ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂຂງ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ.

Jan 6, 2025

ວັນທີ 6 ມັງກອນ 2025 ທີ່ສະໂມສອນໃຫຍ່ເມືອງໂຂງ ແຂວງຈຳປາສັກ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂຂງ ຄັ້ງທີ IX ຂຶ້ນຢ່າງເປັນທາງການ.ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນໄຊ ສູນທະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ,ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາສະຫາຍຜູ້ແທນສົມບູນຈາກຫ້ອງການ, ກົມກອງ, ຮາກຖານ, ກຸ່ມບ້ານ, ຫົວໜ່ວຍພື້ນຖານການຜະລິດ, ຄອບຄົວຕົວແບບ ແລະ ແຂກເຊີນເຂົ້າຮ່ວມ.
ສະຫາຍ ນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງໂຂງ ແມ່ນການເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງຄະນະພັກ, ສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບກອງປະຊຸມໃຫຍ່ ທີ່ໄດ້ເປັນຈິດໜຶ່ງໃຈດຽວ ເຮັດໃຫ້ສາມາດດໍາເນີນກອງປະຊຸມໄດ້ຕາມແຜນການທີ່ກຳນົດໄວ້ ໂດຍກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ດໍາເນີນໜ້າທີ່ສໍາຄັນ ຄື:ຮັບຟັງການຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກ ເມືອງ ໃນ 5 ປີຜ່ານມາ ພ້ອມທັງ ຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ ການນໍາພາແຕ່ນີ້ ຫາປີ 2029,ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ IX ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ X (2025 – 2029) ຂອງເມືອງ; ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະ ລິດສິນຄ້າ, ຕົວແບບໂຮງແຮມດີເດັ່ນ, ຕົວແບບກອງທຶນພັດທະນາບ້ານ ແລະ ຄອບຄົວຕົວແບບການ ຜະລິດກະສິກຳ;ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ ຕະຫຼອດ ໄລຍະ 5 ປີ ຜ່ານມາ;
ໜ້າທີ່ສໍາຄັນອີກອັນໜຶ່ງ ກອງປະຊຸມໃຫຍ່ພວກເຮົາ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ດຳ ເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານ ນໍາ ພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະ ພັກເມືອງ, ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແຕ່ນີ້ຮອດປີ 2029
ພາຍຫຼັງກາວເປີດກອງປະຊຸມໂດຍສະຫາຍເລຂາພັກເມືອງແລ້ວ,ສະຫາຍ ບຸນເຮັງ ກົມປະເສີດ ຄະນະປະຈຳພັກເມືອງ ໄດ້ຜ່ານບົດສະຫຼຸບແຜນພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ IX ຜ່ານມາ ແລະ ທິດທາງແຜນພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ X .ຊຶ່ງສຳລັບ ໃນ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງ,ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ, ການເມືອງມີຄວາຍເປັນສະຖຽນນະພາບ, ເສດຖະກິດມີການຂະຫຍາຍຕົວສະເລ່ຍ ໃນລະດັບ 8,34% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸໄດ້ 12.944,55 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ ໄດ້ 32.724,000 ກີບຕໍ່ຄົນ ຫຼື ເທົ່າກັບ 1.925 ໂດລາສະຫະລັດຕໍ່ຄົນ, ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຕົ້ນ ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 2,77% ກວມເອົາ 34,09%, ຂະແໜງອຸດສາຫະກຳຂະຫຍາຍຕົວ ສະເລ່ຍ 11,06 % ກວມເອົາ 45,35% ແລະ ຂະແໜງການບໍລິການ ຂະຫຍາຍຕົວ ສະເລ່ຍ 7,62 % ກວມເອົາ 20,56% ຂອງລວມຍອດລາຍຮັບຜະລິດຕະພັນພາຍໃນ (GDP).
ອັນພົ້ນເດັ່ນ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງເມືອງ ໄດ້ທັງໝົດ 3.509,27 ຕື້ກີບ ປະຕິບັດໄດ້ລື່ນແຜນ 18,76% ແລະ ການເກັບລາຍຮັບເຂົ້າງົບປະມານ ບັນລຸໄດ້ 74,49 ຕື້ກີບ ປະຕິບັດໄດ້ລື່ນແຜນ 14,52%.
ກອງປະຊຸຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ ຕໍ່ກອງປະຊຸມ, ໃຫຍ່ຄັ້ງນີ້ ຕື່ມອີກ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂຂງ ຄັ້ງທີ IX ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.
ຂ່າວ,ພາບ:ເກດສະໜາ ແກ້ວສຸວັນນະແສງ