ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສິງກະໂປ ໃນບ່າຍວັນທີ 2 ມັງກອນ 2025, ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕ້ອນຮັບ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສິງກະໂປ ທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ, ເພີ່ມທະວີສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ, ເປັນການ ຊຸກຍູ້, ດຶງດູດ ນັກລົງທຶນສິງກະໂປ ໃຫ້ເຂົ້າມາລົງທຶນຢູ່ ແຂວງຈຳປາສັກ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ເຊິ່ງ ທ່ານເຈົ້າແຂວງຈຳປາສັກ ໄດ້ຍົກໃຫ້ໃຫ້ຮູ້ເຖິງສະພາບການໂດຍລວມຂອງແຂວງ, ການພັດທະ ນາເສດຖະກິດ-ສັງຄົມ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ບັນຍາກາດການຄ້າຂາຍຊາຍແດນ, ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ໄດ້ສະເໜີມາຍັງທ່ານເອກອັກຄະ ລັດຖະ ທູດ ແຫ່ງ ສປປ ລາວ ປະຈໍາສິງກະໂປ ຊ່ວຍຊຸກຍູ້ ສະໜັບສະ ໜູນ ສິນຄ້າ, ຜະລິດຕະພັນກະສິກຳ ຈາກແຂວງຈຳປາສັກ ໃຫ້ໄດ້ເຂົ້າໄປ ຂາຍໃນຕະຫຼາດ ຂອງ ສິງກະໂປ ອີກຕື່ມ.
ໂອກາດດັ່ງກ່າວ, ທ່ານ ແສງແກ້ວ ປວງປະດິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ເຊິ່ງການມາແຂວງຈຳປາສັກໃນຄັ້ງນີ້ແມ່ນເພື່ອຢ້ຽມຢາມ, ພ້ອມນັ້ນ ກໍ່ເພື່ອປຶກສາຫາລື ການຮ່ວມມື, ຊຸກ ຍູ້ນັກລົງທຶນສິງກະໂປ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໂດຍສະ ເພາະ ແຂວງຈຳປາສັກ, ເປັນຕົ້ນແມ່ນ ການລົງທຶນ ດ້ານການຄ້າ -ການບໍລິການຂົ້ນສົ່ງ Logistics, ບໍລິການທ່ອງທ່ຽວສີຂຽວ ແລະ ທັງດຶງດູດການຊ່ວຍເຫຼືອ ດ້ານສາທາລະນະສຸກ ນຳອີກ.
ຂ່າວ: ທັດຊະນະ




