ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່ ນະຄອນຫຼວງວຽງຈັນ ພາຍໃນປະເທດ

Jan 6, 2025

ນັກທຸລະກິດລາວ ລົງທຶນກວ່າ 50 ລ້ານໂດລາ ສ້າງຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່ ທີ່ໃຫຍ່ທີ່ສຸດໃນໂລກ ຫວັງໃຫ້ກາຍເປັນແລນມາກ ທາງວັດທະນະທຳ ແຫ່ງໃໝ່ຂອງ ປະເທດດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາ.
ໂດຍພິທີເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ມີຂຶ້ນໃນວັນທີ 6 ມັງກອນ 2025, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຈ. ປອ. ພິຊິດ ໄຊຍະທິດ, ຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ, ບັນດາການນຳພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພິພິທະພັນ ສິລະປະລາວ ດັ່ງກ່າວ ຕັ້ງຢູ່ໃນເນື້ອທີ່ກວ່າ 80 ເຮັກຕາ ບ້ານໂນນສະອາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງປະກອບມີອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍພິພິທະພັນ, ອາຄານຕ້ອນຮັບ, ອາຄານວາງສະແດງງານສິລະປະ-ວັດທະນະທໍາຕາມເທດສະການຕ່າງໆ, ຫ້ອງໂຖງພັກຜ່ອນຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ແກະສະຫຼັກ ແລະ ຮູບແຕ້ມ, ຮ້ານຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ລີສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາລອງ ແລະອື່ນໆ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວວ່າ: ການເປີດ ພິພິທະພັນ ສິລະປະລາວ ຄັ້ງນີ້ ບໍ່ເປັນພຽງການເປີດສະຖານທີ່ທ່ອງທ່ຽວແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມບົດບາດຄວາມສຳຄັນຂອງປະເທດ ທາງດ້ານເສດຖະກິດ-ສັງຄົມ ແລະ ເປີດປະຕູສູ່ອະນາຄົດທີ່ສົດໃສຂອງ ສິລະປະວັດທະນະທຳລາວ.
ພິພິທະພັນແຫ່ງນີ້ ຈະເປັນສູນກາງເສດຖະກິດໃນຮູບແບບການທ່ອງທ່ຽວ ທາງວັດທະນະທຳ ເຊິ່ງຈະຊ່ວຍສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ກັບປະຊາຊົນໃນທ່ອງຖິ່ນ ແລະ ກະຕຸ້ນໃຫ້ມີການລົງທຶນໃໝ່ ໃນພາກບໍລິການ ແລະ ການທ່ອງທ່ຽວ.
ທ່ານ ນາຍົກ ກ່າວຕື່ມວ່າ: “ພິພິທະພັນແຫ່ງນີ້ ເປັນສັນຍາລັກ ແຫ່ງຄວາມຫວັງ ຄວາມມີສີໄມ້ລາຍມື ແລະ ຄວາມຮູ້ຄວາມສາມາດຂອງຄົນລາວ ເຊິ່ງເປັນສິ່ງຢັ້ງຢືນວ່າ ສິລະປະລາວ ສາມາດປະກົດຕົວ ແລະ ຄົງຕົວໃນເວທີໂລກໄດ້ຢ່າງພາກພູມໃຈ”.
ທ່ານ ສຈ. ປອ. ພິຊິດ ໄຊຍະທິດ ກ່າວວ່າ ໄມ້ທ່ອນ ຫຼື ເຫງົ້າໄມ້ ທີ່ນໍາມາໃຊ້ ໃນການແກະສະຫຼັກ ທີ່ນຳມາສະແດງນັ້ນ ແມ່ນເຮັດຂຶ້ນ ພາຍໃຕ້ແຜນຍຸດທະສາດການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວ ຂອງພັກ ແລະ ລັດຖະບານ.
ປະທານ ຫໍພິພິທະພັນ ສິລະປະລາວ ກ່າວວ່າ: “ຂ້າພະເຈົ້າ ຂໍຢັ້ງຢືນວ່າ ໄມ້ທ່ອນ ຫຼື ເຫງົ້າໄມ້ ທີ່ນໍາມາໃຊ້ ໃນການແກະສະຫຼັກຂອງພວກເຮົານັ້ນ ລ້ວນແລ້ວແຕ່ແມ່ນ ໄມ້ນອນຂອນຕາຍ, ເປັນເສດໄມ້ຈາກພື້ນທີ່ນໍ້າຖ້ວມ ທີ່ຕົກຄ້າງໃນໂຄງການສ້າງເຂື່ອນໄຟຟ້າຕ່າງໆ ຫຼື ເຫງົ້າໄມ້ ທີ່ເກັບມາຈາກ ທົ່ງໄຮ່ ທົ່ງນາ ຂອງປະຊາຊົນ ໂດຍໄມ້ເຫຼົ່ານີ້ ຄັ້ງໜຶ່ງຖືວ່າ ເປັນໄມ້ເສດເຫຼືອ ຫຼື ໄມ້ທີ່ບໍ່ມີຄຸນຄ່າສູງພໍປານໃດ. ແຕ່ເມື່ອຖືກນໍາມາປະດິດສ້າງ ຫັນປ່ຽນໃຫ້ກາຍເປັນຜົນງານ ສິລະປະກຳ ທີ່ງົດງາມແລ້ວ ມັນໄດ້ກາຍເປັນຊັບສິນອັນລໍ້າຄ່າ”.
