ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງ ວິລະບູລີ ແຂວງສະຫວັນນະເຂດ

Jan 6, 2025

ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ມັງກອນ 2025 ແລະ ເປັນເມືອງທໍາອິດຂອງແຂວງສະຫວັນນະເຂດ ທີ່ເປີດກອງປະຊຸມໃຫຍ່ອົງຄະນະພັກເມືອງ. ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ວາລີຍະ ສີຈັນທອງທິບ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບຸລີ, ມີສະຫາຍ ຫົວໜ້າຄະນະຈັດຄັ້ງແຂວງ, ປະທານກວດກາພັກ-ລັດ ແຂວງ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ວາລີຍະ ສີຈັນທອງທິບ ໄດ້ກ່າວເປີດກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງວິລະບຸລີຢ່າງເປັນທາງການ.
ຈາກນັ້ນ ສະຫາຍ ທອງໄຫຼ ວິໄລພອນ ຮອງເລຂາພັກເມືອງ ຊີ້ນຳວຽກພັກ-ພະນັກງານ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງວິລະບຸລີ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ເຊິ່ງໃນນີ້ມີທັງກາລະໂອກາດ ແລະ ສິ່ງເອື້ອອຳນວຍຄວາມສະດວກຫຼາຍດ້ານ ເປັນຕົ້ນ: ລະບົບການເມືອງມີສະຖຽນລະພາບ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ເປັນເມືອງພື້ນຖານການປະຕິວັດ, ປະຊາຊົນມີມູນເຊື້ອອາດຫານ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເມືອງທີ່ມີຄວາມອຸດົມສົມບູນທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ, ມີເສັ້ນທາງເລກ 10 ແລະ 28Aຜ່ານ ແລະເຊື່ອມຕິດກັບເມືອງອາດສະພອນ, ເຊໂປນ, ບົວລະພາ ແລະໂຄງການຂຸດຄົ້ນ ຄຳ-ທອງ ລະດັບໃຫຍ່ຂອງຊາດຕັ້ງຢູ່. ຈາກນັ້ນ, ສະຫາຍ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຊິ່ງສະຫາຍໃຫ້ຮູ້ວ່າ: ການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງ ໃນໄລຍະຜ່ານມາເຫັນວ່າ ດ້ານໂຄງປະກອບທາງດ້ານເສດຖະກິດໄດ້ດຳເນີນໄປຖືກທິດ ແລະຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7.6.%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2,071ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 10.48 ລ້ານກີບ/ຄົນ/ປີ ຫຼືເທົ່າກັບ 1,219ໂດລາ/ຄົນ/ປີ, ທົ່ວເມືອງສາມາດຜະລິດເຂົ້າເປືອກໄດ້ 92 ພັນໂຕນ, ເນື້ອທີ່ປູກເຂົ້າແຕ່ລະປີ 5,450 ເຮັກຕາ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບເຂົ້າເປືອກ 390 ກິໂລ/ຄົນ/ປີ, ປູກພືດລະບຽງອາຫານບັນລຸ 6ແສນກວ່າໂຕນ, ເນື້ອທີ່ປູກໄມ້ອຸດສາຫະກຳເພີ່ມຂຶ້ນ 3,690 ກວ່າເຮັກຕາ,ການລ້ຽງສັດ ແລະການປະມົງ ເພີ່ມຂຶ້ນສະເລ່ຍ 21%. ກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ, ໃນນີ້ມີການປະກອບຄຳເຫັນຈາກຕາງໜ້າ ຂົງເຂດ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຕາງໜ້າໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕາງໜ້າຄອບຄົວຕົວແບບປູກກ້ວຍ, ຕາງໜ້າກຸ່ມສະຫະກອນປູກໜາກກ້ຽງປະກອບຄຳເຫັນ, ຕາງໜ້າເມືອງເຊໂປນ, ໄຊບົວທອງ ປະກອບຄຳເຫັນຕໍ່ກອງປະຊຸມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມ ຈຳນວນ 161ສະຫາຍ, ຍິງ 11 ສະຫາຍ ພ້ອມນີ້ກອງປະຊຸມຍັງຈະໄດ້ມີການລົງຄະແນນສຽງເພື່ອຄັດເລືອກເອົາຄະນະບໍລິຫານງານພັກເມືອງວິລະບູລີຊຸດໃໝ່ຕື່ມອີກ.
ຂ່າວ-ພາບ: ເພັດມະນີໃສ ໄຊປັນຍາ