ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນກິນຈຽງເຜົ່າມົ້ງຈຸດສຸມພັດທະນາ ນາເລົາຫຼັກ 52

Jan 4, 2025

ພິທີໄດ້ຈັດຂຶ້ນໃນວັນທີ 3 ມັງກອນ 2024 ທີ່ເດີ່ນໂຮງຮຽນປະຖົມໂພນຄຳ, ໂດຍການເປັນປະທານຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງ ເມືອງໂພນໂຮງ,ແຂວງວຽງຈັນ ໃຫ້ກຽດເຈົ້າຮ່ວມໂດຍ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ແຂວງວຽງຈັນ.
ທ່ານ ວາເນັງລີ່ ເບຼລີ່ ຫົວໜ້າຈຸດສຸມພັດທະນາ ນາເລົາຫຼັກ 52 ໄດ້ກ່າວເປີດພິທີຢ່າງເປັນທາງການ ພ້ອມທັງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຈຸດສຸມໃນໄລຍະໜຶ່ງປີຜ່ານມາ, ໃນພິທີໄດ້ມີການສູ່ຂັວນຕາມຮີດຄອງປະເພນີຂອງເຜົ່າມົ້ງທີ່ໄດ້ສືບທອດກັນມາຕາມຄວາມເຊື່ອຖືເປັນການປັດເປົ່າສິ່ງທີ່ບໍ່ດີໃຫ້ເມິດໄປນຳປີເກົ່າ ແລະ ຕ້ອນຮັບເອົາສິ່ງດີໆທີຈະເຂົ້າມາໃນປີໃໝ່, ພາຍໃນງານໄດ້ມີການປ່ອຍປູມເປົ້າເພື່ອເປີດງານຢ່າງເປັນທາງການ, ຫຼັງຈາກນັ້ນໄດ້ຮັບຊົມສິລະປະທີ່ມາຈາກສູນກາງ, ຈາກບ້ານ ແລະ ຮ່ວມໂຍນໝາກຄອນຕາມຮີດຄອງປະເພນີ, ໃນໂອ ກາດນີ້ຜູ້ເຂົ້າຮ່ວມໄດ້ມອບກະຕ່າຂອງຂັວນເພື່ອເປັນການອວຍພອນການນຳເມືອງ.
ຫຼັງຈາກນັ້ນອົງການປົກຄອງເມືອງຍັງໄດ້ມອບໃບຍ້ອງຍໍໃຫ້ບັນດາບ້ານ, ບໍລິສັດລັດວິສາຫະກິດ ແລະ ຮ່າງຮ້ານ ທີ່ໄດ້ປະ ກອບສ່ວນຊຸກຍູ້ງານບຸນກິນຈຽງຄັ້ງນີ້, ໃຫ້ກຽດມອບໂດຍ ທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ເມືອງໂພນໂຮງ. ສຳຫຼັບງານຕະຫຼາດນັດແມ່ນຈະໄດ້ດຳເນີນໄປຮອດວັນທີ 6 ມັງກອນ 2024 ຈຶ່ງຈະປິດ, ພາຍໃນງານຍັງໄດ້ມີຫຼາກຫຼາຍກິດຈະກຳເຊັ່ນ: ການແຂ່ງຂັນກິລາໝາກຂາງ, ກິລາງົວຊົນງົວ, ກິລາເປຕັ່ງ, ການປະກວດນາງສາວງາມບຸນກິນ ຈຽງແລະ ອື່ນໆ.