ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024

Jan 6, 2025

ກອງປະຊຸມເປີດກວ້າງ ຄັ້ງທີ II ປີ 2024 ໄຂຂື້ນ ໃນຕອນເຊົ້າວັນທີ 06 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 02 ວັນ ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ຫົວຂໍ້ສຳຄັນ ຄື : ສະພາບການປະຕິບັດວຽກແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຂອງລັດຖະບານ ໃນປີ 2024 ແລະ ສະເໜີແຜນວຽກຈຸດສຸມ ປີ 2025; ການແກ້ໄຂບັນຫາລົດເຖື່ອນ ແລະ ບັນຫາໂຄງການບໍ່ແຮ່; ມາດຕະການແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະນັກງານ-ລັດຖະກອນ ແລະ ມາດຕະການແກ້ໄຂ; ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຕິດພັນກັບມາດຕະການແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ, ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025; ການຈັດສັນທີ່ດິນ, ການອອກໃບຕາດິນ, ການຫັນການເກັບລາຍຮັບທີ່ດິນ ເປັນທັນສະໄໝ; ການຄຸ້ມຄອງ ແລະ ນໍາໃຊ້ ດິນກະສິກໍາ ແລະ ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານສິນເຊື່ອກາກບອນປ່າໄມ້; ມາດຕະການແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງລາຄາໄຟຟ້າ; ເຜີຍແຜ່ດໍາລັດ ສະບັບເລກທີ 702/ນຍ, ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ.
ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ໃນປີ 2025 ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງປີ 2025 ເຊິ່ງເປັນປີມ້ວນທ້າຍໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຊຶ່ງຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ຖືເອົາການປະຕິບັດແຜນປີ 2025 ເປັນແຜນ “ບຸກບືນສູ້ຊົນສູງສຸດ” ໂດຍສຸມໃສ່ແກ້ໄຂບັນຫາບຸກຄະລາກອນ, ກົນໄກລະບອບລະບຽບການ, ການປະສານງານ ໃນການເຮັດວຽກ ແລະ ແກ້ໄຂບັນຫາພື້ນຖານໂຄງລ່າງ ເປັນຕົ້ນ ລະບົບເສັ້ນທາງໃນທົ່ວປະເທດ, ສືບຕໍ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອລະນຶກ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງຊາດ ແລະ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ຕໍ່ກັບທິດທາງລວມ, ບັນດາຄາດໝາຍ ແລະ ມາດຕະການໃຫຍ່ໆ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2025 ແມ່ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຕົກລົງຂອງສູນກາງພັກ ແລະ ສະພາແຫ່ງຊາດ ພ້ອມທັງ ຈະໄດ້ປຶກສາຫາລືວິທີການມາດຕະການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ເອກະພາບກັນ ເພື່ອສາມາດປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ມີຜົນສໍາເລັດຕາມຄາດໝາຍ ຫຼື ລື່ນຄາດໝາຍທີ່ວາງໄວ້.
ຂ່າວ : ກົມປະຊາສຳພັນ ຫສນຍ
ພາບ : ພ.ບົວທອງ