ວັນທີ 3 ມັງກອນ 2025, ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ ຢູ່ບ້ານສົ້ມໂຮງ ເມືອງມູນລະປາໂມກ ແຂວງຈຳປາສັກຂອງບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ ຈຳກັດຜູ້ດຽວ.
ຕາງໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ລົງນາມໂດຍ ທ່ານ ສຸກສະຫວັນ ວິໄລວົງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ ຈຳກັດຜູ້ດຽວ ລົງນາມໂດຍ ທ່ານ ຫວາງ ເສິງ ເວີ້ຍ ອໍານວຍການບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ. ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ ວັນນະສັກ ຊາດຕະກຸນ ເຈົ້າເມືອງໆມຸນລະປາໂມກ, ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ. ຝ່າຍບໍລິສັດ ລາວ ຢວນຊິວ ການຄ້າ ແລະ ຂົນສົ່ງ ຈໍາກັດຜູ້ດຽວ, ລົງ ນາມເປັນພະຍານ ມີທ່ານ ລຳພັນ ສີສົງຄາມ ຮອງອໍານວຍການບໍລິສັດ.
ໂຄງການປູກໝາກຖົ່ວລຽນ ແລະ ປູກພືດກະສິກຳເປັນສິນຄ້າ, ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ແຂວງຈໍາປາສັກ ຂອງບໍລິສັດ ລາວ ຢວນຊົ່ວ ການຄ້າ ແລະ ຂົນສົ່ງ ຈຳກັດ ໄດ້ສຳເລັດໃນການເຈລະຈາຮ່າງບົດບັນ ທຶກຄວາມເຂົ້າໃຈ ໃນວັນທີ 2 ມັງກອນ 2024 ລະຫວ່າງ ຝ່າຍລັດ ແລະ ບໍລິສັດ ເຊິ່ງໄດ້ມີຄວາມເອກະພາບກັນ ຄື: ຝ່າຍ ແຂວງຈໍາປາສັກ ມີຄວາມປາດຖະໜາໃນການພັດທະນາເນື້ອທີ່ດິນຕ້ານກະສິກໍາ, ໃນເນື້ອທີ່ 150 ເຮັກຕາ, ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ເພື່ອຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະຊາຊົນ ກໍຄືການປູກໝາກຖົ່ວລຽນ, ປູກພືດດກະສິກຳເປັນສິນຄ້າ ເຊິ່ງແມ່ນເປົ້າໝາຍໜຶ່ງທີ່ ນອນໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແຂວງ.
ຂ່າວ-ພາບ: ທູນທອງໃຈ





