ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງຮູບພາບ ເນື່ອງໃນວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ (1 ມັງກອນ 1955 ຫາ 1 ມັງກອນ 2025) ໃນວັນທີ 4 ມັງກອນ 2025 ທີ່ປະຕູໄຊ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ປະທານກິດຕິມະສັກ ອົງການກາແດງແຫ່ງຊາດລາວ, ມີບັນດາລັດຖະມົນຕີ ຫົວໜ້າອົງການທຽບເທົ່າ, ເຈົ້າຄອງນະຄອນຫລວງວຽງຈັນ, ຕາງໜ້າອົງການສາກົນ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳຄັ້ງນີ້ ເປັນການສະເຫລີມສະຫລອງວັນສ້າງຕັ້ງອົງການກາແດງແຫ່ງຊາດລາວ ຄົບຮອບ 70 ປີ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນການສະເຫລີມສະຫລອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນີ້, ທ່ານຍັງໄດ້ຫວນຄືນເຖິງປະຫວັດຫຍໍ້ ແລະ ຄວາມເປັນມາຂອງອົງການກາແດງແຫ່ງຊາດລາວ, ໃນວັນທີ 1 ມັງກອນ 1955 ອົງການກາແດງແຫ່ງຊາດລາວ ໄດ້ຖືກສ້າງຕັ້ງຂຶ້ນໂດຍມີຊື່ວ່າ: ສະພາກາຊາດລາວ ໂດຍເຄື່ອນໄຫວໜ້າທີ່ຕົ້ນຕໍຄື: ການຈັດຕັ້ງປະຕິບັດພັນທະຕາມພາລະບົດບາດຂອງຕົນ ແລະ ຕາມສົນທິສັນຍາສາກົນທີ່ລາວເປັນພາຄີ ເພື່ອຊ່ວຍເຫລືອດ້ານມະນຸດສະທຳ ແລະ ປະຊາສົງເຄາະກະທັນຫັນ, ໃນປີ 1975 ສະພາກາຊາດລາວ ໄດ້ປ່ຽນຊື່ມາເປັນສະພາກາແດງລາວ ໄດ້ຈັດຕັ້ງເຄື່ອນໄຫວຕາມນິຕິກຳ ໂດຍການຂົນຂວຍຍາດແຍ່ງການຊ່ວຍເຫລືອຈາກສາກົນ ຊ່ວຍຂະແໜງສາທາລະນະສຸກເຊັ່ນ: ໂຄສະນາປ້ອງກັນພະຍາດ, ຄຸ້ມຄອງອັດຕາການເກີດ, ການຕາຍ, ໝູນໃຊ້ຢາພື້ນເມືອງສົມທົບຢາຫລວງ ແລະ ຝຶກອົບຮົມຄວາມຮູ້ດ້ານການສົ່ງເສີມສຸຂະພາບ ໃຫ້ກຸ່ມຄົນເສຍອົງຄະທີ່ຖືກຜົນກະຈາກສົງຄາມ. ໃນປີ 1999 ຈົນເຖິງປັດຈຸບັນ ສະພາກາແດງລາວ ໄດ້ປ່ຽນຊື່ມາເປັນອົງການກາແດງແຫ່ງຊາດລາວ ໄດ້ປະຕິບັດໜ້າທີ່ໃນການຈັດຕັ້ງປະຕິບັດວຽກງານອີງໃສ່ 7 ຫລັກການ ແລະ 9 ໜ້າວຽກ ຄື: ການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມ ແລະ ຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດປອດໄພ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫລ່ງທຶນ, ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ການພົວພັນ ແລະ ຮ່ວມມືສາກົນ.
ປັດຈຸບັນ ອົງການກາແດງແຫ່ງຊາດລາວ ມີລະບົບການຈັດຕັ້ງ ຄື: ອົງການກາແດງແຫ່ງຊາດລາວອົງການກາແດງແຂວງ ແລະ ຫ້ອງການກາແດງເມືອງ. ເພື່ອໃຫ້ສອດຄ່ອງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ອົງການກາແດງແຫ່ງຊາດລາວ ໄດ້ມີແຜນຍຸດທະສາດ 10 ປີ ເລີ່ມແຕ່ 2021-2030 ໂດຍມີວິໄສທັດ ວ່າ: ປະຕິບັດວຽກງານມະນຸດສະທໍາ ທີ່ມີການເຂົ້າຮ່ວມ ຂອງທຸກຊັ້ນຄົນຢູ່ໃນສັງຄົມ ດ້ວຍຄວາມສະໝັກໃຈ ເຊິ່ງ ມີ 3 ເປົ້າໝາຍ ຄື: ການພັດທະນາອົງການໃຫ້ເຂັ້ມແຂງ ແລະ ຍືນຍົງ; ການສົ່ງເສີມສຸຂະພາບ ເພື່ອຄຸນນະພາບຊີວິດທີ່ດີ ແລະ ການກຽມພ້ອມຕອບໂຕ້ໄພພິບັດ-ຊ່ວຍເຫລືອບັນເທົາທຸກ, ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບ.
ທ່ານ ຄໍາລາວັນ ຈັນທະລາວັນ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ມີບາງວຽກງານສາມາດໄດ້ຈັດຕັ້ງປະຕິ ບັດລື່ນຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ ເປັນຕົ້ນ ວຽກງານປຸກລະດົມຂົນຂວາຍ ແລະ ບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໃຫ້ແກ່ຄົນເຈັບໃນທົ່ວປະເທດ ຊຶ່ງເປັນບ່ອນອີງໃນການຍ້ອງຍໍສັນລະເສີນ ແລະ ເປັນຜົນງານທີ່ພົ້ນເດັ່ນຂອງອົງການກາແດງແຫ່ງຊາດລາວ.
ຂໍ້ມູນ-ພາບ: ອົງການກາແດງແຫ່ງຊາດ