ທ່ານ ພິຊິດ ກ່າວຕື່ມອີກວ່າ: ຂ້າພະເຈົ້າ ເຊື່ອວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້ຈະກາຍເປັນ ແຫຼ່ງເສີມສ້າງວັດທະນະທຳທີ່ສໍາຄັນ ເຊິ່ງຈະຊ່ວຍອະນຸລັກ ແລະ ສົ່ງເສີມມໍລະດົກ ດ້ານສິລະປະຂອງລາວ ພ້ອມທັງ ເປີດໂອກາດໃຫ້ ນັກສິລະປະກອນ ໃນທ້ອງຖິ່ນ ໄດ້ມີໂອກາດ ສະແດງຜົນງານຂອງເຂົາເຈົ້າ. ຫໍພິພິທະພັນນີ້ ຈະກາຍເປັນ ແມ່ເຫຼັກດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາ ໃຫ້ຫຼາຍພາກສ່ວນ ເຊັ່ນ: ການບໍລິການ, ການຄ້າຂາຍຍ່ອຍ, ງານສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ. ສໍາລັບ ພິພິທະພັນເອງ ກໍ່ຈະສ້າງວຽກເຮັດງານທໍາແບບໂດຍກົງ ໄດ້ 300 ຫາ 400 ຄົນ.
ຫໍພິພິທະພັນແຫ່ງນີ້ ຈະກາຍເປັນສູນກາງເຕົ້າໂຮມ ຄວາມສາມັກຄີ, ເປັນສະຖານທີ່ໜຶ່ງ ໃຫ້ຜູ້ຄົນຈາກທຸກແຫ່ງຫົນມາພົບປະສົນທະນາ, ແລກປ່ຽນບົດ ຮຽນປະສົບການ, ຄວາມຮູ້ທາງປະຫວັດສາດ ແລະ ວັດທະນະທຳ ພ້ອມທັງເປັນຈະເປັນແຫຼ່ງຮຽນຮູ້ທີ່ສໍາຄັນ, ສາມາດຈັດກິດຈະກຳຫຼາຍຮູບແບບເປັນຕົ້ນແມ່ນ: ການຝຶກອົບຮົມ, ສຳມະນາ, ເທດສະການວາງສະແດງສິລະປະກຳ ໃຫ້ແກ່ໄວໜຸ່ມ-ເຍົາວະຊົນ, ເປັນແຮງບັນ ດານໃຈໃຫ້ແກ່ເຂົາເຈົ້າໃນການພັດທະນາຕົນເອງອີກດ້ວຍ.
ສິລະປະກຳ ໂດຍສະເພາະ ການແກະສະຫຼັກໄມ້ ແມ່ນຮາກຖານສໍາຄັນໜຶ່ງຂອງວັດທະນະທໍາລາວເຮົາ. ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມງົດງາມ, ຝີມືອັນປະນີດ ລະອຽດອ່ອນ, ຄວາມສະຫຼັບສັບຊ້ອນທາງວິຈິດສິນທີ່ແຝງໄປດ້ວຍຄວາມໝາຍອັນເລິກເຊິ່ງ, ໄດ້ບັນຍາຍເຖີງວິຖີຊີວິດ, ຄວາມສັດທາ, ຄວາມຝັນ, ຄວາມມຸ້ງມາດປາຖະໜາຂອງຊາວລາວ ແລະ ຄວາມງົດງາມດັ່ງກ່າວນັ້ນໄດ້ຖືກຖ່າຍທອດ ໃຫ້ເປັນຜົນງານ ທີ່ສາມາດສຳຜັດ ແລະ ຈັບຕ້ອງໄດ້ ນະທີ່ ຫໍພິພິທະພັນ ແຫ່ງນີ້.
“ພາສາພາບ” ທີ່ຖ່າຍທອດຄວາມຝັນ, ຄວາມມຸ່ງຫວັງ ແລະ ການປະດິດສ້າງໃໝ່ຂອງຍຸກສະໄໝ ຍັງສະທ້ອນໃຫ້ເຫັນຄວາມຊຳນິຊຳນານ ແລະ ຄວາມພະຍາຍາມປະດິດສ້າງສິ່ງທີ່ມີຄຸນຄ່າໃຫ້ແກ່ສັງຄົມ ແລະ ສືບຕໍ່ເປັນມໍລະດົກຕົກທອດ ໃຫ້ແກ່ລູກຫຼານຮຸ່ນຫຼັງອີກດ້ວຍ.
ທີ່ມາ: ວຽງຈັນທາຍ
May be an image of castle and temple
May be an image of fire, fireworks and text
May be an image of temple