສະພາປະຊາຊົນແຂວງເຊກອງ ໂດຍການສະໜັບສະໜູນຂອງ ໂຄງການ “ນ້ຳໃຈຮັກລາວ” ຂອງມູນນິທິເພື່ອພັດທະນາຊົນນະບົດຂອງຈີນມອບໃຫ້ນັກຮຽນທີ່ທຖກຍາກໃນ ສປປ ລາວ.
ສໍາລັບທົ່ວແຂວງເຊກອງ ໄດ້ຮັບລົດຖີບ ຈໍານວນ 55 ຄັນ ເພື່ອມອບຕໍ່ໃຫ້ບັນດາໂຮງຮຽນປະຖົມ ແລະ ມັດທະຍົມ ໃນ 4 ຕົວເມືອງ ນໍາໄປມອບໃຫ້ນ້ອງນັກຮຽນເກັ່ງ ແລະ ຜູ້ທີ່ດ້ອຍໂອກາດຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ເພື່ອເປັນກຳລັງໃຈ ແລະ ເປັນພາຫານະອຳນວຍຄວາມສະດວກໃນການໄປໂຮງຮຽນຂອງນ້ອງໆນັກຮຽນ.
ຂ່າວ: ລັດຕະນະພອນ.