ພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະຊາທິປະໄຕ ຕາມດຳລັດ 272/ລບ ຂອງແຂວງສະຫວັນນະເຂດປະຈຳປີ 2024 ໄດ້ຈັດຂຶ້ນທີ່ສະໂມສອນຫ້ອງວ່າການແຂວງ ໃນຕອນບ່າຍວັນທີ 3 ມັງກອນ 2025 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເຈົ້າແຂວງສະຫວັນນະເຂດ
ທ່ານ ນາງ ພາວັນ ບົວຫຼວງລາດ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ການປະຕິບັດນະໂຍບາຍຕາມດຳລັດ 272/ລບຂອງແຂວງສະຫວັນນະເຂດ, ເຊິ່ງໃນໄລຍະຜ່ານມາ, ແຂວງພວກເຮົາ ໄດ້ປະຕິບັດນະໂຍບາຍດັ່ງກ່າວມາແລ້ວນັບແຕ່ປີ 2,000 ມາຮອດປະຈຸບັນ ລວມທັງມື້ນີ້ມີຈຳນວນທັງໝົດ 1,589 ທ່ານ, ເປັນເງິນ 38.16 ຕື້ກວ່າກີບ, ສະເພາະມື້ນີ້ ມີຜູ້ໄດ້ຮັບນະໂຍບາຍຈຳນວນ 122 ຄົນ, ເປັນເງິນ 2.25 ຕື້ກວ່າກີບ ໃນນີ້: ກະຊວງແຮງງານ ແລະສະຫວັດດີການສັງຄົມມອບ 50 ຄົນ, ເປັນເງິນ 938.91 ລ້ານກວ່າກີບ(ປະຕິບັດໃນ 3 ນະໂຍບາຍຄື: ອຸດໜູນເສຍສະຫຼະຊີວິດ ຈຳນວນ 23 ຄົນ, ອຸດໜູນເທື່ອດຽວຍັງມີຊີວິດ 26 ຄົນ ແລະເງິນປ່ຽນແທນໂກຕາລົດ 1 ຄົນ) ເຫຼືອນັ້ນແມ່ນແຂວງຂອງພວກເຮົາ ແລະແລະຂອງແຂວງພວກເຮົາ ໂດຍທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຖືສຳຄັນໃນວຽກງານດັ່ງກ່າວ ໄດ້ມີການບິແບ່ງເງິນເກີນແຜນຂອງແຂວງປີ 2023 ເພື່ອຊ່ວຍແກ້ໄຂຕື່ມຈຳນວນ 72 ຄົນ, ຍິງ 7 ຄົນ, ເປັນເງິນ 1.31 ຕື້ກວ່າກີບ(ປະຕິບັດໃນ 2 ນະໂຍບາຍຄື: ອຸດໜູນເສຍສະຫຼະຊີວິດ ຈຳນວນ 30 ຄົນ, ຍິງ 1 ຄົນ ແລະອຸດໜູນເທື່ອດຽວຍັງມີຊີວິດ ຈຳນວນ 42 ຄົນ, ຍິງ 6 ຄົນ), ເຊິ່ງເປັນແຂວງດຽວໃນທົ່ວປະ ເທດໃນປີ 2024 ທີ່ເຈົ້າແຂວງໄດ້ແບ່ງເງິນຂອງແຂວງໃສ່ວຽກງານດັ່ງກ່າວຫຼາຍກວ່າໝູ່ ນອກນີ້, ການນຳຂອງແຂວງ ຍັງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ອື່ນໆນຳອີກ.
ຈາກນັ້ນ, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ຕາງໜ້າຄະ ນະພັກ-ອຳນາດການປົກຄອງຂອງແຂວງ ມອບເງິນນະໂຍບາຍໃຫ້ແຕ່ລະທ່ານຢ່າງສົມກຽດ ພ້ອມທັງໃຫ້ກຽດກ່າວໂອ້ລົມຕໍ່ພິທີຄັ້ງນີ້ ຊຶ່ງມີບາງຕອນສຳຄັນວ່າ: ພັກ ແລະ ລັດຖະບານ ຖືສໍາຄັນກ່ຽວກັບວຽກງານນະໂຍບາຍ ກໍ່ຄືການຕອບແທນບຸນຄຸນຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມ ຄວາມດີໃນພາລະກິດຮັບໃຊ້ການປະຕິ ວັດຊາດ ປະຊາທີປະໄຕ ດ້ວຍຮູບການໃຫ້ອຸດໜູນທາງດ້ານວັດຖຸ ຫຼື ເງິນສົດຈາກງົບປະມານຂອງລັດ ແລະຈາກປະກອບສ່ວນຂອງພາກເອກະຊົນບຸກຄົນ, ນິຕິບຸກຄົນ ແລະອົງການຈັດ ຕັ້ງຕ່າງໆ, ເຊິ່ງບັນດາທ່ານທີ່ມາຮັບນະໂຍບາຍໃນມື້ນີ້, ລ້ວນແຕ່ຜ່ານການຄົ້ວຄວ້າຕຶກຕອງ, ຈັດລຽງບູລິມະສິດແຕ່ຂັ້ນຮາກຖານ ຈົນຮອດຂັ້ນສູນກາງ ຊຶ່ງເຫັນວ່າຫຼາຍຄົນກໍ່ມີການຄອງຄອຍພໍສົມຄວນ, ໃນແຕ່ລະປີ ພັກ-ລັດຖະບານ ກໍ່ໄດ້ຄົ້ນຄວ້າປະຕິບັດມາກໍ່ຈໍານວນບໍ່ໜ້ອຍແລ້ວ, ສະເພາະແຂວງສະຫວັນນະເຂດ ໄດ້ປະຕິ ບັດມາປົກກະຕິນັບແຕ່ປີ 2,000 ມາຮອດປະຈຸບັນ ປະຕິ ບັດມາແລ້ວ 1,467 ຄົນ, ເປັນເງິນ 35.90 ຕື້ກວ່າກີບ ຈະໄດ້ສືບຕໍ່ປະຕີບັດໃນມື້ນີ້ອີກຈຳນວນ 122 ຄົນ, ເປັນເງິນ 2.25 ຕື້ກວ່າກີບ, ໃນນາມການນຳຂອງແຂວງ ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງນຳເອົາເງິນນະໂຍບາຍນີ້ ໄປໃຊ້ໃຫ້ເກີດຜົນປະໂຫຍດສູງສຸດເປັນຕົ້ນ: ການເຮັດບຸນທໍາທານຫາຜູ້ທີ່ໄດ້ຮັບນະໂຍ ບາຍຕາມເງື່ອນໄຂ ແລະນຳໄປໃຊ້ເພື່ອແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ.






