ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ລົງຢ້ຽມຢາມ ກຸ່ມການຜະລິດສູນຫັດຖະກຳ ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ

Jan 6, 2025

ໃນຕອນເຊົ້າທີ 5 ມັງກອນ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ກຸ່ມການຜະລິດສູນຫັດຖະກຳບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ. ໂດຍການຕ້ອນຢ່າງອົບອຸ່ນຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍ ທ່ານ ນາງ ພູໄພທອງ ພິມມະສາ ເຈົ້າເມືອງຊະນະສົມບູນ, ມີການນຳເມືອງ, ເລຂາຄະນະພັກຮາກຖານກຸ່ມ, ອົງການປົກຄອງບ້ານສະຜ່າຍ ບ້ານພັດທະນາປະຊາຊົນຢູ່ດີ-ກີນດີ ແລະ ຫົວໜ້າສູນລັດຖະກຳບ້ານສະຜ່າຍເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ຂັນທອງ ວິໄລສອນ ປະທານກຸ່ມຫັດຖະກຳສະຜ່າຍ ໄດ້ລາຍງານຄວາມເປັນມາຂອງສູນຫັດຖະກຳໂດຍສັງເຂບວ່າ: ສູນຫັດຖະກໍາພວກເຮົາ ເລີ່ມເປີດບໍລິການໃນປີ 2014 ໂດຍໄດ້ຮັບອະນຸຍາດຈາກອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຊິ່ງອົງການປົກຄອງເມືອງ ໃຫ້ທົດລອງ 3 ປີ ໂດຍບໍ່ໄດ້ເສຍຄ່າເຊົ່າ, ປີທໍາອິດ ມີສິ້ນໄໝພຽງແຕ່ 20-30 ຜືນ ແລະ ອຸປະກອນຮັບໃຊ້ໃນການຕໍ່າສິ້ນໄໝ ເຊັ່ນ: ກີ່, ຟືມ, ກະສວຍ, ຫຼາເຂັນຝ້າຍ ແລະ ອິ້ວເກົ່າໆຈໍານວນໜຶ່ງມາວາງສະແດງ ໂດຍນໍາໃຊ້ທຶນຕົນເອງ, ປີຕໍ່ມາ ຕົນເອງກໍ່ໄດ້ພະຍາຍາມເກັບຊື້ ແລະ ສະສົມສິ້ນໄໝ ເພີ່ມເຂົ້າສູນເລື້ອຍໆ ໂດຍຖືເອົາຄວາມຕ້ອງການຂອງລູກຄ້າ ເປັນບ່ອນອີງໃນການປັບປຸງການບໍລິການ. ຮອດປີທີ 3 ຄືປີ 2016 ເຫັນວ່າກິດຈະການຂອງສູນມີການເຕີບໃຫຍ່ຂະຫຍາຍຕົວ ຕົນເອງຈິ່ງໄດ້ເຄື່ອນໄຫວພົບປະໂອ້ລົມກັບປະຊາຊົນ ຜູ້ທີ່ມີມູນເຊື້ອໃນການຕໍ່າສິ້ນໄໝ-ຕີນສິ້ນ ເຊິ່ງເຄີຍຮ່ວມວຽກງານນໍາກັນໃນໄລຍະທີ່ຜ່ານມາ ເພື່ອຊຸກຍູ້ສົ່ງເສີມໃຫ້ສືບຕໍ່ເຄື່ອນໄຫວຕໍ່າສິ້ນ-ຕີນສິ້ນ ໂດຍຕົນເອງເປັນຜູ້ອອກທຶນກ່ອນ ໃນການຊອກຫາວັດຖຸອຸປະກອນຮັບໃຊ້ຕ່າງໆ ເມື່ອຕໍ່າສິ້ນ ຫຼື ຕີນສິ້ນໄດ້ແລ້ວ ກໍ່ເອົາມາຂາຍໃຫ້ສູນ ແລະ ຫັກຄ່າຕົ້ນທຶນເທື່ອລະນ້ອຍຕາມຄວາມເໝາະສົມ ໂດຍປະຊາຊົນກໍ່ໃຫ້ຄວາມຮ່ວມມືກັບສູນພວກເຮົາເປັນຢ່າງດີ ຈິ່ງເຮັດໃຫ້ຈໍານວນສະມາຊິກຂອງສູນ ຈົນມາຮອດປັດຈຸບັນເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຕໍ່ຈາກນັ້ນ ທ່ານຮອງປະທານປະເທດກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ທາງສູນຫັດຖະກຳຕໍ່າແຜນບ້ານສະຜ່າຍ ສືບຕໍ່ຮັກສາມູນເຊື້ອ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ໃຫ້ມີຄວາມຍືນຍົງ ຄຽງຄູ່ຢູ່ກັບປະຊາຊົນລາວ ເວົ້າສະເພາະ ຊາວບ້ານສະຜ່າຍຕະຫຼອດໄປ ພ້ອມທັງ ຍ່າງຊົມສິນຄ້າຂອງກຸ່ມຫັດຖະກຳອີກດ້ວຍ.
ຂ່າວ-ພາບ: ນາງ ສຸມາສອນ ວັນທີເດດ ຫ້ອງການ ຖວທ ເມືອງ