ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະເປີດງານເທດສະການອາຫານລາວ ປີ 2025 ລະຫວ່າງວັນທີ 22-26 ມັງກອນ 2025.

Jan 6, 2025

ພິທີຖະແຫລງຂ່າວ ງານເທດສະການອາຫານລາວ ປີ 2025 ຈັດຂຶ້ນໃນວັນທີ 6 ມັງກອນ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ). ໂດຍການເປັນປະທານຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທດສະ ການລາວ 2025, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຈັນສະໝອນ ຜອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ມີອໍານວຍການກຸ່ມບໍລິສັດດາວເຮືອງຈໍາກັດ, ຄະນະບໍລິຫານ ສທຍ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ນ. ຈັນທະຈອນ ວົງໄຊ ໄດ້ໃຫ້ຮູ້ວ່າ : ການຈັດງານເທດສະການອາຫານລາວ ທີ່ຈະຈັດຂຶ້ນລະຫວ່າງວັນທີ 22-26 ມັງກອນ 2025 ນີ້ ແມ່ນເພື່ອຄໍານັບຮັບຕ້ອນ ຄົບຮອບ 20 ປີ ຂອງການຈັດຕັັ້ງງານເທດສະການອາຫານລາວຂອງສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສ້າງຂະບວນການເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງໃນປີ 2025 ນີ້ ເພື່ອສືບຕໍ່ອະນຸລັກວັດທະນະທໍາດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ແລະ ສາມາດຂາຍຜ່ານລະບົບອອນລາຍໃນຍຸກດິຈິຕອລໄດ້ ເພື່ອສ້າງລາຍຮັບຂອງ ຜູ້ປະກອບການແມ່ຍິງລາວ ກ່ຽວກັບອາຫານໃຫ້ເປັນປົກກະຕິ ເພື່ອເສີມຂະຫຍາຍຄວາມສາມັກຄີ, ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກພາຍໃນສະມາຄົມນັກທຸລະກິດຍິງດ້ວຍກັນ ແລະ ຜູ້ປະກອບການແມ່ ຍິງທາງດ້ານອາຫານໃນທົ່ວປະເທດ ແລະ ໃນຕ່າງປະເທດ, ສາມາດສ້າງເປັນແບຣນ ( BRAND ) ອາ ຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນ ແລະ ໃຫ້ເປັນທີ່ຮູ້ຈັກແລະແຜ່ຫລາຍທັງພາຍໃນ ແລະ ຕ່າງປະເທດ.
ໂຄສະນາ ແລະ ສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າ ການບໍລິໂພກອາຫານລາວແມ່ນສະອາດ ແລະປອດໄພ. ງານເທດສະການອາຫານລາວຄັ້ງທີ 20, ປີ 2025 ນີ້ ພາຍໃຕ້ຄໍາຂວັນ: “ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ ” ງານເທດສະການອາຫານ ເປັນຕະຫລາດນັດຂະໜາດໃຫຍ່ລະດັບຊາດ ເພື່ອໃຫ້ຜູ້ປະກອບການແມ່ຍິງ ແລະ ຄອບຄົວໄດ້ຈໍາໜ່າຍ ພືດຜັກຜົນຜະລິດກະສິກໍາ, ຫັດຖະກໍາ, ແລະ ໂຄສະນາແບລນ ເມດອີນລາວຂອງຫົວໜ່ວຍທຸລະກິດ, ທີ່ຜູ້ບໍລິໂພກສາມາດ ຈັບຈ່າຍຊື້ຂາຍດ້ວຍຄວາມໝັ້ນໃຈ ແລະ ປອດໄພ.
ງານເທດສະການອາຫານລາວ ຈະເປີດເປັນທາງການໃນວັນອັງຄານ ທີ 22-26 /1 /2025 ທີ່ສວນເຈົ້າອານຸວົງແຄມຂອງ; ຈັດງານແບບເປີດກວ້າງ ໂດຍອະນຸຍາດໃຫ້ມີ ໃຫ້ມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະອາຫານນາໆຊາດ ມາວາງຂາຍ ເຖິງ 180 ຮ້ານໃນນັ້ນ, ອາຫານເອກກະລັກຈາກແຂວງຕ່າງໆ ແລະ ຈາກຜູ້ສະໜັບສະໜູນງານລວມ 160 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະກະສິກໍາ 20 ຮ້ານ.