ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄັດເລືອກໄດ້ແລ້ວ ຕຳແໜ່ງ ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025.

Jan 6, 2025

ການຈັດງານສະເຫລີມສະຫລອງບຸນກິນຈຽງ ຫລື ບຸນນໍ່ເປ່ເຈົ່າ ຂອງຊາວເຜົ່າມົ້ງ ປະຈໍາປີ 2025 ໃນວັນທີ 5 ມັງກອນ 2025 ທີ່ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ດໍາເນີນມາແຕ່ວັນທີ 3 ມັງກອນເປັນຕົ້ນມາ ແລະ ສະແດງຄວາມຍິນດີກັບນາງສາວ ທີ່ຜ່ານການຄັດເລືອກຈາກຄະນະກຳມະການ ໃຫ້ເປັນ ນາງສາວເຜົ່າມົ້ງ ປະຈຳປີ 2025 ແຕ່ລະຕຳແໜ່ງ ດັ່ງນີ້ :
1. ນາງ ປີຍະດາ ຕົງນາມມະວົງ ຈາກນະຄອນຫຼວງວຽງຈັນ ໝາຍເລກ HM16 ທີ່ໄດ້ຮັບຕໍາແໜ່ງ ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025
2. ນາງ ເກ້ຍ ຢ່າງ ຈາກແຂວງວຽງຈັນ ໝາຍເລກ HM15 ທີ່ໄດ້ຮັບຕຳແໜ່ງຮອງອັນດັບ 1 ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025
3. ນາງ ມະລີ ຢ່າງແສນໄຊ ຈາກແຂວງຫລວງພະບາງ ໝາຍເລກ HM07 ທີ່ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025
4. ນາງ ນາຮາລີ ຈາກແຂວງໄຊສົມບູນ ໝາຍເລກ HM02 ແລະ ນາງ ດໍຈີ ລາວຮົວ ຈາກນະຄອນຫລວງວຽງຈັນ ໝາຍເລກ HM12 ທີ່ໄດ້ຮັບຕຳແໜ່ງຮອງອັນດັບ 3 ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025